ກຳປູເຈຍ ສົ່ງອອກເຂົ້າ ເພີ່ມຂຶ້ນກວ່າ 3% ໃນປີ 2022

24

ສຳນັກຂ່າວຊິນຫົວ ລາຍງານໃນວັນທີ 8 ມັງກອນ 2023 ວ່າ: ສະມາຄົມເຂົ້າ ຂອງກຳປູເຈຍ ( CRF ) ໄດ້ອອກຖະແຫຼງການ ລະບຸວ່າ ໃນປີ 2022 ກຳປູເຈຍ ໄດ້ສົ່ງອອກເຂົ້າໄປຍັງ 59 ປະເທດ ແລະ ພາກພື້ນ ປະມານ 637.004 ໂຕນ ເພີ່ມຂຶ້ນ 3,2% ເມື່ອທຽບໃສ່ປີ 2021 ເຊິ່ງສົ່ງອອກຢູ່ທີ່ 617.069 ໂຕນ.

May be an image of 1 person and outdoors

ລາຍງານລະບຸວ່າ: ການສົ່ງອອກເຂົ້າ ໃນປີ 2022 ໄດ້ສ້າງລາຍຮັບໃຫ້ແກ່ກຳປູເຈຍ 414 ລ້ານໂດລາສະຫະລັດ ໂດຍຕະຫຼາດຈີນ ຍັງເປັນຜູ້ຊື້ເຂົ້າລາຍໃຫຍ່ຈາກກຳປູເຈຍ ໂດຍເຂົ້າສົ່ງອອກຫຼາຍທີ່ສຸດໄດ້ແກ່: ເຂົ້າຫອມພຣີມຽມ, ເຂົ້າຫອມ, ເຂົ້າຂາວເມັດຍາວ, ເຂົ້າອິນຊີ ແລະ ເຂົ້າໜຽວ.

May be an image of 2 people