ຍຸດທະສາດພັດທະນານະຄອນດູໄບ ເປັນສູນກາງການເງິນຂອງໂລກ

39

ສຳນັກຂ່າວບລູມເບີກ ລາຍງານວ່າ: ທ່ານ Sheikh Mohammed bin Rashid Al Maktoum ເຈົ້າຄອງນະຄອນດູໄບ ສະຫະລັດອາຣັບເອເມເຣັດ ( UAE ) ເປີດເຜີຍແຜນຍຸດທະສາດພັດທະນານະຄອນດູໄບ ມູນຄ່າ 32 ລ້ານລ້ານເດິແຮມ ( ສະກຸນເງິນ UAE ) ຫຼື ປະມານ 8,7 ລ້ານລ້ານໂດລາສະຫະລັດ ໂດຍຕັ້ງເປົ້າໄວ້ວ່າ ນະຄອນແຫ່ງນີ້ ຈະກາຍເປັນສູນກາງການເງິນຂອງໂລກໃນອະນາຄົດ.

May be an image of sky and skyscraper

ນະຄອນດູໄບ ຈະຂຶ້ນເປັນ 1 ໃນ 4 ຂອງສູນກາງການເງິນໂລກ ດ້ວຍມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ເພີ່ມຂຶ້ນເປັນ 650.000 ລ້ານເດິແຮມ ໃນທົດສະວັດໜ້າ ແລະ ຈະຊ່ວຍສະໜັບສະໜູນໃຫ້ກາຍເປັນເມືອງທີ່ເຕີບໂຕໄວທີ່ສຸດໃນໂລກ.

ແຜນຍຸດທະສາດພັດທະນາເສດຖະກິດດັ່ງກ່າວນີ້ ຄວບຄຸມເຖິງການຄ້າ ແລະ ການລົງທຶນຈາກຕ່າງປະເທດທີ່ຈະເພີ່ມຂຶ້ນເປັນ 2 ເທົ່າ ໃນທົດສະວັດໜ້າ ( 2024 – 2033 ) ເພື່ອຍົກລະດັບຖານະຂອງນະຄອນດູໄບ ໃຫ້ກາຍເປັນສູນກາງການເງິນລະດັບໂລກ ໂດຍມີເປົ້າໝາຍການຄ້າລະຫວ່າງປະເທດໃຫ້ຂະຫຍາຍຕົວຈາກ 14,2 ລ້ານລ້ານເດິແຮມ ຫຼື ປະມານ 3,87 ລ້ານລ້ານໂດລາສະຫະລັດ ໃນທົດສະວັດນີ້ ( 2014 – 2023 ) ຂຶ້ນໄປເປັນ 25,6 ລ້ານລ້ານເດິແຮມ ຫຼື ປະມານ 6,97 ລ້ານລ້ານໂດລາ ໃນປີ 2033.

May be an image of sky and skyscraper

ນອກຈາກນີ້, ຍັງຕັ້ງເປົ້າໄວ້ວ່າ ຈະດຶງດູດການລົງທຶນຈາກຕ່າງປະເທດໃຫ້ໄດ້ 16.336 ລ້ານໂດລາຕໍ່ປີ ( ຕະຫຼອດ 10 ປີຂ້າງໜ້າ ) ເຊິ່ງເທົ່າກັບ 176.967 ລ້ານໂດລາ ໃນປີ 2033 ເພີ່ມຂຶ້ນຈາກທົດສະວັດນີ້ ທີ່ຢູ່ໃນລະດັບ 8.712 ລ້ານໂດລາຕໍ່ປີ.