ມູນຄ່າການຄ້າ ກຳປູເຈຍ – RCEP ບັນລຸຫຼາຍກວ່າ 28 ຕື້ໂດລາ

41

ສຳນັກຂ່າວຊິນຫົວ ລາຍງານວ່າ: ກະຊວງການຄ້າຂອງກຳປູເຈຍ ເປີດເຜີຍມູນຄ່າການຄ້າຂອງ ກຳປູເຈຍ ກັບ ກຸ່ມປະເທດສະມາຊິກຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ( RCEP ) ໃນໄລຍະເດືອນມັງກອນ ຫາ ເດືອນພະຈິກ ປີ 2022 ລວມມີ 28,4 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີຕໍ່ປີ. ໃນນັ້ນມູນຄ່າການສົ່ງອອກຂອງ ກຳປູເຈຍ ໄປຍັງກຸ່ມປະເທດສະມາຊິກ RCEP ໃນໄລຍະ 11 ເດືອນຂອງປີ 2022 ບັນລຸລະດັບ 5,6 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 5%. ສ່ວນມູນຄ່າການນຳເຂົ້າ ລວມມີ 22,7 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 7%.

No photo description available.

ຄູ່ຄ້າລາຍໃຫຍ່ 5 ອັນດັບທຳອິດຂອງ ກຳປູເຈຍ ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ໄດ້ແກ່: ຈີນ, ຫວຽດນາມ, ໄທ, ສິງກະໂປ ແລະ ຍີ່ປຸ່ນ. ທັງນີ້ຂໍ້ຕົກລົງການເປັນຫຸ້ນສ່ວນໃນລະດັບພາກພື້ນມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນປີ 2022 ປະກອບດ້ວຍ 15 ປະເທດ ອາຊີ – ປາຊີຟິກ, ໃນນັ້ນມີ 10 ປະເທດ ສະມາຊິກອາຊຽນ ທີ່ເຂົ້າຮ່ວມເປັນສະມາຊິກ.

No photo description available.