ສາມຫຼ່ຽມຄຳມີແນວໃໝ່ມາອີກແລ້ວ ເປີດບໍລິການທ່ອງທ່ຽວຢ່າງເປັນທາງການ

123

ແອັດຈະມັກອັບເດດເຂດນີ້ມາໃຫ້ເຫັນເລື້ອຍໆເພາະສາມຫຼ່ຽມຄຳມີແນວໃໝ່ໆມາໃຫ້ເຊີໄພຣ້ຕະຫຼອດ ກ່ຽວກັບການພັດທະນາພາຍໃນເຂດ ຫຼ້າສຸດນີ້ຄືເປີດບໍລິການທ່ອງທ່ຽວພາຍໃນເຂດແລ້ວພ້ອມລົດນຳທ່ຽວໜ້ານັ່ງໄປເລາະສຸດໆຈຳນວນ 20 ຄັນຈະກຽມພ້ອມຕ້ອນຮັບແຂກໄປຢ້ຽມຢາມໂດຍສະເພາະ.

可能是包含下列内容的图片:8 位用户和户外

ຢາກຈະບອກວ່າຕໍ່ໄປນີ້ຖ້າບໍມີໂອກາດໄດ້ໄປທ່ຽວຮອດເມືອງຈີນ ໄປສາມຫຼ່ຽມຄຳເກືອບທຸກຢ່າງແມ່ນເມືອງຈີນ ນັບແຕ່ຖະໜົນຫົນທາງ, ການປະດັບປະດາ, ການຄ້າຂາຍອື່ນໆ.

May be an image of cloud

ຕາມເພຈສາມຫຼ່ຽມຄຳລາຍງານເຊົ້າວັນທີ 5 ມັງກອນ 2023 ນີ້ໃຫ້ຮູ້ວ່າ: ຂະແໜງທ່ອງທ່ຽວ ແລະ ສົ່ງເສີມການລົງທຶນໄດ້ມີການເປີດບໍລິການຂົນສົ່ງ ແລະ ນຳທ່ຽວພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳຢ່າງເປັນທາງການແລ້ວ.

May be an image of outdoors

ທັ້ງນີ້ກໍ່ເພື່ອເພິ່ມຄວາມສະດວກຂອງນັກທ່ອງທ່ຽວ ຫຼື ບຸກຄົນທົ່ວໄປທີ່ຕ້ອງການໄປມາພາຍໃນເຂດ ປະຈຸບັນທາງຂະແໜງທີ່ກ່ຽວຂ້ອງກໍໄດ້ເປີດບໍລິການນີ້ຂຶ້ນມາ.

No photo description available.

ການບໍລິການຈະມີລາຍລະອຽດດັ່ງລຸ່ມນີ້:

1, ລົດປະຈຳທາງ: ເຊິ່ງຈະມີການບໍລິການໄປຕາມແຕ່ລະຈຸດຂອງສະຖານີ ຄ່າບໍລິການ 12.500 ກີບຕໍ່ຄົນ

可能是包含下列内容的图片:大自然、马路和街道

2. ບໍລິການທ່ອງທ່ຽວ: ເປັນບໍລິການສຳລັບການທ່ອງທ່ຽວພາຍໃນເຂດ ຄ່າບໍລິການຈະຄິດເປັນຊົ່ວໂມງ ມີລາຍລະອຽດດັ່ງນີ້:
ບໍລິການ 1 ຊົ່ວໂມງ 75,000 ກີບ/ຄົນ, ບໍລິການ 2 ຊົ່ວໂມງ 125,000 ກີບ, 3 ຊົ່ວໂມງ 175,000 ກີບ ແລະບໍລິການ 4 ຊົ່ວໂມງ 250,000 ກີບຕໍ່ຄົນ.

May be an image of nature

3. ບໍລິການໄກນຳທ່ຽວ: ເປັນບໍລິການພາທ່ຽວ ຄ່າບໍລິການ ຊົ່ວໂມງ 75,000ກີບ  ຖ້າຫາກຕ້ອງການເໝົາໝົດມື້ 500,000 ກີບ

May be an image of sky