ແຂ່ງຂັນໄອຊີທີ ແລະ ນະວັດຕະກຳ ຄົ້ນຫາຜູ້ມີໄອເດຍ, ປະຍຸກການນຳໃຊ້ໄອທີ ເຂົ້າໃນການດຳເນີນທຸລະກິດ

164

ວັນທີ 24 ທັນວາ 2022 ໃນງານສັບປະດາດິຈີຕ໋ອນລາວ ປະຈຳປີ 2022 (Lao Digital Week 2022) ກະຊວງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຈັດການແຂ່ງຂັນໄອຊີທີ ແລະ ນະວັດຕະກຳ ປະຈຳປີ 2022 (Lao ICT Innovation Award 2022) ຂຶ້ນ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄໍາຍອງ ສີຈັນທະວົງ ຮອງຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຈາກກົມກ່ຽວຂ້ອງ, ຄະນະກໍາມະການ, ຜູ້ເຂົ້າແຂ່ງຂັນເຂົ້າຮ່ວມ.

ທ່ານ ນາງ ຄໍາຍອງ ສີຈັນທະວົງ ກ່າວວ່າ: ປະຈຸບັນ ໃນສະພາບການພັດທະນາຢ່າງຕໍ່ເນື່ອງຂອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫຼື ເອີ້ນວ່າ ໄອຊີທີ ໄດ້ເຮັດໃຫ້ ການຜະລິດ, ການບໍລິການ ແລະ ການບໍລິຫານ ຫັນໄປສູ່ຍຸກດີຈີຕ໋ອນຫຼາຍຂຶ້ນ. ຫຼາຍປະເທດ ໄດ້ຊຸກຍູ້-ສົ່ງເສີມນັກພັດທະນາ ແລະ ບໍລິສັດທາງດ້ານໄອຊີທີ, ດີຈີຕ໋ອນ, ນະວັດຕະກໍາ, startup ໄດ້ພັດທະນາໂຕເອງ ດ້ວຍຫຼາຍຮູບແບບ ແລະ ໜຶ່ງໃນຮູບແບບການສົ່ງເສີມ ກໍ່ຄືການຈັດແຂ່ງຂັນໄອຊີທີ, ດີຈີຕ໋ອນ ແລະ ນະວັດຕະກໍາ ໃນລະດັບປະເທດ ຫຼື ສາກົນ. ສຳລັບ ສປປ ລາວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນນາມອົງການຈັດຕັ້ງຄຸ້ມຄອງມະຫາພາກ ທາງດ້ານ ໄປສະນີ, ໂທລະຄົມ, ໄອຊີທີ ແລະ ດີຈີຕ໋ອນ ກໍ່ໄດ້ຈັດການແຂ່ງຂັນໄອຊີທີ ແລະ ນະວັດຕະກໍາ ທົ່ວປະເທດ ຄັ້ງນີ້ເປັນຄັ້ງທີ່ 5 ຫຼັງຈາກທີ່ໄດ້ຮັບຜົນສຳເລັດຈາກການຈັດງານ Lao ICT Award ໃນ 4 ຄັ້ງຜ່ານມາ. ເປົ້າໝາຍແມ່ນ ເພື່ອຊຸກຍູ້-ສົ່ງເສີມໃຫ້ບັນດານັກພັດທະນາ, ບໍລິສັດທາງດ້ານໄອຊີທີ, startup ໃນລາວ ສ້າງຊື່ສຽງຜະລິດຕະພັນຂອງຕົນ ໃຫ້ກັບຄົນລາວ ແລະ ສາມາດບໍລິການອອກສູ່ສາກົນ. ພ້ອມນັ້ນ ກໍ່ສົ່ງເສີມໃຫ້ຄົນລາວໄດ້ນຳໃຊ້ການບໍລິການໄອຊີທີ, ດີຈີຕ໋ອນ ແລະ ນະວັດຕະກໍາ ຂອງຄົນລາວເອງ.

ການຈັດການແຂ່ງຂັນ Lao ICT and Innovation Award ກໍ່ເປັນແຜນງານໜຶ່ງທີ່ນອນໃນແຜນພັດທະນາ ຂະແໜງ ການ ເຕັກໂນໂລຊີ ແລະ ການສື່ສານ ໂດຍໄດ້ຮັບການອະນຸມັດຈາກຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ໂດຍ ມີຄະນະຮັບຜິດຊອບ ທີ່ປະກອບມີທັງພະນັກງານໃນກະຊວງ ຕສ, ຕາງໜ້າສະມາຄົມການຄ້າໄອຊີທີລາວ ແລະ ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ, ຕາງໜ້າຈາກພາກເອກະຊົນ ເພື່ອເຮັດໃຫ້ຄະນະຮັບຜິດຊອບດ່ັງກ່າວ ສາມາດເຄື່ອນໄຫວຢ່າງສະດວກ, ສ້າງຫຼັກການແຂ່ງຂັນຢ່າງຖືກຕ້ອງ ແລະ ສອດຄ່ອງກັບ ຫຼັກການແຂ່ງຂັນ ຂອງອາຊຽນ ແນໃສ່ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ເປັນທຳ ແລະ ໂປ່ງໃສ.

ງານແຂ່ງຂັນ Lao ICT and Innovation Award ປີ 2022 ໃນຄັ້ງນີ້ ໄດ້ຖືກຍົກລະດັບຂອງງານ ທີ່ມາຈັດຮ່ວມກັບງານ Digital Week 2022 ທີ່ເປັນງານໃຫ່ຍລະດັບປະເທດ ແລະ ມີຜູ້ເຂົ້າຮ່ວມແຂ່ງຂັນ ທີ່ມາຈາກ 25 ພາກສ່ວນ ເປັນຕົ້ນ ຈາກພາກລັດ, ລັດວິສາຫະກິດ, ນິຕິບຸກຄົນ, ບຸກຄົນ ແລະ ນັກສຶກສາ ຊຶ່ງແບ່ງໝວດແຂ່ງຂັນອອກເປັນ ປະເພດໝວດທົ່ວໄປ ແລະ ໝວດນັກສຶກສາ. ພ້ອມກັນນັ້ນ ເວລາແຫ່ງນີ້ ຈະເປັນເວລາແຫ່ງການຄັດເລືອກເອົາ ຜະລິດຕະພັນທີ່ດີເດັ່ນ ເພື່ອເປັນຕົວແທນ ຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນ ງານ ASEAN ICT Award ໃນຕໍ່ໜ້າ.

ສຳລັບການຈັດງານຄັ້ງນີ້, ຫວັງວ່າ ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ ຈະສຸມສະຕິ ແລະ ສະມາທິ ເພື່ອນຳສະເໜີກ່ຽວກັບຜະລິດຕະພັນຂອງຕົນ ຢ່າງໂດດເດັ່ນ ແລະ ຈູງໃຈຄະນະກຳມະການ ເພື່ອໃຫ້ຍາດໄດ້ ລາງວັນຊະນະເລີດ ແລະ ຈະປະກາດຜົນໃນວັນທີ 25 ທັນວາ 2022.