ເປີດກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ

81

ການນໍາລະດັບສູງໄດ້ເຂົ້າຮ່ວມຈັດກອງປະຊຸມກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ (Lao Digital Transformation Forum) ເປັນວາລະໜຶ່ງໃນງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-25 ທັນວາ 2022. ກອງປະຊຸມດັ່ງກ່າວ ດໍາເນີນພາຍໃຕ້ຄຳຂັວນ: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ” ໂດຍສະເພາະສຸມໃສ່ການຫັນເປັນດິຈິຕ໋ອນຂອງທຸກອົງການປົກຄອງ ແລະ ທຸກຂະແໜງການ.

May be an image of 6 people

ຈຸດປະສົງຂອງກອງປະຊຸມ ແມ່ນສ້າງກາລະໂອກາດໃຫ້ການນໍາລະດັບສູງຂອງທຸກພາກສ່ວນໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕ໋ອນຂອງພາກສ່ວນຕົນ. ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ທັນວາ 2022 ນີ້, ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ໂດຍກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພາຍໃຕ້ການເປັນປະທານຂອງ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານເຈົ້າແຂວງ-ຮອງເຈົ້າແຂວງ, ລັດຖະມົນຕີ-ຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ ຂອງບັນດາກະຊວງ ແລະ ອົງການທຽບເທົ່າ.

May be an image of 1 person and indoor
ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ກ່າວເປີດ ແລະ ນໍາສະເໜີຕໍ່ກອງປະຊຸມວ່າ: ເຕັກໂນໂລຊີດິຈິຕ໋ອນ ແມ່ນມີການພັດທະນາຢ່າງກ້າວກະໂດດ ແລະ ໄວວາ, ມັນໄດ້ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊິວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໄຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫຼາຍປະເທດ ສຸ່ມໃສ່ການພັດທະນາ ແລະ ນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ບໍລິການຂອງລັດສູ່ສັງຄົມ ໂດຍສະເພາະເຕັກໂນໂລຊີທີ່ມີຄວາມກ້າວໜ້າ ເປັນຕົ້ນ ເຕັກໂນໂລຊີ ປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big data), ກຸ່ມຂໍ້ມູນຜູກພັນ (Blockchain) ທີ່ຊ່ວຍໃຫ້ການຄຸ້ມຄອງລັດ ມີຄວາມວ່ອງໄວ, ໂປ່ງໃສ ແລະ ປະຢັດ.

May be an image of 2 people, people sitting, indoor and text that says '2 ปะทาบ'

ສະນັ້ນ, ການຫັນລັດຖະບານເປັນດິຈິຕ໋ອນ ໄດ້ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫຼາຍປະເທດທີ່ຈະເລີນ ປະສົບຜົນສຳເລັດໃນການພັດທະນາເສດຖະກິດ ແລະ ສັງຄົມ, ສຳລັບປະເທດກຳລັງພັດທະນາ ແມ່ນກຳລັງສ້າງຂໍ້ລິເລີ່ມໃນການພັດທະນາລັດຖະບານຂອງຕົນໄປສູ່ດິຈິຕ໋ອນ. ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະນາ ແລະ ຈຳເປັນຕ້ອງກ້າວສູ່ ການຄຸ້ມຄອງລັດດ້ວຍເຕັກໂນໂລຊີດິຈິຕ໋ອນ ແລະ ການຫັນລັດເປັນດິຈິຕ໋ອນ ມັນບໍ່ແມ່ນພຽງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານເທົ່ານັ້ນ ທີ່ຕ້ອງຜັນຂະຫຍາຍ ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ແຕ່ມັນຄື ການພັດທະນາຮ່ວມກັນຢ່າງມີແບບແຜນ ແລະ ຈຸດສຸມ ຢ່າງເປັນລະບົບ ຊຶ່ງຕ້ອງມີການ ຮ່ວມມືກັນພັດທະນາ, ລົງທຶນ ແລະ ນຳໃຊ້ເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ.

May be an image of 2 people, people sitting, indoor and text that says 'EXIT'

ໂດຍສະເພາະການນຳໃຊ້ ຊອບແວຣ໌ ແລະ ໂຄງລ່າງພື້ນຖານທາງເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ເຊື່ອມໂຍງຂອງທຸກລະບົບເຂົ້າກັນໄດ້ ແລະ ປະຢັດຄ່າໃຊ້ຈ່າຍ. ດ່ັງນັ້ນ, ພາຍໃຕ້ຄຳຂວັນຂອງງານສັບປະດາດິຈິຕ໋ອນ ຄື: “ການຮ່ວມມື ທົ່ວສັງຄົມເພື່ອການຫັນເປັນດິຈິຕ໋ອນຂອງ ສປປ ລາວ” (Collaboration Across Lao Digital Transformation) ແມ່ນ ເພື່ອສ່ອງແສງເຖິງຄວາມຮັບຜິດຊອບ ຂອງທຸກຂະແໜງການ ແລະ ສັງຄົມ ຕໍ່ພັດທະນາວຽກງານ ດິຈິຕ໋ອນ ຂອງ ສປປ ລາວ.

May be an image of 6 people, people sitting and indoor
ໃນງານກອງປະຊຸມ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ ຕາງໜ້າ 13 ພາກສ່ວນ ກໍໄດ້ພັດປ່ຽນກັນຂຶ້ນນຳສະເໜີ ແລະ ລາຍງານ ສະພາບການພັດທະນາຫັນເປັນດິຈິຕ໋ອນຂອງຂະແໜງການຕົນ, ພິເສດ ໄດ້ມີຕາງໜ້າ ຈາກກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມ ກໍໃຫ້ກຽດເຂົ້າຮ່ວມນຳສະເໜີ ບົດຮຽນ ແລະ ແຜນການພັດທະນາຫັນເປັນດິຈິຕ໋ອນ ຂອງຫວຽດນາມອີກດ້ວຍ.

May be an image of 9 people, people sitting and indoor