ປະດັບຫຼຽນໄຊ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ແກ່ບຸກຄົນດີເດັ່ນ ກະຊວງເຕັກໂນໂລຊີ ແລະການສື່ສານ

143

ໃນງານສັບປະດາດີຈິຕ໋ອນ (Digital Week) ປະຈໍາປີ 2022 (ທີ່ດຳເນີນ ວັນທີ 21-25 ທັນວາ 2022) ໃນວັນທີ 22 ທັນວາ ໄດ້ມີກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020) ແລະ ທິດທາງ ຮອດ ປີ 2025 ຂຶ້ນ. ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ຫາປະຊຸມແຫ່ງຊາດ.

May be an image of one or more people and people standing

ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນໄລຍະ 5 ປີ ຜ່ານມາກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ພ້ອມທັງຜັນຂະຫຍາຍ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍໄດ້ສຸມໃສ່ປະຕິບັດຕາມບັນດາແຜນງານ ແລະ ໂຄງການບູລິມະສິດລະດັບຊາດຂອງລັດຖະບານ; ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານມາເປັນອັນສະເພາະຂອງຕົນ,ໃນນັ້ນ ໄດ້ກຳນົດວິໄສທັດໃນການພັດທະນາ ຮອດປີ 2030 ຄື: ຫັນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໃຫ້ກາຍເປັນອຸດສາຫະກຳ ແລະ ທັນສະໄໝ, ເປັນເຄື່ອງມືທີ່ສຳຄັນໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ.

May be an image of 1 person and flower

ຜັນຂະຫຍາຍມາເປັນແຜນການ 5 ປີ ຄັ້ງທີ II (2016-2020) ດ້ວຍຈຸດໝາຍລວມທີ່ວ່າ: ພັດທະນາຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ກາຍເປັນອຸດສາຫະກຳທັນສະໄໝ, ມີພື້ນຖານໂຄງລ່າງດ້ວຍລະບົບຄວາມໄວສູງ, ປອດໄພ, ທົ່ວເຖິງ ແລະ ເປັນຈຸດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງມີຄຸນນະພາບສູງ ຊ່ວຍຍູ້ແຮງ ຂອງການພັດທະນາ ເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວໄວຂຶ້ນ ແລະ ມີຄວາມຍືນຍົງ.

May be an image of one or more people and people standing

ເພື່ອບັນລຸຈຸດໝາຍລວມດັ່ງກ່າວ, ຈຶ່ງໄດ້ກຳນົດອອກ 9 ວຽກຈຸດສຸມ, 70 ແຜນງານ ແລະ 75 ໂຄງການ ເຊື່ອມສານເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ. ຜ່ານການຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນງານ ແລະ ໂຄງການຈຸດສຸມໃນໄລຍະ 5 ປີຜ່ານມາ ສາມາດ ສຳເລັດ 65 ແຜນງານ ທຽບໃສ່ແຜນການເທົ່າກັບ 93% ແລະ 62 ໂຄງການ ມູນຄ່າ 158,79 ຕື້ກີບ, ທຽບໃສ່ແຜນການເທົ່າກັບ 83% ຊຶ່ງມີຜົນສໍາເລັດ ອັນພົ້ນເດັ່ນເປັນຕົ້ນ: ດ້ານນິຕິກຳ ໄດ້ປັບປຸງນະໂຍບາຍແຫ່ງຊາດດ້ານ ໄອຊີທີ; ໄດ້ສຳເລັດການສ້າງ ວິໄສທັດຮອດປີ 2040, ຍຸດທະສາດ ຮອດປີ 2030, ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດ 5 ປີ ( 2021-2025 ), ແຜນແມ່ບົດສົ່ງເສີມທຸລະກິດສະຕາດອັບ; ປັບປຸງ, ສ້າງກົດໝາຍ ແລະ ນິຕິກໍລຸ່ມກົດໝາຍ ທັງໝົດ 64 ສະບັບ.

May be an image of 6 people, people sitting, people standing and suit

ອັນພົ້ນເດັ່ນແມ່ນສຳເລັດການສ້າງນິຕິກຳການຄຸ້ມຄອງ ການເຮັດທົດລອງທຸລະກຳຊັບສິນ ດີຈີຕອນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂບັນຫາເສດຖະກິດ-ການເງິນ ຊຶ່ງເປັນການສ້າງແຫຼ່ງລາຍຮັບໃໝ່ໃຫ້ແກ່ ງົບບປະມານແຫ່ງຊາດ ມາຮອດປະຈຸບັນໄດ້ ເຊັນສັນຍາວ່າດ້ວຍການເຮັດທົດລອງ ຂຸດຄົ້ນເງິນຄຣິບໂຕ ກັບ 14 ບໍລິສັດແລ້ວ.

May be an image of 6 people and people standing
ໃນໂອກາດດັ່ງກ່າວ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນບາງບັນດາຄື: ຂໍໃຫ້ຄະນະພັກ, ຄະນະນຳ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ປຸກລະດົມ ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆໃນທົ່ວປະເທດ ພ້ອມກັນຕັ້ງໜ້າເຂົ້າຮ່ວມໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຕາມຄໍາຂວັນ, ຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກຳລັງແຮງຂັບເຄື່ອນໃນການຫັນເປັນດິຈິຕ໋ອນ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຕາມເນື້ອໃນຂໍ້ແຂ່ງຂັນ ໃຫ້ໄດ້ຕາມຄາດໝາຍຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ.

May be an image of 2 people and people standing

ການແຂ່ງຂັນສ້າງຂະບວນການຕ້ອງດຳເນີນໄປແຕ່ຫົວທີຢ່າງເປັນປົກກະຕິ-ຕໍ່ເນື່ອງ ແລະ ຫຼາຍຮູບ, ຫຼາຍແບບ, ຫຼາຍລະດັບ; ຕ້ອງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກກວ່າເກົ່າ ເປັນຕົ້ນ ສ້າງໃຫ້ມີຜະລິດຕະພັນໃໝ່ເກີດຂຶ້ນ, ເສີມຂະຫຍາຍຫົວຄິດປະດິດສ້າງ, ການປະດິດຄິດແຕ່ງໃໝ່ ແລະ ນຳໃຊ້ນະວັດຕະກໍາໃໝ່ ເຂົ້າສູ່ການຜະລິດ ແລະ ການບໍລິການ ໃຫ້ຫຼາຍ; 2). ຄະນະພັກ, ຄະນະນໍາແຕ່ລະຂັ້ນ ລວມເຖິງ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ຕ້ອງສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການຍົກສູງຄວາມສາມາດ ແລະ ຄຸນະພາບ ໃນການນຳພາຂອງພັກ ໃນໄລຍະໃໝ່, ການແຂ່ງຂັນຮັກຊາດ ແລະ ພັດທະນາ ຂໍໃຫ້ເປັນການທົດສອບຄວາມສາມາດໃນການນໍາພາ ຂອງຄະນະພັກ ແລະ ຄະນະນໍາແຕ່ລະຂັ້ນໃນໄລຍະໃໝ່.

May be an image of 15 people and text

ໃນພິທີຍັງໄດ້ມີການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ແກ່ບຸກຄົນດີເດັ່ນ 1.376 ທ່ານ ແລະ ກົມກອງລວມໝູ່ດີເດັ່ນ 32 ກົມກອງ ລາຍລະອຽດດັ່ງລຸ່ມນີ້: 1). ສະເໜີປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນ, ຈຳນວນ 30 ທ່ານ ແລະ 05 ກົມກອງ; 2). ສະເໜີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນ, ຈຳນວນ 47 ທ່ານ, ແລະ 07 ກົມກອງ; 3). ສະເໜີປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ບຸກຄົນ, ຈຳນວນ 93 ທ່ານ ແລະ 19 ກົມກອງ; 4). ສະເໜີປະດັບຫຼຽນກາແຮງງານ ໃຫ້ບຸກຄົນ, ຈຳນວນ 238 ທ່ານ ແລະ 01 ກົມກອງ; 5). ສະເໜີໃບຍ້ອງຍໍລັດຖະບານ ໃຫ້ບຸກຄົນ, ຈຳນວນ 968 ທ່ານ.

May be an image of 4 people, people standing and indoor
ພ້ອມນີ້ຜ່ານການປະເມີນການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ-ລັດຖະກອນ ໃນປີ 2021 ສາມາດສັງລວມຜູ້ທີ່ມີຜົນງານດີເດັ່ນປະເພດຕ່າງໆດັ່ງນີ້: 1). ໃບຍ້ອງຍໍຂັ້ນກະຊວງປະເພດ I ທີ່ມີຜົນການປະເມີນດີຫຼາຍ ໃຫ້ບຸກຄົນ ຈຳນວນ 372 ທ່ານ ແລະ ໃບຍ້ອງຍໍຂັ້ນກະຊວງປະເພດ II ທີ່ມີຜົນການປະເມີນດີ ໃຫ້ບຸກຄົນ ຈຳນວນ 193 ທ່ານ.