ສຶກສາເບິ່ງໂຕລົດໄຟຟ້າຮຸນໄດ IONIQ5

117

ຫຼັງຈາກທີ່ໂຄລາວໄດ້ເປີດໂຕລົດໄຟຟ້າຄັນທຳອິດໄປເມື່ອອາທິດແລ້ວນີ້ ແລະພວກເຮົາໄດ້ນຳສະເໜີຂ່າວອອກໄປກໍມີແຟນຂ່າວຫຼາຍຄົນສອບຖາມຕື່ມຢາກຮູ້ຂໍ້ມູນໂຕລົດໃໝ່ນີ້ ມື້ນີ້ຈັດຕາມຄຳຂໍ ຂໍ້ມູນພື້ນຖານສຳລັບລົດໄຟຟ້າ ຮຸນໄດ IONIQ5.

May be an image of 1 person and car
ລົດລຸ້ນນີ້ແມ່ນຖືກອອກແບບມາດ້ວຍຄວາມຍາວ 4,635 ມມ ກວ້າງ 1,890 ມມ ຄວາມສູງຂອງເຄື່ອງ 1,605 ມມ ແລະມີຖານລໍ້ທີ່ 3,000 ມມ.

May be an image of 2 people, people standing and car

ນຳໃຊ້ແບັດເຕີຣີ MITHIUM-ION ຄວາມຈຸຂອງແບັດເຕີຣີແມ່ນ 72.6 kWh ເມື່ອສາກເຕັມຄັ້ງໜຶ່ງຈະສາມາດແລ່ນໄດ້ 481 ກິໂລແມັດ ດ້ວຍຄວາມໄວສູງສຸດ 185 ກິໂລແມັດຕໍ່ຊົ່ວໂມງ.

May be an image of car
ສຳລັບໂຕແບັດເຕີຣີ ຖ້າສາກໄຟຄົວເຮືອນທົ່ວໄປແມ່ນຈະໃຊ້ເວລາປະມານ 6 ຊົ່ວໂມງ ແຕ່ຖ້າສາກດ້ວຍເຄື່ອງສາກໄວຂະໜາດ 50 KW ຈະໃຊ້ເວລາພຽງແຕ່ 56 ນາທີ ແລະຖ້າສາກໃນເຄື່ອງສາກໄວຂະໜາດ 350 KW ຈະໃຊ້ເວລາພຽງ 17 ນາທີກວ່າເທົ່ານັ້ນເອງ.

May be an image of car and road
ຮູ້ຂໍ້ມູນແບບນີ້ແລ້ວທ່ານໃດທີ່ກຳລັງຢາກພິຈາລະນາຊື້ລົດຄູ່ໃຈຈັກຄັນ ໂດຍສະເພາະແມ່ນລົດໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ ປະຢັດເງິນໃນກະເປົາທ່ານສາມາດເຂົ້າມາເບິ່ງລົດຕົວຈີງໄດ້ທີ່ຫ້ອງຂາຍໂຄລາວ ມີລົດພ້ອມມອບໃຫ້ທ່ານເປັນເຈົ້າຂອງແລ້ວທັງໝົດ 3 ສີ ຄືສີດຳ, ສີປອນ ແລະສີສົ້ມ.

May be an image of 8 people, people standing, suit and indoor

ຕົວຈີງທີ່ລະອຽດກວ່ານີ້ຕ້ອງມາສຳຜັດດ້ວຍຕົວທ່ານເອງ

May be an image of car and road