ສຶກສາທີ່ມາ “ວັນເໝົາຍັນ” ບົດຮຽນມັດທະຍົມທຸກຄົນລືມແລ້ວບໍ

120

ມື້ນີ້ 22 ທັນວາ  ເປັນວັນເໝົາຍັນ ແອັດເລີຍເອົາຂໍ້ມູນມາຝາກແຟນຂ່າວ ເຊື່ອວ່າຫຼາຍຄົນຍັງຈຳໄດ້ໃນທິດສະດີທີ່ເຄີຍຮຽນຕອນມັດທະຍົມ ແຕ່ຕົວຈີງເປັນແນວໃດ ມາເບິ່ງນຳກັນມື້ນີ້ເລີຍຕາເວັນຈະຕົກດິນ ເວລາ 17:55 ນາທີ ເນື່ອງຈາກເປັນວັນເໝົາຍັນ (Winter Solstice) ເຊິ່ງເປັນມື້ທີ່ຕາເວັນຂຶ້ນບ່ຽງໄປທາງໃຕ້ຫຼາຍທີ່ສຸດ, ແລະ ຕົກທາງທິດຕາວັນຕົກບ່ຽງໄປທາງໃຕ້ຫຼາຍທີ່ສຸດ ສົ່ງຜົນໃຫ້ເວລາການເວັນສັ້ນ ແລະ ກາງຄືນຍາວໃນຮອບປີ.

May be an image of nature, body of water, sky and twilight

ໂດຍປົກກະຕິແລ້ວແຕ່ລະວັນ ດວງຕາເວັນຈະປະກົດຂຶ້ນຢູ່ຕຳແໜ່ງທີ່ແຕກຕ່າງກັນ ປ່ຽນຕຳແໜ່ງໄປປະມານມື້ລະ 1 ອົງສາ ຕັ້ງແຕ່ເດືອນກັນຍາເປັນຕົ້ນມາ ແລະດວງຕາເວັນຈະຄ່ອຍໆເຄື່ອນທີ່ຈາກຈຸດຕັ້ງສາກກັບເສັ້ນສູນສຸດຂອງໂລກລົງມາທາງໃຕ້ ສັງເກດໄດ້ຈາກທ້ອງຟ້າໃນຊ່ວງນີ້ຈະມືດໄວຂຶ້ນເລື້ອຍໆຈົນກວ່າດວງຕາເວັນຈະເຄື່ອນມາຕຳແໜ່ງສະຫຼຽງກັບທາງທິດໃຕ້ຫຼາຍທີ່ສຸດໃນວັນເໝົາຍັນ ຂອງແຕ່ລະປີ ໃນວັນນັ້ນຈິ່ງມີກາງເວັນທີ່ສັ້ນທີ່ສຸດ ແລະກາງຄືນຍາວທີ່ສຸດໃນຮອບປີ.

May be an image of outdoors and text

ໃນວັນເໝົາຍັນ ປີນີ້ດວງຕາເວັນແມ່ນເລີ່ມຂຶ້ນແຕ່ເວລາປະມານ 6:36 ໂມງ ແລະຈະລັບຂອບຟ້າໃນເວລາ ປະມານ 17:55 ໂມງ ລວມໄລຍະເວລາກາງເວັນ 11 ຊົ່ວໂມງກັບ 19 ນາທີ ນາກຈາກນີ້ ວັນເໝົາຍັນ ຖືເປັນວັນທຳອິດຂອງການເຂົ້າສູ່ລະດູໜາວສຳລັບປະເທດທີ່ຕັ້ງຢູ່ທາງຊີກໂລກເໜືອ ແຕ່ສຳລັບປະເທດທາງຊີກໂລກໃຕ້ຈະເປັນມື້ທຳອິດທີ່ເຂົ້າສູ່ລະດູຮ້ອນ.