ຫຼາຍພາກສ່ວນໄດ້ມອບເງິນຊຸກຍູ້ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ

500

ຫຼາຍອົງານ, ບໍລິສັດ, ຫ້າງຮ້ານ ສືບຕໍ່ມອບວັດຖຸ ແລະ ເງິນຊຸກຍູ້ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ທີ່ຈັດຂຶ້ນຢ່າງເປັນທາງການລະຫວ່າງວັນທີ 13-23 ທັນວາ 2022.

ໃນລະຫວ່າງວັນທີ 14-15-16 ທັນວາ 2022 ຜ່ານມາ ທີ່ຫ້ອງວ່າການແຂວງຊຽງຂວາງ ມີ ບໍລິສັດ ອຸດົມມາຍນິງ ໄດ້ມອບເງິນ ຈຳນວນ 200.000.000 ກີບ, ບໍລິສັດ ພັດທະນາຊາບູຮານ ພູສັນຊຽງຂວາງ ຈຳກັດ ໄດ້ມອບ ນຳຢ່າຂ້າເຊື້ອແບັກທີເຣຍ (Juromgji) 13 ແກັດ ມູນຄ່າ 200.000.000 ກີບ, ກອງບັນຊາການ ທະຫານເຂດ 4 ປະຈຳຊຽງຂວາງ ຮ່ວມກັບກຸ່ມ ບໍລິສັດ ໂກເອໂກມອບເງິນ 30.000.000 ກີບ, ບໍລິສັດ ເອັດສທີກຣຸບ ຈຳກັດ ມອບເງິນ 4.000.000 ກີບ ໃຫ້ແຂວງຊຽງຂວາງ ເພື່ອເປັນການຊຸກຍູ້ອຸປະຖຳງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ເຊິ່ງໃຫ້ກຽດກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ.

ມາວັນທີ 18 ທັນວາ 2022 ບໍລິສັດແຄນໂດ (Candle) ໄດ້ມອບເງິນ 20.000.000 ກີບ ໃຫ້ແຂວງເພື່ອເປັນການຊຸກຍູ້ອຸປະຖຳງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃຫ້ກຽດກ່າວມອບໂດຍ ທ່ານ ເດດ ສີວິໄລ ຕ່າງໜ້າ ປະທານສະມາຄົມຊາວຫວຽດນາມ ແຂວງຊຽງຂວາງ ແລະ ກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຊຽງຂວາງ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ ບໍລິລິສັດ ແຄນໂດ (candle) ຊຽງຂວາງ ຂອງຫວຽດນາມທີ່ໄດ້ໃຫ້ການຊຸກຍູ້, ສະໜັບສະໜູນ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຮ່ວມມືຊ່ວຍເຫຼືອຕື່ມອີກໃນຕໍ່ໜ້າ ເຊິ່ງຈຳນວນເງິນດັ່ງກ່າວທີ່ໄດ້ປະກອບສ່ວນແມ່ນຈະນຳໃຊ້ເຂົ້າໃນວຽກງານຊ່ວຍເຫຼືອງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ໃຫ້ປະສົມຜົນສຳເລັດ.