​ສຳ​ປະ​ທານ​ດິນ​ລັດ 30 ເຮັກ​ຕາ ສ້າງໂຮງງານປຸງແຕ່ງຫີນອ່ອນຢູ່ຫຼວງ​ພະ​ບາງ

418

​ແຂວງຫຼວງ​ພະ​ບາງ​ໄດ້​ອະ​ນຸ​ມັດ​ໃຫ້​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ເຂົ້າ​ສຳ​ປະ​ທານ​ທີ່​ດິນ​ລັດ​ຈຳ​ນວນ 30 ເຮັກ​ຕາກວ່າ ເພື່ອ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ຫີນ​ອ່ອນ​ໃນ​ແຂວງ​ດັ່ງ​ກ່າວ ນີ້​ເປັນ​ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນຫຼາຍ​ຂອງຫຼວງ​ພະ​ບາງ ແລະ​ຫວັງ​ວ່​ຈະ​ຊ່ວຍ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ໄດ້​ຈຳ​ນວນ​ໜຶ່ງ.

May be an image of 8 people, people standing, people sitting and indoor
ພິທີເຊັນສັນຍາສຳປະທານທີ່ດິນລັດຄຸ້ມຄອງເພື່ອສ້າງໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ລະ​ຫວ່າງທ່ານ ຈິນດາວົງ ໂພສີຄຳ ​ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ​ແລະ ທ່ານ ເພັດຈະເລີນ ໂມະນີ ຜູ້ອຳນວຍການບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC) ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ມີບັນດາທ່ານຫົວໜ້າພະແນກການ, ຮອງຫົວໜ້າພະແນກການຂອງແຂວງ ພ້ອມດ້ວຍຜູ້ຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person and standing
ໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ຕັ້ງຢູ່ເຂດບ້ານນູນສະຫວາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ມີເນື້ອທີ່ສຳປະທານ ທັງໝົດ 30,37 ເຮັກຕາ, ສັນຍາມີອາຍຸ 30 ປີ, ເລີ່ມແຕ່ 15ທັນ​ວາ2022 ເຖິງ 15 ທັນ​ວາ 2052 ຈາກນັ້ນ ໂຄງການຈະຕົກເປັນຂອງພາກລັດ, ອາຍຸສັນຍາສາມາດຕໍ່ໄດ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ທີ່ມີຜົນບັງຄັບໃຊ້ໃນແຕ່ລະໄລຍະບົນພື້ນຖານເຈລະຈາເນື້ອໃນສັນຍາຄືນໃໝ່.

May be an image of 11 people, people sitting, people standing and indoor

ໂຄງການດັ່ງກ່າວ ເປັນການລົງທຶນເອກະຊົນພາຍໃນ 100% ໂດຍ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC), ມູນຄ່າການລົງທຶນທັງໝົດ 3 ລ້ານໂດລາ, ທຶນຈົດທະບຽນ 1 ລ້ານໂດລາ, ໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ຈະໄດ້ສຸມໃສ່ຜະລິດ ແລະ ແປຮູບແຜ່ນຫີນອ່ອນມາໂບ, ຜະລິດແຜ່ນຫີນອ່ອນທຽມ (ຜະລິດຈາກຫີນອ່ອນມາໂບ), ສາງເກັບມ້ຽນຫີນອ່ອນມາໂບ, ຜະລິດຜົງແຄວຊ່ຽມຄາໂບແນັດ (Calcium Carbonate) ແລະ ສາງເກັບມ້ຽນສະເພາະ, ມີຫ້ອງວາງສະແດງຫີນອ່ອນມາໂບ, ສໍານັກງານ-ຫ້ອງການ, ທີ່ພັກພະນັກງານ ແລະ ຫ້ອງອາຫານ, ເດີ່ນຈອດລົດ, ສະຖານທີ່ຄ່ຽນຖ່າຍສິນຄ້າ, ເດີ່ນສໍາລັບກິດຈະກຳຕ່າງໆ ແລະ ສິ່ງອຳນວຍຄວາມສະດວກອື່ນໆ.

(ຂ່າວ-ພາບ: ຈໍາປາ)