ຕິດຕາມ! ໄຟຟ້າລາວກຽມຈັດລະບຽບໝໍ້ນັບໄຟ ໃຫ້ໄດ້ມາດຕະຖານ

113

ເປີດໂຄງການ ຈັດລະບຽບໝໍ້ນັບໄຟ ໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ເຊິ່ງເປັນໜຶ່ງໃນໜ້າວຽກຂອງຂອບການຮ່ວມມືລະຫວ່າງ ໄຟຟ້າລາວ ກັບ ອົງການປົກຄອງນະຄອນຫຼວງວຽງຈັນ, ນອກຈາກການຈັດລະບຽບໝໍ້ນັບໄຟແລ້ວ, ຍັງມີການຮ່ວມມືດ້ານບຳລຸງຮັກສາ-ສ້ອມແປງ ໄຟອຳນາດຈະລາຈອນ, ໄຟເຍືອງທາງ, ຕັດຕົ້ນໄມ້ຕາມແລວສາຍໄຟ, ຈັດລະບຽບສາຍໄຟ-ສາຍໂທລະຄົມ ລວມເຖິງ ການວາງມາດຕະການປະຢັດໄຟໃນສຳນັກງານອົງການຕ່າງໆ.

May be an image of 2 people, outdoors and text that says 'PHOUS'
ໃນວັນທີ 18 ທັນວາ 2022 ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີເປີດໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີ ກະຊວງການເງິນ, ທັງເປັນ ຫົວໜ້າຄະນະປະຕິຮູບ (ຟຟລ); ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທັງເປັນ ຮອງຫົວໜ້າ ຄະນະປະຕິຮູບ (ຟຟລ); ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ (ຟຟລ); ພ້ອມມີແຂກຖືກເຊີນຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

No description available.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ (ຟຟລ) ໄດ້ກ່າວວ່າ: ໂຄງການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ເປັນໜຶ່ງໃນໜ້າວຽກຂອງກອບການຮ່ວມມືລະຫວ່າງ ໄຟຟ້າລາວ ກັບ ອົງການປົກຄອງນະຄອນຫຼວງວຽງຈັນ, ເຊິ່ງໄດ້ເຊັນບົດບັນທຶກການຮ່ວມມືຮ່ວມກັນນັບແຕ່ປີ 2021 ເປັນຕົ້ນມາ, ນອກນີ້, ຍັງມີການຮ່ວມມືດ້ານບຳລຸງຮັກສາ-ສ້ອມແປງ ໄຟອຳນາດຈາລະຈອນ, ໄຟເຍືອງທາງ, ຕັດຕົ້ນໄມ້ຕາມແລວສາຍໄຟ, ຈັດລະບຽບສາຍໄຟ-ສາຍໂທລະຄົມ ລວມເຖິງ ການວາງມາດຕະການປະຢັດໄຟໃນສຳນັກງານອົງການຕ່າງໆ.

No description available.
ການຮ່ວມມືກັບອົງການປົກຄອງນະຄອນຫຼວງ ແມ່ນເປັນຂີດໝາຍສຳຄັນ ເພາະມັນໄດ້ສໍ່ສະແດງເຖິງການມີສ່ວນຮ່ວມຂອງ ລັດວິສາຫະກິດໄຟຟ້າລາວ ຢູ່ຄຽງຄູ່ກັບສັງຄົມລາວ ຕະຫຼອດໄລຍະ 61 ປີທີ່ຜ່ານເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ ລັດວິສາຫະກິດໄຟຟ້າລາວນອກຈາກເຮັດໜ້າທີ່ສະໜອງໄຟໃຫ້ສັງຄົມ ຍັງເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຕໍ່ມາດຕະຖານ-ຄວາມປອດໄພຂອງພໍ່ແມ່ປະຊາຊົນອີກດ້ວຍ, ເຊິ່ງພວກເຮົາຈະຖືເອົາບົດຮຽນ ທີ່ໄດ້ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຢູ່ນະຄອນຫຼວງວຽງຈັນ ເປັນໂຄງການໂຕແບບ ໃຫ້ບັນດາທ້ອງຖິ່ນອື່ນເປັນແບບຢ່າງໃນການປະຕິບັດ.

No description available.
ທ່ານກ່າວຕື່ມວ່າ: ເຊິ່ງງານເປີດ ໂຄງການໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ຕໍ່ການດຳເນີນທຸລະກິດ ກໍ່ຄືແບບແຜນວິທີການເຮັດວຽກຂອງ ລັດວິສາຫະກິດໄຟຟ້າລາວ ໂດຍຍົກໃຫ້ເຫັນບາງດ້ານ ຄື: 1). ເປັນຈຸດເລີ່ມຕົ້ນຂອງການຈັດຕັ້ງປະຕິບັດວຽກງານຂອງ ຟຟລ ໃນການຈັດລະບຽບໝໍ້ນັບໄຟໃຫ້ໄດ້ມາດຕະຖານ ເພື່ອຄວາມສວຍງາມຂອງຕົວເມືອງ ກໍ່ຄືໃນຂອບເຂດທົ່ວປະເທດ; 2). ເພື່ອເປັນການຕ້ອນຮັບວັນສ້າງຕັ້ງ ລັດວິສາຫະກິດໄຟຟ້າລາວ ຄົບຮອບ 61 ປີ;

May be an image of 1 person, street, sky and road

3). ເພື່ອເພີ່ມທະວີ ຮັດແໜ້ນຄວາມສາມັກຄີໃນການຮ່ວມມືລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ມີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານການຈັດຕັ້ງປະຕິບັດວຽກງານໄຟຟ້າ ພາຍໃນນະຄອນຫຼວງວຽງຈັນ ກໍ່ໃຫ້ເກີດເປັນສາຍໄຍມິດຕະພາບທີ່ໝັ້ນຄົງ ລະຫວ່າງ ພາກລັດ ແລະ ລັດວິສາຫະກິດ; 4). ເປັນການຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະຂອງ ຟຟລ ໃຫ້ມີຄວາມພົ້ນເດັ່ນ, ເປັນການເພີ່ມໂອກາດ ໃຫ້ພະນັກງານ-ກຳມະກອນພວກເຮົາ ໄດ້ໃກ້ຊິດຕິດແທດ ແລະ ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນຫຼາຍຂຶ້ນ.