ສາວໆສະໝັກໄປຫຼາຍໆເດີ້ ຮ່ວມຊີງມົງນາງສາວດອກງີ້ວບານ ຮອບຄັດເລືອກ 5 ມັງກອນ 2023

108

ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ ຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະຈຸບັນຜູ້ຮັບຜິດຊອບແມ່ນກຳລັງດຳເນີນການຄັດເລືອກນາງສາວງາມ ເຊິ່ງວັນທີ 25 ທັນວາ 2022 ແມ່ນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ ການປະກວດນາງສາວທ່ອງທ່ຽວລາວ.

May be an image of 13 people and people standing

ການປະກວດນາງສາວທ່ອງທ່ຽວລາວແມ່ນ ການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊິງເງິນລາງວັນຫຼາຍເຖິງ 300,000,000 ກີບ ( ຕ້ອງການສະໝັກ ຕິດຕໍ່ເບີ 020 95289975) ແລະ ນາງສາວດອກງີ້ວບານແມ່ນ ຄັດເລືອກນາງສາວງາມຈາກແຕ່ລະເມືອງໃນແຂວງບໍ່ແກ້ວ ເຊິ່ງໝົດເຂດຮັບສະໝັກວັນທີ 8 ມັງກອນ 2023 ໂດຍເງິນລາງວັນລວມເຖິງ 150,000,000 ກີບ. ( ຕ້ອງການສະໝັກ ຕິດຕໍ່ເບີ 020 59968887)

May be an image of 7 people and people standing

ການຈັດງານດັ່ງກ່າວເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນ. ນາງສາວທ່ານໃດຫາກມີຄົນສົນໃຈ ຫຼື ທ່ານໃດທີ່ມັກນາງສາວໃດ ຢາກໃຫ້ຜູ້ໃດຊະນະ ກໍໄປຊົມໄປເຊຍກັນໄດ້. ພາຍໃນງານເທດສະການດອກງິ້ວບານ ຍັງມີກິດຈະກຳຫຼາຍຢ່າງເຊັ່ນ:ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ງານເທດສະການດົນຕີດອກງິ້ວສີຄຳ, ງານແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄພ 1000 ອັນ, ກິດຈະກຳໄຫລເຮືອໄຟ, ການສະແດງດອກໄມ້ໄຟ ແລະ ອື່ນໆອີກ.

May be an image of 2 people

ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາ ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.

May be an image of one or more people, flower and text

ງານນີ້ພິເສດສຳລັບສາວໆ ສະໝັກກັນໄປຫຼາຍໆເດີ້

May be an image of 1 person and text