ຮູ້ຂັ້ນຕອນພື້ນຖານການຂົນສົ່ງສິນຄ້າຜ່ານທາງລົດໄຟ ຕ້ອງເຮັດແນວໃດເລີ່ມຈາກໃສ

124

ການມີລົດໄຟ ທີ່ເຊື່ອມຈອດກັບປະເທດຕ່າງໆແມ່ນເປັນຂໍ້ດີຂອງປະເທດເຮົາທີ່ຈະເຮັດໃຫ້ຕົ້ນທຶນຖືກລົງ ສິນຄ້າໄປຮອດຈຸດໝາຍປາຍທາງໄວຂຶ້ນ ທີ່ສຳຄັນບັນຈຸໄດ້ຫຼາຍເພາະບໍ່ແມ່ນເປັນຄັນລົດແຕ່ໝາຍເຖິງເປັນຕູ້ຄອນເທັນເນີ ຫາກທ່ານເປັນຄົນໜຶ່ງທີ່ມີຄວາມສົນໃຈມື້ນີ້ແອັດນຳເອົາຂັ້ນຕອນຕ່າງມາໃຫ້ໄດ້ສຶກສາຮຽນຮູ້ດັ່ງນີ້

May be an image of train, sky, railroad, nature and text that says 'LCR'
ຖ້າຢາກສົ່ງສິນຄ້າ, ຕ້ອງເຮັດແນວໃດ?
ຄຳຕອບຄື: ສິນຄ້າທີ່ຈະສົ່ງອອກແມ່ນຫຍັງ ມີຈໍານວນເທົ່າໃດ ສິນຄ້າເຫຼົ່ານັ້ນຖືກຕ້ອງຕາມເງື່ອນໄຂການນໍາເຂົ້າ-ສົ່ງອອກທີ່ກຳນົດໄວ້ໃນລະບຽບກົດໝາຍ.

ກ່ອນຈະສົ່ງສິນຄ້າອອກ ຕ້ອງການເອກະສານຫຍັງແດ່?
ຄຳຕອບ: ຕ້ອງຕົກລົງກັບບໍລິສັດກ່ອນ, ເມື່ອສອງຝ່າຍເຫັນດີແລ້ວຈິ່ງເຊັນ “ສັນຍານໍາໃຊ້ຕູ້ ແລະ ຄວາມປອດໄພໃນການຂົນສົ່ງຕູ້ຄອນເທັນເນີ”, “ສັນຍາຈ່າຍເງິນລ່ວງໜ້າ”. ພາຍຫຼັງເຊັນສັນຍາແລ້ວ, ກໍໂອນເງິນເຂົ້າມັດຈໍາຕູ້ຄອນເທັນເນີ (ເງິນຄໍ້າປະກັນ) ແລະ ເງິນຈ່າຍລ່ວງໜ້າ ເຂົ້າໃນບັນຊີທີ່ກໍານົດ ຕາມຈໍານວນຕູ້ຄອນເທັນເນີທີ່ທ່ານຕ້ອງການເພື່ອຂົນສົ່ງ. ເງິນເຂົ້າມັດຈໍາຕູ້ຄອນເທັນເນີ (ເງິນຄໍ້າປະກັນ) ແມ່ນພຽງແຕ່ໃຊ້ເປັນຄໍ້າປະກັນຄວາມປອດໄພໃນການໃຊ້ຕູ້ເທົ່ານັ້ນ.

May be an image of outdoors and text that says 'LCR'
ພາຍຫຼັງເງິນເຂົ້າບັນຊີແລ້ວ, ໃຫ້ທ່ານໄປສະຖານີລົດໄຟ ເພື່ອຂຽນແບບຟອມຈອງຕູ້ຄອນເທັນ ແລະ ໃບອະນຸຍາດຕູ້ຄອນເທັນເນີເຂົ້າອອກສະຖານີ, ໃບສະເໜີເອົາຕູ້ຄອນເທັນເນີ 1 ສະບັບ, ຕ້ອງການຂຽນຂໍ້ມູນຜູ້ສົ່ງ, ຜູ້ຮັບ, ຄອນແທັກຕິດຕໍ່ ແລະ ຊື່ສິນຄ້າ ໃຫ້ຈະແຈ້ງ, ໃບອະນຸຍາດຕູ້ຄອນເທັນເນີເຂົ້າອອກສະຖານີແມ່ນ 1 ໃບ ຕໍ່ 1 ຕູ້, ໃນດ້ານຫຼັກການແລ້ວ ການສະເໜີເອົາຕູ້ແມ່ນບໍ່ຄວນເກີນ 30 ຕູ້/1 ຄັ້ງ, ພາຍຫຼັງທີ່ປະກອບແບບຟອມສໍາເລັດແລ້ວໃຫ້ມອບໃຫ້ຫ້ອງດໍາເພື່ອລຽນຄິວ. ເມື່ອຕູ້ຄອນເທັນເນີເຂົ້າມາຮອດສະຖານີແລ້ວ ຈະຕິດຕໍ່ຫາທ່ານເພື່ອມາບັນທຸກສິນຄ້າໃສ່.

May be an image of nature, bridge, body of water and text that says 'LCR K'
ຈຳເປັນບໍຕ້ອງໄດ້ລຽນຄີວ ແນ່ນອນມີຄວາມຈຳເປັນເນື່ອງຈາກວ່າລູກຄ້າທີ່ຕ້ອງການຂົນສົ່ງຂ້ອນຂ້າງຫຼາຍ ແລະ ລູກຄ້າທຸກຄົນມີຄວາມຕ້ອງການຕູ້ຄອນເທັນເນີຈໍານວນຫຼາຍ, ເພື່ອສະດວກໃນການຄຸ້ມຄອງ ແລະ ຮັບປະກັນໃຫ້ມີຄວາມຍຸດຕິທໍາ, ສໍາລັບລູກຄ້າທີ່ມີຕາມເງື່ອນໄຂຕາມທີ່ກຳນົດ ຈະສາມາດສະເໜີຂໍຕູ້ໄດ້ສູງສຸດ 20-30 ຕູ້, ຕູ້ຄອນເທັນເນີຕ້ອງໄດ້ລຽນຄີວເຂົ້າສະຖານີ, ສະນັ້ນການລຽນຄີວສະເໜີເອົາຕູ້ແມ່ນສະດວກທີ່ສຸດ.

May be an image of railroad and text that says 'LCR 1'
ພາຍຫຼັງເອົາຕູ້ແລ້ວ, ທ່ານຕ້ອງໄດ້ກວດສອບລ໋ອກປະຕູຂອງຕູ້ຄອນເທັນເນີຢູ່ລານສິນຄ້າດັ່ງກ່າວ, ຫາກປະຕູຕູ້ອັດບໍ່ແຈບ ຕ້ອງໄດ້ເປີດ-ປິດຄືນໃໝ່. ໃນເວລາບັນທຸກສິນຄ້າໃສ່, ນ້ຳໜັກຂອງສິນຄ້າແຕ່ລະຕູ້ຕ້ອງບໍ່ໃຫ້ເກີນປະລິມານທີ່ກຳນົດ, ດ້ານເທິງຂອງຕູ້ຄອນເທັນເນີຕ້ອງພຽງກັນດີ, ບໍ່ ງ່ຽງ, ບໍ່ມີຂີ້ເຫຍື້ອ; ຮາງນ້ຳ ແລະ ທັງສີ່ດ້ານຂອງຕູ້ບໍ່ໃຫ້ມີສິນຄ້າເສດເຫຼືອ.

May be an image of road

ພາຍຫຼັງທີ່ບັນທຸກໃສ່ສໍາເລັດແລ້ວ  ມື້ຖັດໄປໃຫ້ດໍາເນີນເອກະສານແຈ້ງພາສີໃຫ້ສໍາເລັດ, ໜີບກົ່ວໃຫ້ສໍາເລັດ, ພ້ອມທັງສະໜອງໃບຂົນສົ່ງຕູ້ຄອນເທັນເນີສາກົນ ແລະ ໃບຂົນສົ່ງຕູ້ຄອນເທັນເນີຂອງທ່ານ, ກໍລະນີເປັນປະເພດແຮ່ເຫຼັກ ຕ້ອງໄດ້ສະໜອງເອກະສານແຈ້ງພາສີ ເຊັ່ນ: ໜັງສືອະນຸຍາດສົ່ງອອກຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ໃບອະນຸຍາດຂຸດຄົ້ນ, ໃບຢັ້ງຢືນການມອບພັນທະອາກອນ. ຫາກວ່າມີການເຮັດໃຫ້ຕູ້ຄອນເທັນເນີຄ້າງ ເນື່ອງຈາກສາເຫດມາຈາກທ່ານເອງ, ທາງບໍລິສັດຈະເກັບຄ່າທໍານຽມຕ່າງໆຕາມລະບຽບການ ພ້ອມທັງລົດລະດັບບູລິມະສິດການໄດ້ຮັບການແບ່ງຕູ້.

May be an image of train and railroad

ສຳລັບການເກັບຄ່າທໍານຽມຕ້ອງເສຍຫຍັງແດ່ຄຳຕອບໃນຂໍ້ນີ້: ນັບຕັ້ງແຕ່ມື້ທີ່ເຂົ້າມາສະຖານີ, ທາງບໍລິສັດຈະພັກຕູ້ຄອນເທັນເນີ ແລະ ເກັບຮັກສາຕູ້ຄອນເທັນເນີໃນສະຖານີ ໂດຍບໍ່ເສຍຄ່າ ເປັນເວລາ 2 ວັນ. ຫາກເກີນກໍານົດເວລາ ຈະເກັບຄ່າຂະຫຍາຍເວລາພັກຕູ້ຄອນເທັນເນີ 10ຢວນ/20ຟຸດ/ວັນ ແລະ 20ຢວນ/40ຟຸດ/ວັນ, ຈະເກັບຄ່າເກັບຮັກສາຕູ້ຄອນເທັນເນີ 75ຢວນ/20ຟຸດ/ວັນ ແລະ 150ຢວນ/40ຟຸດ/ວັນ.

May be an image of outdoors
ຫາກວ່າບັນທຸກໃສ່ຕູ້ແລ້ວບໍ່ສົ່ງອອກ, ບໍ່ໂອນເງິນມັດຈໍາ ເຊິ່ງກໍ່ໃຫ້ເກີດການຄ້າງຊໍາລະເງິນ, ກ່ອນທີ່ຈະສົ່ງອອກ ພັດປ່ຽນຊື່ຜູ້ສົ່ງອອກ ແລະ ຜູ້ຮັບ ຈະເຮັດໄດ້ບໍ?
ຕອບ: ຫາກວ່າທ່ານ ບັນທຸກໃສ່ຕູ້ແລ້ວບໍ່ສົ່ງອອກ, ທາງບໍລິສັດເພິ່ນແມ່ນຈະເກັບຄ່າທໍານຽມ ພ້ອມທັງຫຼຸດລະດັບບູລິມະສິດການໄດ້ຮັບການແບ່ງຕູ້; ຫາກບໍ່ໂອນເງິນມັດຈໍາ ເຊິ່ງກໍ່ໃຫ້ເກີດການຄ້າງຊໍາລະເງິນ ແມ່ນຈະເກັບຄ່າປັບໃໝການສົ່ງມອບຊ້າ, ຄ່າປັບໃໝການສົ່ງມອບຊ້າ ແມ່ນຄິດໄລ່ຕາມສັດສ່ວນ 1/1000 ພ້ອມທັງຫຼຸດລະດັບບູລິມະສິດການໄດ້ຮັບການແບ່ງຕູ້; ກ່ອນທີ່ຈະສົ່ງອອກ ພັດປ່ຽນຊື່ຜູ້ສົ່ງອອກ ແລະ ຜູ້ຮັບ ແມ່ນຈະບໍ່ສາມາດເອົາຕູ້ອອກໄດ້.