ກຸ່ມບໍລິສັດ ໂຄລາວ ລົງນາມຮ່ວມກັບ ລັດວິສາຫະກິດໄຟຟ້າລາວ ສຶກສາຄວາມເປັນໄປໄດ້ການສ້າງສະຖານີສາກລົດໄຟຟ້າ

348

ລົດໄຟຟ້າກຳລັງເປັນທາງເລືອກໃໝ່ຂອງຜູ້ຊົມໃຊ້ລົດ ແລະຜູ້ຢາກມີລົດເປັນຂອງຕົນເອງໃນອະນາະຄົດອັນໃກ້ນີ້ ເນື່ອງຈາກເປັນມິດກັບສິ່ງແວດລ້ອມ ແລະຍັງເປັນທາງອອກທີ່ດີໃນຍຸກທີ່ນ້ຳມັນນັບມື້ໝົດໄປ ໂດຍສະເພາະປະເທດເຮົາທີ່ມີທ່າແຮງດ້ານການຜະລິດໄຟຟ້າ ໃນຂະນະດຽວກັນລັດຖະບານກໍ່ມີນະໂຍບາຍທີ່ຊັດເຈນເພື່ອສົ່ງເສີມການຊົມໃຊ້ລົດໄຟຟ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແຕ່ປະຈຸບັນສະຖານີສາກລົດໄຟຟ້າຍັງມີຢູ່ຢ່າງຈຳກັດ.

No photo description available.

ຍ້ອນເຫັນໄດ້ໂອກາດຄືດັ່ງກ່າວນັ້ນ ກຸ່ມບໍລິສັດໂຄລາວຈິ່ງມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານບໍລິການລະບົບສະຖານີສາກລົດໄຟຟ້າ ແລະ ທ່າແຮງທຸລະກິດໃໝ່ ລະຫວ່າງ ບໍລິສັດ ໂອໂຕເວີນດ ( ໂຄລາວ ດີວີລົບພິງ ) ຈຳກັດຜູ້ດຽວ ຫຼື ກຸ່ມບໍລິສັດ ໂຄລາວ ກັບ ລັດວິສາຫະກິດໄຟຟ້າລາວ ໃນວັນທີ 6 ທັນວາ 2022 ທີ່ສຳນັກງານໃຫຍ່ກຸ່ມບໍລິສັດໂຄລາວ ໂດຍການລົງນາມຂອງ ທ່ານ ໜູໄຊ ແຫວນສະຫວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໂອໂຕເວີນດ ( ໂຄລາວດີວີລົບພິງ ) ຈຳກັດຜູ້ດຽວ ກັບ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ.

May be an image of 9 people and people standing
ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຊ ຢັງ ໂອ ປະທານໃຫຍ່ ກຸ່ມບໍລິສັດໂຄລາວ, ທ່ານ ຄຳໂສ້ ກຸໂພຄຳ ຫົວໜ້າຫ້ອງການກະຊວງ ພບ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ຄະນະປະຕິຮູບລັດວິສາຫະກິດໄຟຟ້າລາວ, ຫົວໜ້າກົມກະຊວງ ພບ ຄະນະບໍລິຫານລັດວິສາຫະກິດໄຟຟ້າລາວ ແລະ ຄະນະບໍລິຫານ ກຸ່ມບໍລິສັດໂຄລາວ.

May be an image of 4 people, people standing and indoor

ການເຊັນສັນຍາຮ່ວມມື ສຶກສາຄວາມເປັນໄປໄດ້ທາງທຸລະກິດ ລະຫວ່າງ ບໍລິສັດໂອໂຕເວີນດ ( ໂຄລາວ ດີວີລົບພິງ ) ຜູ້ດຽວຈຳກັດ ແລະ ລັດວິສາຫະກິດໄຟຟ້າລາວ ຄັ້ງນີ້ແມ່ນມີ ຄວາມໝາຍສໍາຄັນຕໍ່ສອງບໍລິສັດ ເປັນຄວາມຄິດລິເລີ່ມຂອງການເຊື່ອມໂຍງທຸລະກິດທີ່ດຶງເອົາຈຸດແຂງຂອງແຕ່ລະຝ່າຍມາຮ່ວມກັນຄົ້ນຫາ ແລະ ສຶກສາໂອກາດທາງທຸລະກິດໃໝ່ໆ ອັນສ້າງຜົນປະໂຫຍດອັນສູງສຸດມາຍັງສອງບໍລິສັດ ເພື່ອຄວາມເຂັ້ມແຂງຂຶ້ນກວ່າເກົ່າ, ພ້ອມກັນນັ້ນຍັງເປັນນິມິດໝາຍທີ່ດີໃນການສ້າງປາກົດການໃໝ່ໃຫ້ກັບວົງການທຸລະກິດຂອງ ສປປ ລາວ.

No photo description available.

ບົນພື້ນຖານການສຶກສາ ຄວາມເປັນໄປໄດ້ໃນການສ້າງສະຖານີສາກລົດໄຟຟ້າໃນຂອບເຂດທົ່ວປະເທດ ພ້ອມສ້າງທຸລະກິດປິ່ນອ້ອມໃນຄັ້ງນີ້ ເປັນການສ້າງທຸລະກິດແບບຍືນຍົງ ສູ່ສັງຄົມ ແລະ ປະເທດຊາດ ໂດຍສະເພາະແມ່ນການຕອບສະໜອງແຜນຍຸດທະສາດ ຄາດໝາຍສູ້ຊົນການຫຼຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນໃນປີ 2050 ຂອງ ສປປ ລາວ ແລະ ທັງເປັນການກະຕຸ້ນການໃຊ້ລົດໄຟຟ້າໃຫ້ບັນລຸ 30% ຂອງປະລິມານການນໍາໃຊ້ລົດຕັ້ງແຕ່ປີ 2030 – 2050 ໃນ ສປປ ລາວ.

No photo description available.
ອີກປະການໜຶ່ງ ການເຊັນບັດບັນທຶກໃນຄັ້ງນີ້ ຍັງເປັນການສະແດງພາລະບົດບາດໜ້າທີ່ທີ່ສໍາຄັນຂອງ ບໍລິສັດ ໂອໂຕເວີນ ( ໂຄລາວ ດີວີລົບພິງ ) ຈຳກັດຜູ້ດຽວ ແລະ ລັດວິສາຫະກິດໄຟຟ້າລາວ ໃນການຕອບສະໜອງຕໍ່ຄວາມຮຽກຮ້ອງຂອງສັງຄົມທີ່ນັບມື້ນັບສູງຂຶ້ນໃນຄວາມຕ້ອງການໃຊ້ລົດໄຟຟ້າ ທັງໃນຕົວເມືອງທີ່ເປັນຈຸດຍຸດທະສາດ ແລະ ຕ່າງແຂວງໃນຂອບເຂດທົ່ວປະເທດ ໂດຍທັງສອງບໍລິສັດໄດ້ຕັ້ງເປົ້າໝາຍໃນການສ້າງສະຖານີສາກລົດໄຟຟ້າໃຫ້ສາມາດບໍລິການຄວບຄຸມໃນຂອບເຂດທົ່ວປະເທດ.