ບອກເລີຍວ່າ ດີເລີດປະເສີດສີ ML07 ໂອເວັ້ນ – ເຮືອງປະເສີດ ສຸດາວົງ

171

ບອກເລີຍວ່າເຫັນໜຸ່ມໆຜູ້ເຂົ້າປະກວດທັງ 20 ໝາຍເລກແລ້ວ ເລືອກໃຜບໍ່ໄດ້ອີຫຼີ( ເລືອກໃຜໃຈກໍ່ເຈັບ) ງານດີທັງນັ້ນ ໂດຍສະເພາະໜຸ່ມຄົນນີ້ແລ້ວ ML07 ໂອເວັ້ນ – ເຮືອງປະເສີດ ສຸດາວົງ ຖືວ່າເປັນຕົວເຕັງໃນເວທີ Mister Laos ໃນປີນີ້ເລີຍ ໂດຍໜຸ່ມຄົນນີ້ມາພ້ອມກັບເຈົ້າຂອງລວງສູງ 190 ຊັງຕີແມັດ ຖືວ່າສູງຍາວເຂົ່າດີແບບສຸດໆໄປເລີຍ.

.

ໂດຍຄວາມທີ່ວ່າໜຸ່ມຄົນນີ້ເປັນຄົນທີ່ສູງ, ຮູບຮ່າງດີ ກໍ່ເປັນທີ່ໜ້າຈັບຕາມອງຂອງຫຼາຍຄົນ ເພາະຖືວ່າເປັນຈຸດເດັ່ນ ແລະ ຖືວ່າເປັນສ່ວນສູງລະດັບນາຍແບບທີ່ໄປຢືນຄູ່ກັບນາຍແບບລະດັບໂລກຢ່າງແບບບໍ່ຈົມໃຫ້ກັບໃຜເລີຍ

.

ໂດຍໜຸ່ມໂອເວັ້ນແມ່ນມີຮອຍຍິ້ມທີ່ດຶງດູດໃຈ ແລະ ມີສະເໜ່ທີ່ໃຜໆເຫັນກໍຕ້ອງຕິດໃຈ, ນອກຈາກນັ້ນແລ້ວກໍຍັງເປັນຄົນທີ່ຮຽນຮູ້ຫຼາຍໆຢ່າງໄດ້ໄວປັບໂຕໄດ້ງ່າຍຕາມສໄຕລໄວລຸ້ນໄຟແຮງ. ຖືວ່າດີຄົບເຊັດ ມ້ວນດຽວຈົບອີຫຼີເລີຍທຸກຄົນນນນ. ໂດຍໜຸ່ມໂອເວັ້ນແລ້ວກິດຈະກໍາຍາມວ່າງກໍເປັນການຫຼິ້ນກິລາວ່າຈະເປັນເຕະບານ, ຕີດອກ, ແລ່ນໄລຍະໄກ ແລະ ຍັງມັກເຮັດວຽກເຮືອນຊ່ວຍແມ່ອີກດ້ວຍ.

.

ການມາປະກວດໃນຄັ້ງນີ້ ໂອເວັ້ນບອກວ່າເປັນຄັ້ງແລກໃນຊີວິດ ແລະ ກໍ່ຢາກຈະເຮັດໃຫ້ມັນດີທີ່ສຸດ ເພື່ອເປັນປະສົບການໃໝ່ ແລະ ຮຽນຮູ້ສິ່ງໃໝ່ໃຫ້ກັບຕົນເອງ ເພື່ອທີ່ຈະເປັນຊ່ອງທາງການພັດທະນາຕົນເອງໃນຫຼາຍດ້ານ.

.

ໂດຍກ່ອນທີ່ຈະລົງມາປະກວດກໍ່ມີການກຽມຕົວມາເປັນຢ່າງດີເຊັ່ນວ່າ: ການປ່ຽນແປງບຸກຄະລິກຂະພາບໃຫ້ດີຂື້ນ, ການຫລີ້ນຟິດເນັດເພີ່ມນໍ້າໜັກຂື້ນ, ການກິນອາຫານກໍເລືອກສີ່ງທີ່ດີໃຫ້ໂຕເອງເພື່ອໃຫ້ຮ່າງກາຍເຕີບໂຕໄວຂື້ນ.