ສະຖານທູດໄທ ປະຈຳລາວ ຈັດງານລ້ຽງເນື່ອງໃນວັນຄ້າຍວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ

115

ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງຮັບຮອງ ເນື່ອງໃນວັນຄ້າຍວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2022.

ງານດັ່ງກ່າວຈັດຂຶ້ນເມື່ອວັນທີ 5 ທັນວາ 2022 ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕາງປະເທດ ເປັນແຂກກຽດຕິຍົດ ຮ່ວມດ້ວຍຜູ້ແທນລະດັບສູງຂອງ ສປປ ລາວ ໄດ້ແກ່: ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຫລີ ບຸນຄໍ້າ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ. ນອກຈາກນີ້, ຍັງມີຜູ້ແທນຈາກພາກສ່ວນຕ່າງໆຂອງໄທ ແລະ ສປປ ລາວ, ຄະນະທູຕານຸທູດ, ຜູ້ແທນອົງການລະຫວ່າງປະເທດ ແລະ ຊຸມຊົນໄທ ໃນ ສປປ ລາວ ເຂົ້າຮ່ວມງານກວ່າ 500 ຄົນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຈິຣັດສະຍາ ພີຣານົນ ອຸປະທູດ ໄດ້ກ່າວຕ້ອນຮັບແຂກຜູ້ມີກຽດ ພ້ອມທັງກ່າວເຖິງການພົວພັນອັນໃກ້ຊິດ ແລະ ພິເສດ ລະຫວ່າງໄທ ແລະ ສປປ ລາວ. ດັ່ງທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄີຍປຽບທຽບຄວາມສຳພັນທີ່ໃກ້ຊິດລະຫວ່າງໄທ ແລະ ລາວ ວ່າ: “ກິນເຂົ້າຮ່ວມນາ ກິນປາຮ່ວມນ້ຳ” ເພື່ອສະທ້ອນເຖິງຄວາມສຳພັນຍາດມິດ, ຄອບຄົວ ແລະ ເພື່ອນສະໜິດມິດສະຫາຍ ທີ່ຕັດກັນບໍ່ຂາດ ແລະ ຊ່ວຍເຫຼືອ, ເກື້ອກູນ, ສົ່ງເສີມເຊິ່ງກັນ ແລະ ກັນ. ຫຼັງຈາກນັ້ນ, ອຸປະທູດ ແລະ ແຂກກຽດຕິຍົດ ໄດ້ເຊີນຊວນຜູ້ຮ່ວມງານດື່ມອວຍພອນແດ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ຖວາຍພະພອນໄຊມຸງຄຸນແດ່ພະບາດສົມເດັດພະເຈົ້າຢູ່ຫົວ.

ພາຍໃນງານ, ມີການສະແດງຈາກວິທະຍາໄລສິລະປະສຶກສາ ສປປ ລາວ ແລະ ການບັນເລງເພງຈາກວົງດົນຕີປະສານສຽງເຍົາວະຊົນ ໂຮງຮຽນສິລະປະແຫ່ງຊາດ ຊຶ່ງສະຖານເອກອັກຄະຣາຊະທູດ ສະໜັບສະໜູນການກໍ່ຕັ້ງຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ຖືເປັນໜຶ່ງໃນການຮ່ວມມືຢ່າງເປັນຮູບປະທຳລະຫວ່າງໄທ ແລະ ສປປ ລາວ ເພື່ອສົ່ງເສີມການພົວພັນໃນລະດັບປະຊາຊົນ-ປະຊາຊົນ.

ນອກຈາກນີ້, ຊຸມຊົນໄທ ໃນ ສປປ ລາວ ຍັງໄດ້ຮ່ວມຈັດຈຸດຕັ້ງຮ້ານອາຫານ, ເຄື່ອງດື່ມ ແລະ ຈຸດຕັ້ງຮ້ານທຸລະກິດພາກບໍລິການຂອງປະເທດໄທເຊັ່ນ: ອາຫານໄທ ແລະ ເຂົ້າໜົມໄທ, ບໍລິິການທາງການແພດຈາກໂຮງໝໍຊັ້ນນຳຂອງປະເທດໄທ ແລະ ບໍລິການນວດແຜນບູຮານ ເປັນຕົ້ນ.

ໃນໂອກາດນີ້, ສະຖານເອກອັກຄະຣາຊະທູດໄທ ໄດ້ມອບຕົ້ນໄມ້ມຸງຄຸນ ແລະ ພືດສວນຄົວເປັນຂອງທີ່ລະລຶກແກ່ຜູ້ເຂົ້າຮ່ວມງານ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງໄທ ແລະ ສປປ ລາວ ຊຶ່ງໃຫ້ຄວາມສຳຄັນກັບເສດຖະກິດສີຂຽວ ໂດຍເລີ່ມຈາກການປູກຕົ້ນໄມ້ ຊຶ່ງໄດ້ຮັບຄວາມຊື່ນຊົມຈາກຜູ້ເຂົ້າຮ່ວມງານ.

ຂ່າວ-ພາບ: Royal Thai Embassy, Vientiane