ອັດຕາເງິນເຟີ້ຂອງຟີລິບປິນ ໃນເດືອນພະຈິກ ເພີ່ມຂຶ້ນສູງສຸດໃນຮອບ 14 ປີ

34

ສູນສະຖິຕິແຫ່ງຊາດຂອງຟີລິບປິນ ລາຍງານເມື່ອວັນທີ 5 ທັນວາຜ່ານມາວ່າ: ດັດສະນີລາຄາຜູ້ບໍລິໂພກ ( CPI ) ປະຈຳເດືອນພະຈິກ 2022 ເພີ່ມຂຶ້ນ 8,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຖືວ່າເປັນສະຖິຕິສູງສຸດໃນຮອບ 14 ປີ ເນື່ອງຈາກລາຄາອາຫານ ແລະ ຄ່າໂດຍສານຍັງສືບຕໍ່ເພີ່ມຂຶ້ນ. ແຕ່ຫາກບໍ່ລວມທັງລາຄາອາຫານ ແລະ ເຊື້ອເພີງທີ່ມີຄວາມຜັນຜວນສູງ ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ເພີ່ມຂຶ້ນຈາກ 5,9% ໃນເດືອນຕຸລາ.

May be an image of 1 person

ແນວໃດກໍຕາມ, ທະນາຄານກາງຟີລິບປິນ ຄາດການວ່າ: ອັດຕາເງິນເຟີ້ໃນປີ 2022 ຢູ່ທີ່ລະດັບ 5% ແລະ ຈະຫຼຸດລົງເຫຼືອ 2 – 4% ໃນປີ 2023.

May be an image of 4 people and money