ບໍລິສັດ ລົດໄຟລາວ-ຈີນ ເປີດຕົວແອັບລະບົບຊື້-ຂາຍປີ້ອອນລາຍ ແລະ ລະບົບການຂົນສົ່ງແບບປີ້ດຽວ

411

ເນື່ອງໃນໂອກາດ ບໍລິສັດ ລົດໄຟລາວ-ຈີນ ຈັດພິທີສະຫຼຸບຜົນງານ 1 ປີ ທີ່ເປີດໃຫ້ບໍລິການ ໃນວັນທີ 3 ທັນວາ ຜ່ານມາ ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ທັງເປັນ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານ ຊ້ຽງ ຟັງ ຊຽງ ອຸປະທູດຂອງສະຖານທູດຈີນປະຈຳລາວ, ທ່ານ ຈູ່ ໂກຈ່ຽງປະທານສະພາຜູ້ບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ, ການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ມີການລາຍງານຜົນການເປີດບໍລິການລົດໄຟລາວ-ຈີນ ໄລຍະ 1 ປີຜ່ານມາ, ພ້ອມທັງເປີດຕົວການບໍລິການຮູບແບບໃໝ່ 2 ລາຍການ ເພື່ອຮັບໃຊ້ສັງຄົມເຊັ່ນ:
1. ເປີດຕົວແອັບ “ LCR ticket APP ” ຫຼື ລະບົບຊື້-ຂາຍປີ້ອອນລາຍ ເຊິ່ງຈະເປີດໃຊ້ຢ່າງເປັນທາງການທ້າຍເດືອນທັນວາ 2022 ນີ້ ທັງລະບົບ Play Store ແລະ App Store.

ໜ້າຕາແອັບ ຈະເປີດໃຫ້ບໍລິການທ້າຍເດືອນທັນວານີ້

2. ເປີດລະບົບການຂົນສົ່ງແບບ “ລະບົບ ໃບບີນດຽວ ຫຼື ປີ້ດຽວ ການຂົນສົ່ງທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ເປັນການບໍລິການໃໝ່ດ້ານການຂົນສົ່ງສິນຄ້າຜ່ານລະບົບລາງຂອງ ລົດໄຟລາວ-ຈີນ ໂດຍການໃຊ້ໃບຂົນສົ່ງທາງລົດໄຟສາກົນ ຫຼື ໃບຂົນສົ່ງແບບປະສົມຫຼາຍຮູບການ, ໃຊ້ຫຼາຍຮູບການເພື່ອຂົນສົ່ງສິນຄ້າຂ້າມຊາດດ້ວຍປີ້ດຽວ, ປະສານງານບັນດາຂອດທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າຂອງຂະບວນລົດໄຟສາກົນ ເພື່ອອຳນວຍຄວາມສະດວກການຂົນສົ່ງສິນຄ້າລະຫວ່າງສອງປະເທດ ລາວ-ຈີນ-ອາຊຽນ.

ນອກຈາກນີ້, ຍັງໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີ ຂອງການເປີດນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 11,2 ລ້ານໂຕນ ຊ່ວຍສົ່ງເສີມການທ່ອງທ່ຽວ ແລະ ການຟື້ນຕົວຂອງເສດຖະກິດລາວ ແລະ ໄດ້ສ້າງວຽກເຮັດງານທຳ ສ້າງລາຍໄດ້ແກ່ສັງຄົມລາວເປັນຢ່າງດີ.

ຂໍ້ມູນ ແລະ ພາບຈາກ: ເຟສບຸ໊ກເພຈ໌ ຄົນມັກທ່ຽວ – Life is journey

ລິງ <iframe src=”https://www.facebook.com/plugins/post.php?href=https%3A%2F%2Fweb.facebook.com%2FLifeisJourney.LA%2Fposts%2Fpfbid0jJnwtRK4KNsK4Upxg8iigWtghfWaMdkMmYwMxv7XnmQ2NpfP2WWCso3AfWahcx65l&show_text=true&width=500″ width=”500″ height=”825″ style=”border:none;overflow:hidden” scrolling=”no” frameborder=”0″ allowfullscreen=”true” allow=”autoplay; clipboard-write; encrypted-media; picture-in-picture; web-share”></iframe>