47 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ, ຂະນະໝົດປີ 2022 ສູ້ຊົນເສດຖະກິດມະຫາພາກ ໃຫ້ຂະຫຍາຍຕົວ 4,5%

159

ຕະຫລອດໄລຍະ 47 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການ ນໍາພາຂອງພັກ ປະຊາຊົນປະຕິວັດລາວ ແລະ ດ້ວຍການເສີມຂະຫຍາຍ ກໍາລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ ເຮັດໃຫ້ການພັດທະນາປະເທດຊາດ ມີຜົນສຳເລັດ ໃນຫລາຍໆດ້ານ ໃນນີ້ເສດຖະກິດໃນປີ 2021 ຂະຫຍາຍຕົວ 3% ມີມູນຄ່າຕາມລາຄາປັດຈຸບັນເທົ່າກັບ 180.243 ຕື້ກີບ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.649 ໂດລາ, ສ່ວນເສດຖະກິດ 6 ເດືອນຕົ້ນປີ 2022 ຂະຫຍາຍຕົວ 4,3% ແລະ ຄາດວ່າໝົດປີ ຈະຂະຫຍາຍຕົວ 4,5%.

ຫວນຄືນຫຼັງກ່ອນຫນ້ານີ້ 47 ປີ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ພັກເຮົາໄດ້ວາງ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຊິ່ງໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະນັບແຕ່ມີແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກໃນປີ 1986 ປະເທດຊາດໄດ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນສະແດງອອກ ໃນປີ 1985 GDP ສະເລ່ຍຕໍ່ຫົວຄົນໄດ້ 114 ໂດລາ, ປີ 1990 ເພີ່ມຂຶ້ນເປັນ 207 ໂດລາຕໍ່ຫົວຄົນ, ປີ 2000 ໄດ້ 335 ໂດລາ, ປີ 2010 ໄດ້ 1.069 ໂດລາ, ປີ 2021 ບັນລຸໄດ້ 2.649 ໂດລາ.

ອີງຕາມການລາຍງານຂອງ ທ່ານ ຄຳເຈນ ວົງໂພງສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 13 ມິຖຸນາ 2022 ວ່າ: ໃນ 6 ຕົ້ນປີ 2022 ເສດຖະກິດຂະຫຍາຍຕົວ 4,3%, ຄິດໄລ່ເປັນມູນຄ່າເທົ່າກັບ 95.212 ຕື້ກີບ ເທົ່າກັບ 49,6% ຂອງແຜນການ, ຂະແໜງຕົ້ນຕໍທີ່ຍັງຊຸກຍູ້ໃຫ້ ເສດຖະກິດຂະຫຍາຍຕົວເປັນຕົ້ນ: ຂະແໜງກະສິກຳ-ປ່າໄມ້ ໄດ້ສືບຕໍ່ຂະຫຍາຍຕົວ 2,2% ໃນແຜນ (2,7%), ໃນນີ້ ການຜະລິດເຂົ້ານາແຊງ ໄດ້ລື່ນແຜນ 2,94%; ການຜະລິດຊີ້ນ, ໄຂ່ ແລະ ປາ ເທົ່າກັບ 50% ຂອງແຜນການ; ການສົ່ງອອກຜະລິດຕະພັນກະສິກຳ ເທົ່າກັບ 66,05% ຂອງແຜນການ; ສົ່ງອອກພືດ ເທົ່າກັບ 67,8% ຂອງແຜນການ ແລະ ສົ່ງອອກສັດລ້ຽງ ເທົ່າກັບ 46,74% ຂອງແຜນການ.

ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,1% ໃນແຜນການ 5,3%, ສາມາດຜະລິດກະແສໄຟຟ້າ ໄດ້ 21.431 ລ້ານກິໂລວັດໂມງ ເທົ່າກັບ 55,86% ຂອງແຜນການ; ມູນການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເທົ່າກັບ 51,38% ຂອງແຜນການ ມູນຄ່າການຈໍລະຈອນສິນຄ້າ ມີ 36.393 ຕື້ກີບ ເທົ່າກັບ 53,65% ຂອງແຜນການ; ມູນຄ່າການສົ່ງອອກ-ນຳເຂົ້າ ປະຕິບັດໄດ້ 7.280 ລ້ານໂດລາ ເທົ່າກັບ 53,33% ຂອງແຜນການ.
ຂະແໜງການບໍລິການໄດ້ຂະຫຍາຍຕົວ 4,2% ແຜນການ 4,5% ໃນນີ້ການສົ່ງເສີມລາວທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວພາຍໃນ 463.907 ເທື່ອຄົນ ເທົ່າກັບ 43,52% ຂອງແຜນການ; ການຂົນສົ່ງສິນຄ້າ ເທົ່າກັບ 63,31% ຂອງແຜນການ ແລະ ການຂົນສົ່ງ ໂດຍສານ ເທົ່າກັບ 61,33% ຂອງແຜນການ; ຂະແໜງພາສີອາກອນຂະຫຍາຍຕົວ 4,3% ແຜນການ 4% ແລະ ປະກອບສ່ວນເຂົ້າການຂະຫຍາຍຕົວ 0,4%.

ການລົງທຶນຈາກງົບປະມານລັດ ໃນປີ 2022 ໄດ້ຮັບການອະນຸມັດທັງໝົດ 3.950 ຕື້ກີບ (ມະຕິສະພາ) ເຊິ່ງສ່ວນໃຫຍ່ແມ່ນໂຄງການສືບຕໍ່ ແລະ ໂຄງການໜີ້ສິນ, ປັດຈຸບັນແມ່ນພວມດຳເນີນຕາມຂັ້ນຕອນທີ່ກຳນົດໄວ້, ສຳລັບໂຄງການສະເໜີໃໝ່ສ່ວນຫຼາຍແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ຢູ່ໃນຂັ້ນຕອນການກະກຽມເອກະສານຕາມລະບຽບການກຳນົດ. ການຊ່ວຍເຫຼືອທາງການເພື່ອການພັດທະນາ ມີ 162,04 ລ້ານໂດລາ ຫຼື ເທົ່າກັບ 1.677,06 ຕື້ກີບ ເທົ່າກັບ 24,84% ຂອງແຜນການ, ໃນນີ້ ການຊ່ວຍເຫຼືອລ້າ 666,08 ຕື້ກີບ ເທົ່າກັບ 27,07% ຂອງແຜນການ ແລະ ການກູ້ຢືມ 1.010,98 ຕື້ກີບ ເທົ່າກັບ 23,56% ຂອງແຜນການ. ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ ແມ່ນສາມາດອະນຸມັດການລົງທຶນທັງໝົດ 88.370,53 ຕື້ກີບ, ໃນນີ້ ມີທຶນນໍາເຂົ້າຕົວຈິງ21.864,87 ຕື້ກີບ ເທົ່າກັບ 74% ຂອງແຜນການ.

ຄາດໝາຍສູ້ຊົນດ້ານເສດຖະກິດມະຫາພາກ ໝົດປີ 2022 ໃຫ້ຂະຫຍາຍຕົວ 4,5%, ມີມູນຄ່າຕາມລາຄາປັດຈຸບັນເທົ່າກັບ 202.622 ຕື້ກີບ (ມະຕິສະພາ 192.145 ຕື້ກີບ), GDP ຕໍ່ຫົວຄົນ ເທົ່າກັບ 1.756 ໂດລາສະຫະລັດ ແລະ ລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ເທົ່າກັບ 1.645 ໂດລາສະຫະລັດ.