ສ້ອມແປງທາງເລກທີ 13 ໃຕ້ ຄືບໜ້າ 28% ເຈົ້າຂອງໂຄງການ ຢືນຢັນສຳເລັດຕາມແຜນ

220

ເສັ້ນທາງເລກທີ 13 ໃຕ້ພາຍຫຼັງທີ່ໃຊ້ງານມາຫຼາຍປີກໍ່ເກີດການເປ່ເພພໍສົມຄວນ ລັດຖະບານຈິ່ງໃຫ້ມີການປັບປຸງໃໝ່ ປູຢາງຄືນ ເພື່ອຄວາມສະດວກໃນການຊົມໃຊ້ຂົນສົ່ງສິນຄ້າ ແລະໂດຍສານ ດັ່ງທີ່ຫຼາຍຄົນເຫັນໃນປະຈຸບັນ, ການນຳໃຊ້ແມ່ນມີຄວາມຫຍຸ້ງຍາກຢູ່ບາງຊ່ວງ ແຕ່ທາງເຈົ້າຂອງໂຄງການໃຫ້ສຳພາດວ່າ ຖ້າທຸກຢ່າງລາບລື່ນດີການກໍ່ສ້າງສ້ອມແປງຈະສຳເລັດຕາມແຜນທີ່ກຳນົດໄວ້ໃນໄວ້.

May be an image of nature, tree and road

ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ ແຕ່ກິໂລແມັດ 71 ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ກິໂລແມັດທີ 346 ເມືອງທ່າແຂກ ແຂວງຄຳມ່ວນ ລວມມີລວງຍາວທັງໝົດ 275 ກິໂລແມັດ, ມູນຄ່າການກໍ່ສ້າງທັງໝົດ 104 ລ້ານກວ່າໂດລາ, ທີ່ຈະປັບປຸງຍົກລະດັບໃຫ້ເປັນເສັ້ນທາງປູອັດສະຟານ (ຢາງຂົ້ວ) ປະຈຸບັນຄືບໜ້າແລ້ວ 28% ຄາດຈະສຳເລັດຕາມແຜນກຳນົດໄວ້.

May be an image of 2 people and road
ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ໃຕ້ ສັນຍາທີ 3-4 ກ່າວວ່າ: ໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ໃຕ້ ແມ່ນມີຈຸດເລີ່ມຕົ້ນແຕ່ກິໂລແມັດ 71 ເມືອງທ່າພະບາດ ແຂວງບໍລິຄຳໄຊ ຫາ ກິໂລແມັດທີ 346 ເມືອງທ່າແຂກ ແຂວງຄຳມ່ວນ ລວມມີລວງຍາວທັງໝົດ 275 ກິໂລແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 104 ລ້ານກວ່າໂດລາ, ໂດຍຈະຍົກລະດັບໃຫ້ເປັນເສັ້ນທາງປູອັດສະຟານ ເຊິ່ງແມ່ນກົມຂົວທາງກະຊວງ ໂຍທາທິການ ແລະ ຂົນສົ່ງເປັນເຈົ້າຂອງໂຄງການ.

May be an image of 1 person, sitting and indoor
ໂຄງການດັ່ງກ່າວໄດ້ແບ່ງອອກເປັນ 2 ໂຄງການ 4 ສັນຍາຄື: ໂຄງການທີ 1 ລວມມີ ສັນຍາທີ 1 ແລະ ທີ 2 ໃນນັ້ນ: ສັນຍາທີ 1: (ເລີ່ມແຕ່ ກມ 71 ຫາ ກມ 111, ລວງຍາວ 40 ກມ) ນຳໃຊ້ທຶນກູ້ຢືມຈາກທະນາຄານໂລກ (IDA), ສັນຍາທີ 2 (ເລີ່ມແຕ່ ກມ 111 ຫສ ກມ 190, ລວງຍາວ 79 ກິໂລແມັດ) ນຳໃຊ້ທຶນກູ້ຢືມຈາກທະນາຄານລົງທຶນເອີຣົບ (EIB). ສ່ວນໂຄງການທີ 2: ລວມມີສັນຍາທີ 3 ແລະ ທີ 4 ໃນນັ້ນ: ສັນຍາທີ 3 (ເລີ່ມ ແຕ່ກິໂລແມັດທີ 190 – ກິໂລແມັດທີ 268, ລວງຍາວ 78 ກິໂລແມັດ) ນຳໃຊ້ເງິນກູ້ຈາກທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ແລະ ຊ່ວງທີ 4 (ເລີ່ມແຕ່ ກິໂລແມັດທີ 268 – ກິໂລແມັດ 346, ລວງຍາວ 78 ກິໂລແມັດ) ນຳໃຊ້ເງິນກູ້ຈາກທະນາຄານລົງທຶນເອີຣົບ (EIB), ນອກຈາກນັ້ນຍັງມີ ທີ່ປຶກສາ ຄວບຄຸມການກໍ່ສ້າງ ແມ່ນຮັບຜິດຊອບທັງໝົດ 4 ສັນຍາ ແມ່ນ ບໍລິສັດດຽວ ເຊິ່ງແມ່ນນຳໃຊ້ເງິນກູ້ຈາກທະນາຄານລົງທຶນເອີຣົບ (EIB). ໂດຍທັງໝົດແມ່ນມີໄລຍະການກໍ່ສ້າງ 2-3 ປີ ແລະ ໄລຍະບູລະນະຮັກສາ 7-8 ປີ ລວມທັງໝົດ 10 ປີ.

May be an image of 3 people and road
ສະເພາະ ໂຄງການທີ 2 ສັນຍາທີ 3-4ແຕ່ກິໂລແມັດທີ 190 ຫາກິໂລແມັດ 346 ລວມທັງໝົດ 156 ກິໂລແມັດ ລວມມູນຄ່າກໍ່ສ້າງໃນສັນຍາ 53 ລ້ານກວ່າໂດລາ. ປະຈຸບັນສັນຍາທີ 3 ແມ່ນມີຄວາມຄືບໜ້າ 15% ໜ້າວຽກທີ່ປະຕິບັດໄດ້ນອກຈາກວຽກດິນແລ້ວ ຍັງໄດ້ປູຢາງອັດສະຟານ ແລະ ສັນຍາທີ 4 ຄືບໜ້າ 25%. ເຊິ່ງລວມຄວາມຄືບໜ້າຂອງ 2 ໂຄງການ ສັນຍາ 1-2-3-4 ແມ່ນຄືບໜ້າແລ້ວ 28%. ຂະນະທີ່ໜ້າວຽກທີ່ສຸມໃສ່ປະຕິບັດປະຈຸບັນແມ່ນວຽກຂະໜາຍໜ້າດິນ ແລະ ປູອັດສະຟານໜ້າທາງເຊິ່ງປະຈຸບັນແຕ່ລະສັນຍາກຳລັງເລັ່ງປູເປັນຕອນໆໄປ ຄາດວ່າຈະສຳເລັດຕາມແຜນທີ່ກຳນົດໄວ້.

May be an image of road
ການອອກແບບເພື່ອປັບປຸງ ແລະ ສ້ອມແປງ ທາງດັ່ງກ່າວ ແມ່ນເປັນການຍົກລະດັບຈຸດນໍ້າຖ້ວມ, ຂະຫຍາຍໜ້າທາງໃຫ້ກ້ວາງ ອອກໄປຕື່ມ ບາງຊ່ວງ ແຕ່ ກມ 71 ຫາ ກມ 151 ແມ່ນຂະຫຍາຍໜ້າທາງລົດແລ່ນທັງໝົດ ເປັນ 12 ແມັດ ແລະ ຊ່ວງອື່ນໆ ແມ່ນມີໜ້າທາງລົດແລ່ນ 9 ແມັດ ແລະ ຂະຫຍາຍໜ້າທາງ 12 ແມັດ ໃນເຂດຊຸມຊົນ, ແລະ ເພື່ອໃຫ້ສາມາດຕ້ານທານກັບ ການປ່ຽນແປງຂອງສະພາບດີນຟ້າອາກາດ (Climate Resilient) ແລະ ເພີ້ມການຮັບນ້ຳໜັກການບັນທຸກຕາມມາດຕະຖານຂອງອາຊຽນ 11 ໂຕນຕໍ່ເພົາ(ຈາກໂຕເກົ່າແມ່ນ 9,1 ໂຕນຕໍ່ເພົາ).

May be an image of 1 person and road
ທ່ານກ່າວຕື່ມວ່າ: ແນ່ນອນ ຖ້າໂຄງການດັ່ງກ່າວ ໄດ້ຮັບການປັບປຸງ ສຳເລັດ ເຊິ່ງຈະນຳເອົາຜົນປະໂຫຍດອັນມະຫາສານໃຫ້ແກ່ສັງຄົມ ໂດຍສະເພາະ ການຂົນສົ່ງສີນຄ້າ ຫຼື ການສັນຈອນໄປມາ ແຕ່ ສູນກາງ ລົງໄປຫາ ພາກກາງ ແລະ ໃຕ້ຂອງລາວ ລວມທັງ ອອກສູ່ສາຍທາງຕ່າງປະເທດ ກໍ່ຈະມີຄວາມສະດວກສະບາຍ ວ່ອງໄວ ແລະ ປະຢັດເວລາ ລວມທັງ ປະຊາຊົນທີ່ອາໃສລຽບຕາມເສັ້ນທາງດັ່ງກ່າວ ກໍ່ຈະໄດ້ຮັບການປັບປຸງ ຄຸນນະພາບຊີວິດທີ່ດີຂື້ນ ໄດ້ນຳໃຊ້ເສັ້ນທາງທີ່ດີ ແລະມີຄຸນນະພາບ ເພາະວ່າໂຄງການດັ່ງກ່າວຈະມີຜູ້ຮັບຜິດຊອບ ແລະ ບູລະນະຮັກສາ ຕະຫຼອດອາຍຸຂອງສັນຍາ 10 ປີ.

May be an image of road, cloud, tree and natureກ່ຽວກັບໂຄງການປັບປຸງເສັ້ນທາງເລກທີ 13 ໃຕ້ ໃນສ່ວນວຽກກໍ່ສ້າງແມ່ນກຳນົດໄລຍະເວລາ 3 ປີ ໄດ້ເລີ່ມລົງມືກໍ່ສ້າງພາກສະໜາມ ນັບແຕ່ຕົ້ນປີ 2021 ຕາມແຜນແມ່ນ 3 ປີໃຫ້ສຳເລັດທັງໝົດ.