ຝຶກອົບຮົມລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໃຫ້ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການແຂວງພາກເໜືອ

84

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 7 ແຂວງພາກເໜືອ ໃຫ້ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ, ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາສິດທິພິເສດ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ໃນລະຫວ່າງວັນທີ 29-30 ພະຈິກ 2022, ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ “ລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິທິພິເສດທາງການຄ້າ” ຂຶ້ນ ທີ່ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອດສາຫະກຳ ແລະ ການຄ້າແຂວງຫຼວງະບາງ ພ້ອມດ້ວຍເຈົ້າໜ້າທີ່ພາກລັດ ແລະ ພາກທຸລະກິດແຂວງພາກເໜືອເຂົ້າຮ່ວມທັງໝົດ ຈຳນວນ 63 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 7 ແຂວງພາກເໜືອ (ແຂວງຫຼວງພະບາງ, ຜົ້ງສາລີ, ຫຼວງນ້າທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ ແລະ ໄຊຍະບູລີ) ກ່ຽວກັບການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໂດຍສະເພາະແມ່ນລະບຽບແຫຼ່ງກຳເນີດສິນຄ້າໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານໃນລະດັບພາກພື້ນ (RCEP) ທີ່ຫາກໍ່ມີຜົນບັງຄັບໃຊ້ໃນຕົ້ນປີນີ້ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ແມ່ນໄດ້ເລີ່ມຕົ້ນການເຈລະຈາ ໃນປີ 2013, ສຳເລັດການເຈລະຈາ ໃນທ້າຍປີ 2021 ແລະ ມີຜົນບັງຄັບໃຊ້ ນັບແຕ່ວັນທີ 01 ມັງກອນ 2022 ເປັນຕົ້ນມາ ຊຶ່ງສັນຍາດັ່ງກ່າວ ແມ່ນເປັນສັນຍາການຄ້າເສລີ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະກອບມີ 15 ປະເທດສະມາຊິກ ໄດ້ແກ່ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕຣາລີ ແລະ ນິວຊີແລນ ໂດຍກວມເອົາອັດຕາສ່ວນທາງດ້ານຕະຫຼາດ, ມູນຄ່າການຄ້າ, ມູນຄ່າການລົງທຶນ ແລະ ມູນຄ່າ GDP ເກືອບ 30% ຂອງໂລກ ພ້ອມທັງເປັນສັນຍາທີ່ເນັ້ນໃຫ້ມີຄວາມທັນສະໄໝ, ຄອບຄຸມບັນຫາກວ້າງຂວາງ, ມີຄຸນນະພາບສູງ ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນໃນການເປັນຄູ່ຮ່ວມທາງດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ໂດຍການຂະຫຍາຍ ແລະ ລົງເລິກການເປີດເສລີທາງດ້ານການຄ້າ, ການບໍລິການ ແລະ ການລົງທຶນ ໃນພາກພື້ນ RCEP ໃຫ້ຫຼາຍກວ່າສັນຍາເຂດການຄ້າເສລີອາຊຽນ+1, ຊຶ່ງນັບແຕ່ມື້ສັນຍາມີຜົນສັກສິດ ສປປ ລາວ ແມ່ນໄດ້ຮັບການຍົກເວັ້ນອັດຕາພາສີໂດຍທັນທີ ໃນຈຳນວນ 90% ຂອງລາຍການສິນຄ້າທັງໝົດຈາກ ສປ ຈີນ, 85% ຈາກ ຍີ່ປຸ່ນ, 60% ຈາກ ສ.ເກົາຫຼີ ແລະ 100% ຈາກອົດສະຕຣາລີ ແລະ ນິວຊີແລນ.

ວຽກງານສິດທິພິເສດທາງດ້ານການຄ້າ ກໍຄືວຽກງານແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານບູລິມະສິດໜຶ່ງຂອງວຽກງານການນຳເຂົ້າ ແລະ ສົ່ງອອກ ຊຶ່ງໄດ້ບັນຈຸເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກຈະເປັນໂຕກະຕຸ້ນທີ່ສຳຄັນໃນການເພີ່ມທະວີການຜະລິດສິນຄ້າເພື່ອສົ່ງອອກ ເພາະການສົ່ງອອກພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ແມ່ນຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດ ຜ່ອນອັດຕາພາສີ, ຊຶ່ງປະຈຸບັນ ສປປ ລາວ ຂອງພວກເຮົາ ແມ່ນໄດ້ຮັບນະໂຍບາຍທາງດ້ານອັດຕາພາສີ ພາຍໃຕ້ລະບອບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ສັນຍາການຄ້າເສລີ (FTA) ຈາກ 52 ປະເທດ ໃນນັ້ນປະກອບມີ: ສະຫະ ພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ຣັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ-ສປ ຈີນ, ຈີນໄຕ້ຫວັນ ແລະ ອີກ 9 ປະເທດສະມາຊິກຂອງອາຊຽນ ໂດຍສິນຄ້າຂອງລາວທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າສົ່ງອອກໄປຍັງບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີເກືອບທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມເທົ່ານັ້ນ, ແລະ ຫຼ້າສຸດ ສປ ຈີນ ກໍ່ໄດ້ປະກາດຍົກລະດັບການໃຫ້ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວ ທີ່ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ຈາກ GSP 97% ເພີ່ມເປັນ GSP 98%.

ທັງນີ້, ການຈັດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື USAID ແລະ ສຳລັບທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ສາມາດສອບຖາມລາຍລະອຽດ ໄດ້ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມເບີໂທ: 021 450255 ຫຼື ເຂົ້າເບິ່ງໃນເວັບໄຊ: www.laotradeportal.gov.la/www. ecolao.gov.la