ລາວ-ຫວຽດນາມ ຈັດປະຊຸມສົ່ງເສີມການຄ້າ ຫາທາງອອກສູ່ອະນາຄົດທາງການຄ້າຮ່ວມກັນ

81

ເພື່ອໃສການຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງການທາງດ້ານເສດຖະກິດການຄ້າ, ການລົງທຶນລະຫວ່າງສອງປະເທດລາວ-ຫວຽດນາມ ແລະ ຊຸກຍູ້ສົ່ງເສີມການນໍາເຂົ້າ-ສົ່ງອອກສິນຄ້າ, ເປີດຕະຫຼາດໃນຫຼາຍຂົງເຂດ ແລະ ປະກອບສ່ວນໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ.

ວັນທີ 25 ພະຈິກ 2022 ກົມການຕະຫລາດອາຊີ-ອາຟີລິກາ ກະຊວງການຄ້າ ສສ. ຫວຽດ ນາມ ແລະ ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ຮ່ວມກັນຈັດກອງປະຊຸມຂຶ້ນ ທີ່ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ໂດຍການເປັນປະ ທານຮ່ວມຂອງ ທ່ານ ສົມວິໄຊ ວົງທິລາດ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ທ່ານ ໂດ້ ກວັກ ຮຶງ ຮອງຫົວໜ້າກົມ ກົມການຕະຫຼາດອາຊີ-ອາ ຟຣິກກາ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ທ່ານ ຫງວຽນ ຊວນ ຮາ ຮອງປະທານສະມາຄົມທຸລະກິດ ຫວຽດນາມ ປະຈໍາລາວ; ມີບັນດາທ່ານຜູ້ຕາງໜ້າກົມ, ພະແນກການກ່ຽວຂ້ອງ ຕະຫຼອດຮອດບັນດານັກທຸລະກິດລາວ-ຫວຽດນາມເຂົ້າຮ່ວມ.

ທ່ານ ສົມວິໄຊ ວົງທິລາດ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້: ເພື່ອເປັນການສືບຕໍ່ການຈັດຕັ້ງປະຕິບັດຕາມທີ່ 2 ລັດຖະມົນຕີໄດ້ເຂົ້າຮ່ວມກອງປະຊຸມອາຊຽນຢູ່ກຳປູເຈຍ ຫລື ທັງ 2 ລັດຖະມົນຕີໄດ້ປຶກສາຫາລືກັນເຮັດແນວໃດໃຫ້ວຽກງານການຄ້າ, ການລົງທຶນຂອງ 2 ປະເທດ ບັນລຸຕາມເປົ້າໝາຍທີ່ວາງໄວ້; ທາງຕະຫລາດອາຊີ-ອາຟຣິກກາ ກະຊວງການຄ້າຫວຽດນາມ ຈິ່ງໄດ້ກຳນົດ ເອົາຫົວຂໍ້ “ເວທີສົ່ງເສີມການຄ້າສອງຝ່າຍລາວ-ຫວຽດນາມ” .

ທ່ານ ກ່າວອີກວ່າ: ກອງປະຊຸມຄັ້ງນີ້ ແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂະແໜງການທາງດ້ານເສດຖະກິດການຄ້າ, ການລົງທຶນ, ຊຸກຍູ້ມູນຄ່າການຄ້າລະຫວ່າງສອງປະເທດລາວ-ຫວຽດນາມ ແລະ ການນໍາເຂົ້າ-ສົ່ງອອກສິນຄ້າ, ເປັນການເປີດຕະຫຼາດໃນຫຼາຍຂົງເຂດເພື່ອນຳໃຊ້ປະໂຫຍດຈາກການເຂົ້າຮ່ວມງານຄັ້ງນີ້ ແລະ ປະກອບສ່ວນໃນການເພີ່ມມູນຄ່າການຄ້າລະຫວ່າງສອງປະເທດ ໃຫ້ບັນລຸເປົ້າໝາຍທີ່ໄດ້ວາງໄວ້ 2 ຕື້ໂດລາສະຫະລັດ, ໃຫ້ນັບມື້ນັບຫຼາຍຂຶ້ນສົມຄູ່ກັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫລອດໄປ.

ນອກຈາກນີ້ ເພື່ອເປັນການແລກປ່ຽນບົດຮຽນລະຫວ່າງພາກລັດ-ພາກເອກະຊົນຈາກ 02 ປະເທດ,ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ, ສົນທະນາ, ກ່ຽວກັບບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນ ຫາ ແລະ ສິ່ງທ້າທາຍໃນການລົງທຶນ, ການຊຸກຍູ້, ການສົ່ງເສີມວຽກງານການຄ້າລາວ-ຫວຽດນາມ ເພື່ອຊອກຫາທາງອອກຮ່ວມກັນໃນຕໍ່ໜ້າ; ເຮັດແນວໃດເພື່ອໃຫ້ມີການແລກປ່ຽນການຊື້-ຂາຍ ລະຫວ່າງຜູ້ປະ ກອບການນໍາເຂົ້າ ແລະ ສົ່ງອອກ ແລະ ຜູ້ຈັດຈຳຫນ່າຍສິນຄ້າພາຍໃນຈາກ 02 ປະເທດໃຫ້ມີການຈັບຄູ່ທຸລະກິດ, ນຳເອົາສິນຄ້າ, ສິນຄ້າອຸປະໂພກ-ບໍລິໂພກ ຈາກ 2 ປະເທດປຶກສາຫາລືຊອກຫາທາງອອກຊ່ວຍກັນ ເພື່ອຫຼຸດຜ່ອນການນໍາໃຊ້ເງິນຕາ ແລະ ຫັນມາຄ້າຂາຍກັບ ສສ ຫວຽດນາມຫຼາຍຂຶ້ນກວ່າເກົ່າ.