ຍີ່ປຸ່ນ ອັບດັບໂລກພຸ່ງຂຶ້ນຢູ່ 1 ໃນ 20 ອັນດັບທໍາອິດຂອງໂລກ, ທີ 1 ອາຊີ ຫຼັງປາບ ເຢຍລະມັນ

184

ທີມຊາດຍີ່ປຸ່ນ ອັນດັບໂລກພຸ່ງຂຶ້ນໄປຕິດ 1 ໃນ 20 ອັນດັບທໍາອິດຂອງໂລກ ຫຼັງຈາກທີ່ສາມາດສ້າງຄວາມຍິ່ງໃຫຍ່ດ້ວຍການພິກແຊງເອົາຊະນະ ເຢຍລະມັນ ໃນການແຂ່ງຂັນບານໂລກ 2022 ທີ່ປະເທດກາຕ້າ ນັດທໍາອິດຂອງຮອບແບ່ງກຸ່ມ, ສ່ວນ ເຢຍລະມັນ ອັນດັບໂລກຕົກລົງຫຼາຍພໍສົມຄວນ.

ຫຼ້າສຸດ football-ranking.com ເວັບໄຊທ໌ທີ່ເກັບສະຖິຕິອັນດັບໂລກ ແລະ ຄໍານວນຄະແນນ ໄດ້ເປີດເຜີຍວ່າ: ທີມຊາດຍີ່ປຸ່ນ ຫຼັງຈາກເອົາຊະນະເໜືອ ເຢຍລະມັນ ຈະເຮັດໃຫ້ອັນດັບໂລກຈາກທີ 24 ຂອງໂລກເລື່ອນຂຶ້ນໄປຢູ່ອັນດັບທີ 18 ຂອງໂລກເປັນທີ່ຮຽບຮ້ອຍ ຫຼັງຄະແນນລວມຈາກເດີມມີ 1.560 ຄະແນນບວກມາ 26,59 ເຮັດໃຫ້ມີ 1.586,13 ຄະແນນຢຶດອັນດັບ 1 ຂອງທະວີບອາຊີ.

ສ່ວນ ທີມຊາດເຢຍລະມັນ ຈາກເດີມກ່ອນແຂ່ງຂັນນັດດັ່ງກ່າວມີ 1.650 ຄະແນນຢູ່ອັນດັບທີ 11 ຂອງໂລກ ເຊິ່ງຫຼັງຈາກເສຍໃຫ້ກັບ ຍີ່ປຸ່ນ ເຮັດໃຫ້ອັນດັບໂລກຂອງ ເຢຍລະມັນ ຕົກລົງໄປຢູ່ອັນດັບທີ 16 ຂອງໂລກຈາກການມີ 1.621,82 ຄະແນນຈາກການຖືກຕັດຄະແນນ 28,39 ຄະແນນ.