ວຽກງານຄຸ້ມຄອງລັດຖະກອນ ໜຶ່ງຫົວຂໍ້ທີ່ໄດ້ນຳມາພິຈາລະນາກອງປະຊຸມລັດຖະບານເດືອນນີ້

177

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ແລະ ອັດລົງໃນຕອນທ່ຽງຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ວາລະທີ່ສໍາຄັນຕ່າງໆຫຼາຍຫົວຂໍ້ ໃນນັ້ນລວມທັງຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030 ຄວນມີວິທີການຄັດເລືອກ ເລືອກເຟັ້ນພະນັກງານ ພະນັກງານແນວໃດ ເພື່ອໃຫ້ໄດ້ຄົນດີຄົນເກັ່ງມາເປັນລັດຖະກອນໃນໄລຍະໃໝ່.

May be an image of 1 person, sitting and indoor
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນພະຈິກ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການສະຫຼຸບຕີລາຄາ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງ-ຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ຄົງຄ້າງ, ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງຂຶ້ນກວ່າເກົ່າ.

May be an image of 7 people and indoor

ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຮ່າງດໍາລັດທັງສອງສະບັບດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະ ທາງດ້ານຄຳສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມສະດວກ ແລະ ມີປະສິດທິຜົນ, ພາຍຫຼັງສຳເລັດແລ້ວ ນຳສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.

May be an image of 11 people, people standing and indoor
ກອງປະຊຸມ ໄດ້ພິຈາລະນາ ຮ່າງດຳລັດວ່າດ້ວຍການແຕ່ງກາຍ ແລະ ໄດ້ຊີ້ນໍາ ໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າ ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳ ກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າ ການແຕ່ງກາຍ, ການນຸ່ງຖື ແມ່ນພົວພັນ ເຖິງວັດທະນະ ທຳ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ກໍຄືຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ.

ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງດຳລັດວ່າດ້ວຍເລກປະຈຳຕົວ ຂອງຜູ້ເສຍອາກອນ. ພ້ອມກັນນີ້ ໄດ້ຊີ້ນໍາກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກໍາໄດ້ບັນດາບັນຊີ ຈໍານວນບຸກຄົນ, ນິຕິບຸກຄົນ ທີ່ໄດ້ດໍາເນີນທຸລະກິດ, ທັງສາມາດຕິດຕາມ, ກວດກາການດຳເນີນທຸລະກິດ, ການເສຍພັນທະ-ອາກອນ ເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ, ມີປະສິດທິພາບ ແລະ ປະສິດທິຜົນ.

May be an image of 13 people and indoor
ພ້ອມດຽວກັນນີ້ກອງປະຊຸມ ຍັງໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນໍາໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຍຸດທະສາດ, ຈຸດປະສົງ ແລະ ໂຄງສ້າງ, ການກຳນົດຄາດໝາຍສູ້ຊົນ, ການກໍານົດຕໍາແໜ່ງງານ ແລະ ກົງຈັກການຈັດຕັ້ງ, ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ, ການສ້າງເງື່ອນໄຂ ແລະ ສົ່ງເສີມ ຄົນດີ-ຄົນເກັ່ງ ເຂົ້າເປັນລັດຖະກອນ, ການກຳນົດນະໂຍບາຍຕໍ່ລັດຖະກອນ, ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ, ສິ່ງສໍາຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງ ກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ, ການຄຸ້ມຄອງ ແລະ ພັດທະນາລັດຖະກອນ ໃຫ້ມີລັກສະນະບຸກທະລຸ ເນັ້ນດ້ານຄຸນນະພາບ ເປັນສໍາຄັນ, ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.