ເຄື່ອນຍ້າຍອັດຖິ ຂອງທ່ານ ສີທົນ ກົມມະດໍາ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ

247

ທ່ານ ສີທົນ ກົມມະດໍາ ເປັນນັກປະຕິວັດທີ່ເຄື່ອນໄຫວຄຽງຂ້າງປະຊາຊົນລາວບັນດາເຜົ່າ ເປັນອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ຂອງລາວ ວັນທີ 20 ພະຈິກ ຜ່ານມາ, ໄດ້ມີພິທີເຄື່ອນຍ້າຍອັດຖິ ຂອງທ່ານ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ນະຄອນຫຼວງວຽງຈັນ.

May be an image of outdoors
ການເຄື່ອນຍ້າຍອັດຖິຄັ້ງນີ້, ນຳພາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ມີບັນດາການນຳພັກ-ລັດ ຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.
ທ່ານ ສີທົນ ກົມມະດຳ ເກີດວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ ຕາແສງທົ່ງຫວາຍ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ຊຶ່ງເປັນຄອບຄົວເຈົ້າກົກເຈົ້າເຫຼົ່າ ໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ.

May be an image of 1 person, flower and outdoors
ເນື່ອງຈາກພໍ່ຂອງທ່ານເປັນເຈົ້າກົກເຈົ້າເຫຼົ້າຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເປັນນັກຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຢ່າງທະນົງອົງອາດ ແລະ ບໍ່ຍອມຈຳນົນ.
ສະນັ້ນ, ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມ ເປັນພາສາລາວກຶມມຸ ຊຶ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ ໄດ້ຝຶກແອບວິຊາປ້ອງກັນຕົວ. ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ຮັກຄວາມເປັນທຳ, ມີຈິດໃຈເດັດດ່ຽວອົງອາດກ້າຫານ ຕໍ່ສູ້ກັບສັດຕູ ໂດຍບໍ່ຍອມກົ້ມຫົວເປັນຂ້ອຍຂ້າ ແລະ ບໍ່ຍອມຖືກກົດຂີ່ຂູດຮີດຈາກຈັກກະພັດຕ່າງດ້າວຢ່າງເດັດຂາດ ທ່ານຍອມຕາຍດີກວ່າຍອມຈຳນົນຕໍ່ສັດຕູ. ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫຼ່ກັບພໍ່ ເພື່ອຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ.

May be an image of 5 people, monument, outdoors and temple

ປີ 1936 ພວກລ່າເມືອງຂຶ້ນແບບເກົ່າໄດ້ລະດົມເຫຼົ່າທັບໃນອິນດູຈີນ ຊຶ່ງໃນ 3 ແຂວງພາກໃຕ້ ມີທະຫານຫຼາຍກອງພັນ ເຊັ່ນ: ທະຫານແດງ 6 ກອງພັນ, ທັບອາກາດ 3 ກອງພັນ, ຊ້າງ 200 ໂຕ, ທະຫານມ້າ ແລະ ໝາ ສຳລັບໂຮ່ເນື້ອ ໄດ້ບຸກໂຈມຕີເຂົ້າເຂດທີ່ໝັ້ນທົ່ງຫວາຍໃນເວລາທ່ຽງຄືນ ພວກມັນໄດ້ເຂັ່ນຂ້າປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ທະຫານ ແລະ ປະຊາຊົນຖືກທຳຮ້າຍ, ປາບປາມ, ຈັບກຸມ ແລະ ຈູດເລົາເຜົາຜານເຮືອນຊານບ້ານຊ່ອງ ຕະຫຼອດຮອດສັດສາວາສິ່ງຈົນໝົດກ້ຽງ.

May be an image of 11 people, people standing and outdoors

ທ່ານ ສີທົນ ກົມມະດໍາ ໄດ້ນໍາພາທະຫານຕໍ່ສູ້ຢ່າງພິລະອາດຫານ ສາມາດຜ່າວົງລ້ອມຂອງສັດຕູ ແລະ ອົບພະຍົບຄອບຄົວພໍ່ແມ່, ລູກເມຍໄປລີ້ຊ່ອນຢູ່ສຳນັກລັບແຫ່ງໜຶ່ງໄດ້ສໍາເລັດ, ທ່ານໄດ້ເຄື່ອນໄຫວຕໍ່ສູ້ຕ້ານກັບທະຫານປາກຕີຊັງ ຂອງພວກລ່າເມືອງຂຶ້ນແບບເກົ່າ ທັງອອກຊອກຫາສະບຽງອາຫານມາລ້ຽງຄອບຄົວ ແລະ ກອງທະຫານຈຳນວນ 100 ກວ່າຊີວິດ ການຕໍ່ສູ້ຕີຕ້ານສັດຕູຂອງທ່ານສີທົນ ກົມມະດຳ ໄດ້ດຳເນີນມາຢ່າງຕໍ່ເນື່ອງ ເຖິງຈະຖືກສັດຕູຈັບໄດ້ເອົາໄປຂັງຄຸກຄັ້ງແລ້ວຄັ້ງເລົ່າແຕ່ນັ້ນບໍ່ໄດ້ເຮັດໃຫ້ ຊາຍຊາດທະຫານຢ່າງທ່ານສີທົນທໍ້ຖອຍເລີຍ ກົງກັນຂ້າມຍິ່ງເຮັດໃຫ້ທ່ານເຂັ້ມແຂງ ແລະຮືດສູ້ຫຼາຍຂຶ້ນກວ່າເກົ່າ ມາຮອດວັນທີ 1 ພະຈິກ 1945 ທ່ານໄດ້ສະໝັກເຂົ້າເປັນທະຫານ ແລະ ໄດ້ເດີນທາງຂຶ້ນພາກເໜືອ ເພື່ອປົດປ່ອຍແຂວງຊຽງຂວາງ ຈາກນັ້ນ, ກອງທະຫານໄດ້ເດີນທາງມາວຽງຈັນ ແລະ ທ່ານກໍໄດ້ເປັນທະຫານປ້ອງກັນຕົວເມືອງວຽງຈັນ.

May be an image of 13 people, people standing and outdoors

ຕົ້ນປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບມາຮຸກຮານລາວອີກຄັ້ງ ບັ້ນຮົບທ່າແຂກວັນທີ 21 ມີນາ 1946 ຊຶ່ງບັນຊາໂດຍ ສະເດັດເຈົ້າສຸພານຸວົງ ໄດ້ສິ້ນສຸດລົງດ້ວຍຄວາມເຈັບແຄ້ນ ຊຶ່ງໄດ້ນໍາເອົາຄວາມໂສກເສົ້າ ແລະ ເຈັບປວດມາສູ່ປວງຊົນລາວ, ເປັນເຫດການປະຫວັດສາດທີ່ມີການຕໍ່ສູ້ຢ່າງອົງອາດກ້າຫານ, ສະເດັດເຈົ້າສຸພານຸວົງ ແລະ ທະຫານຈຳນວນໜຶ່ງ ໄດ້ຂ້າມຂອງໄປລີ້ໄພຢູ່ຝັ່ງໄທ, ທ່ານ ສີທົນ ກົມມະດຳ ກໍໄດ້ຂ້າມຂອງໄປເຄື່ອນໄຫວຢູ່ແຖວຈັງຫວັດໜອງຄາຍ ແລະ ອຸດອນ (ປະເທດໄທ) ທ້າຍປີ 1946 ທ່ານ ສີທົນ ກົມມະດຳ ໄດ້ພົບກັບ ສະເດັດເຈົ້າສຸພານຸວົງ ທີ່ຈັງຫວັດອຸດອນເປັນຄັ້ງທຳອິດ ແລະ ໄດ້ຮ່ວມມືກັນດໍາເນີນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຢູ່ລຽບຕາມຊາຍແດນລາວ-ໄທ ແຖວຈັງຫວັດອຸບົນລາດຊະທານີ ແລະ ຫຼັງຈາກນັ້ນ ທ່ານ ສີທົນ ກົມມະດຳ ຖືກແຕ່ງຕັ້ງໃຫ້ເປັນຜູ້ບັນຊາກອງຮ້ອຍໄຊຈັກກະພັດ ເພື່ອດໍາເນີນການຕໍ່ສູ້ຕາມຊາຍແດນລາວ-ໄທ. ພ້ອມກັນນັ້ນ, ກໍໄດ້ບຸກໂຈມຕີສັດຕູຢູ່ເຂດພາກໃຕ້ຂອງລາວ ແລະ ໄດ້ຮັບໄຊຊະນະຫຼາຍຄັ້ງ ຈົນເຮັດໃຫ້ຊື່ສຽງຮຽງນາມຂອງກອງຮ້ອຍໄຊຈັກກະພັດລືຊາໄປທົ່ວພາກໃຕ້ຂອງລາວ.

May be an image of 4 people, people standing, monument and outdoors
ພາຍຫຼັງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ 2 ທັນວາ ປີ 1975 ປະເທດໄດ້ຮັບການສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ ເປັນຄັ້ງທໍາອິດ. ທ່ານໄດ້ຮັບການເລືອກຕັ້ງເປັນຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

No photo description available.
ທ່ານ ສີທົນ ກົມມະດຳ ນັກຮົບປະຕິວັດທີ່ອົງອາດກ້າຫານ ດ້ວຍຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫຼັກ 24 ຢ່າງສົມກຽດ.

May be an image of 1 person, monument and outdoors