ອັດຕະປື ມີລາຍຮັບ 23 ລ້ານກວ່າໂດລາຕໍ່ປີ ຈາການສົ່ງອອກຢາງພາລາ

116

ຢາງພາລາເປັນຕົ້ນໄມ້ອຸດສາຫະກຳທີ່ຊ່ວຍໃຫ້ຄວາມງາມປົກຫຸ້ມບັນດາປ່າເລົ່າ ແລະພູເປົ່າແປນຂອງປະເທດເຮົາຫຼາຍຕໍ່ຫຼາຍແຫ່ງ ແລະຍັງສ້າງລາຍຮັບມະຫາສານແກ່ປະຊາຊົນລາວບັນດເຜົ່າຫຼາຍສົມຄວນ ສະເພາະແຂວງອັດຕະປືມີລາຍຮັບການສົ່ງອອກຢາງພາລືຫຼາຍເຖິງ 23 ລ້ານໂດລາຕໍ່ປີໂດຍສະເລ່ຍ.ລ


ການປູກຢາງພາລາ ຢູ່ແຂວງອັດຕະປື ເລີ່ມແຕ່ປີ 2008 ເປັນຕົ້ນມາ, ເຊິ່ງທົ່ວແຂວງມີເນື້ອທີ່ປູກຢາງພາລາທັງໝົດ 15.564 ກວ່າເຮັກຕາ,ໃນນີ້ ເນື້ອທີ່ສາມາດກີດເອົານໍ້າຢາງໄດ້ແລ້ວ 9.123 ກວ່າເຮັກຕາ, ຜົນຜະລິດເປັນນໍ້າຢາງ 46.531 ກວ່າໂຕນຕໍ່ປີ, ຜະລິດເປັນຢາງກ້ອນໄດ້ປະມານ 15.510 ກວ່າໂຕນ.

May be an image of 15 people

ໃນນັ້ນ: ສົ່ງອອກເປັນນໍ້າຢາງຈໍານວນ 7.812 ກວ່າໂຕນ ມູນຄ່າ 2 ລ້ານ 7 ແສນ ກວ່າໂດລາ ແລະ ສົ່ງອອກເປັນຢາງກ້ອນ ຈຳນວນ 12.906 ກວ່າໂຕນ ມູນຄ່າ 20 ລ້ານ 6 ແສນ ກວ່າໂດລາ,ລວມມູນຄ່າສົ່ງອອກໃນແຕ່ລະປີ 23 ລ້ານກວ່າໂດລາ.

May be an image of grass, tree, road and nature
ອີງຕາມການໃຫ້ສໍາພາດຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ເມື່ອວັນທີ 18 ພະຈິກ 2022 ນີ້ວ່າ: ຢູ່ແຂວງອັດຕະປື ມີ 5 ບໍລິສັດ ທີ່ໄດ້ຮັບອະນຸຍາດ ໃນການລົງທືນສໍາປະທານທີ່ດິນເພື່ອປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ,ໂດຍທັງ 5 ບໍລິສັດ ແມ່ນບໍລິສັດຈາກ ສສ ຫວຽດນາມ, ສ່ວນເນື້ອທີ່ທີ່ໃຫ້ອະນຸຍາດສໍາປະທານແມ່ນມີຢູ່ 4 ເມືອງຄື: ເມືອງໄຊເສດຖາ, ເມືອງສາມັກຄີໄຊ, ເມືອງຊານໄຊ ແລະ ເມືອງພູວົງ.

May be an image of 1 person, sitting and indoor
ຂ່າວ: ວັດທະນາ