ເປີດຕົວແທນຈໍາໜ່າຍລົດ WM Motor ພ້ອມແນະນຳລົດໄຟຟ້າ W5 ລຸ້ນທຳອິດໃນຕະຫຼາດລາວ

131

ປັດຈຸບັນ, ກະແສລົດໄຟຟ້າເລີ່ມເຂົ້າມາຕີຕະຫຼາດໃນ ສປປ ລາວ ຫຼາຍຂຶ້ນ ໂດຍລັດຖະບານລາວ ກໍໄດ້ມີນະໂຍບາຍສົ່ງເສີມທັງຜູ້ປະກອບການ ແລະ ຜູ້ຊົມໃຊ້ ໃຫ້ຫັນມາໃຊ້ລົດໄຟຟ້າ ທາມກາງລາຄານໍ້າທີ່ແພງຂຶ້ນ ແລະ ເຫັນວ່າພໍ່ແມ່ປະຊາຊົນກໍເລີ່ມຫັນມີຊື້ໃຊ້ລົດໄຟຟ້າຫຼາຍຂຶ້ນ.

ເພື່ອເປັນທາງເລືອກໜຶ່ງໃຫ້ແກ່ຜູ້ຊົມໃຊ້ ວັນທີ 19 ພະຈິກ 2022 ທີ່ສູນການຄ້າລາວ-ໄອເຕັກ, ບໍລິສັດ ລາວທານີກົນຈັກໜັກ (ເວເອັມມໍເຕີລາວ) ໄດ້ເປີດໂຕໃນຖານະຕົວແທນຈໍາໜ່າຍລົດ WM Motor ສຳລັບຕະຫຼາດລາວ ແລະ ເປີດລົດໄຟຟ້າ W5 ລຸ້ນທຳອິດຂອງໃນຕະຫຼາດລາວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສຸກ ພິມພະຈັນ ປະທານບໍລິສັດ ລາວທານີ, ທ່ານ Yedi Sondy ອຳນວຍການບໍລິສັດ Weltmeister Asia Pacific, ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການ ເວເອັມມໍເຕີລາວ ພ້ອມດ້ວຍແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ລັດສະສີພົນ ພິມພະຈັນ ຜູ້ອຳນວຍການ ບໍລິສັດ ເວເອັມມໍເຕີລາວ ກ່າວວ່າ: ພາຍໃຕ້ກຸ່ມບໍລິສັດລາວທານີ, ຂ້າພະເຈ້າຮູ້ສຶກເປັນກຽດແລະພາກພູມໃຈ ທີ່ໄດ້ຮັບການແຕ່ງຕັ້ງເປັນ ຕົວແທນຈຳໜ່າຍຢ່າງເປັນທາງການ ສຳລັບລົດໄຟຟ້າ 100% ຢີ່ຫໍ້ ເວວທ໌ມາຍເຕີ ທີ່ມີຄວາມໝາຍວ່າ “ແຊັມໂລກ” ໃນພາສາເຢຍລະມັນ ໄດ້ຮັບການອອກແບບແລະພັດທະນາ ຈາກການຮ່ວມມືລະຫວ່າງ Weltmeister Motor Technology ແລະ ບໍລິສັດອອກແບບລົດຍົນຊັ້ນນຳໃນປະເທດເຢຍລະມັນ.

ປະຫວັດ ແລະ ຄວາມເປັນມາຂອງລົດ Brand ເວວທ໌ມາຍເຕີ: ເວວທ໌ມາຍເຕີ ຖືເປັນ 1 ໃນ 4 Unicorn Startups ໃນວົງການລົດໄຟຟ້າ 100% ໃນ ສປ ຈີນ ໂດຍທາງບໍລິສັດເນັ້ນໃສ່ການເຊື່ອມຕໍ່ ເທັກໂນໂລຢີຂອງລົດ ເຂົ້າກັບຊີວິດປະຈຳວັນຂອງຜູ້ໃຊ້ ໃນຮູບແບບ Smart Eco-system ທີ່ຈະເຮັດໃຫ້ການນຳໃຊ້ລົດ ເປັນໄປໄດ້ຫຼາຍກວ່າພະຫະນະໃນການເດີນທາງໂດຍທາງເວວທ໌ມາຍເຕີ, ມີຄວາມຕັ້ງໃຈຕັ້ງແຕ່ທຳອິດວ່າຈະຜະລິດ ແລະ ສະໜອງລົດໄຟຟ້າ 100% ໂດຍມີເປົ້າໝາຍທີ່ຈະຫຼຸດຜ່ອນອາຍພິດໃນອາກາດ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນ ແລະ ການໃຊ້ຊີວິດທີ່ດີກວ່າ. ໃນປີ 2022 ນີ້ ໄດ້ມີການພັດທະນາລຸ້ນລົດ ເພື່ອເຈາະກຸ່ມຕະຫຼາດສາກົນໃນພາກພື້ນອາຊີ ແລະ ເອີຣົບ ໂດຍເປັນການປະສົມປະສານເຕັກໂນໂລຊີທີ່ທັນສະໄໝ ແລະ ຄວາມຫຼູຫຼາໃນທຸກສຳພັດ.

ເພື່ອຕອບໂຈດຄວາມຕ້ອງການ ຂອງຕະຫຼາດລົດ Premium ທີ່ໃຫ້ບຸກຄະລິກທີ່ທັນສະໄໝ ແລະຄວາມປອດໄພໃນທຸກການຂັບຂີ່, ທາງ ເວເອັມມໍເຕີລາວ ໂດຍບໍລິສັດລາວທານີ ມີຄວາມຍິນດີທີ່ນຳສະເໜີ ລົດໄຟຟ້າລຸ້ນທຳອິດສຳລັບປະເທດເຮົາ ເວວທ໌ມາຍເຕີ W5 ລົດ SUV ຂະໜາດ C-Segment ທີ່ມາພ້ອມຫົວສາກມາດຕະຖານ CCS2 ທີ່ມີສະຖານີສາກຮອງຮັບທັງໃນປະເທດ ແລະ ປະເທດອ້ອມຂ້າງ ໂດຍມີການອອກແບບໃຫ້ມີການນຳໃຊ້ໄດ້ງ່າຍ ບໍ່ຕ່າງກັບລົດຍົນນ້ຳມັນທົ່ວໄປ, ແຕ່ມີໜ້າຈໍ Infotainment ຂະໜາດໃຫຍ່ເຖິງ 15.6 ນິ້ວ ທີ່ຮັບຮອງ Android Auto, Apple Car play, ແລະ ສາມາດ Download Application ອື່ນໆ ເພື່ອຄວາມສະດວກສະບາຍໄດ້ອີກຫຼາກຫຼາຍ ແລະ ມາພ້ອມເບາະໜັງ Nappa ຊົງ Sport ສາມາດປັບດ້ວຍໄຟຟ້າ.

ທ່ານ ລັດສະສີພົນ ພິມພະຈັນ ໃຫ້ຮູ້ຕື່ມວ່າ: ໂດຍທາງເຮົາມີຄວາມຕັ້ງໃຈໃຫ້ລົດລຸ້ນ W5 ເປັນລົດໄຟຟ້າຄັນທຳອິດຂອງທ່ານ ໂດຍຖືກອອກແບບ User Interface ໃຫ້ມີຄວາມໃກ້ຄຽງກັບລົດຍົນທົ່ວໄປ ເພື່ອສາມາດເຂົ້າໃຈ ແລະ ນຳໃຊ້ໄດ້ງ່າຍ, ຕອບໂຈດໃນຊີວິດປະຈຳວັນຂອງແຕ່ລະທ່ານ. ນອກເໜືອຈາກຕົວລົດ ເວວທ໌ມາຍເຕີ ທີ່ໂດດເດັ່ນດ້ວຍຄວາມທັນສະໄໝ ໃຊ້ງານງ່າຍແລ້ວ ທາງລາວທານີ ຍັງໄດ້ລົງທຶນສ້າງໂຊລູມ ແລະ ສູນບໍລິການເພື່ອຮອງຮັບການຂະຫຍາຍໂຕຂອງຈຳນວນລົດໄຟຟ້າໃນ ສປປ ລາວ ໂດຍນຳໃຊ້ປະສົບການທີ່ມີຕະຫຼອດ 38 ປີ ໃນທຸລະກິດດ້ານລົດຍົນ ແລະ ທີມງານບໍລິການ ທີ່ໄດ້ຜ່ານການອົບຮົມໃນການກວດເຊັກ ແລະ ສ້ອມແປງລົດໄຟຟ້າ ພ້ອມເຄື່ອງມືພິເສດຄອຍໃຫ້ບໍລິການ.

ນອກຈາກນີ້, ເພື່ອໃຫ້ການນຳໃຊ້ລົດໄຟຟ້າໄດ້ສະດວກຂຶ້ນໃນການເດີນທາງ ທັງໃນຕົວເມືອງ ແລະ ການທ່ອງທ່ຽວ ໄປຕ່າງແຂວງ ແລະ ສະຖານທີສຳຄັນຕ່າງໆ ທາງ ລາວທານີ ໄດ້ມີແຜນຂະຫຍາຍສະຖານີສາກລົດໄຟຟ້າແບບ DC Fast Charge ໃນເສັ້ນທາງສຳຄັນ ພາຍໃຕ້ຊື່ Blue Dot Charger ແລະ ມີແຜນຈະຕິດຕັ້ງຕູ້ສາກຂະໜາດ 160-180 KW ເພື່ອໃຫ້ການເດິີທາງດ້ວຍລົດ EV ພາຍໃນປະເທດມີຄວາມສະດວກສະບາຍ ແລະ ວ່ອງໄວຂຶ້ນ ແລະ ດຶງດູດການທ່ອງທ່ຽວຈາກປະເທດອ້ອມຂ້າງ.

ເວວທ໌ມາຍເຕີ ລຸ້ນ W5 ໄດ້ຖືກປະກາດຕົວຄັ້ງທໍາອິດໃນເດືອນທັນວາ 2017 ແລະ ເຜີຍໂສມຕໍ່ມວນຊົນໃນ ເດືອນພຶດສະພາ 2018 ທີ່ງານວາງສະແດງຍານຍົນປັກກິ່ງ, ຕົວລົດມີການຈັດການແບດເຕີຣີ້ ທີ່ດີທີ່ສຸດໃນລົດລະດັບດຽວກັນ, ມີເທັກໂນໂລຍີຂັບເຄື່ອນລົດດ້ວຍຕົນເອງທີ່ກ້າວໜ້າ ແລະ ຕ້ອງການເປັນຜູ້ນໍາຫນ້າໃນລັກສະນະການເຊື່ອມຕໍ່ທີ່ສະຫຼາດ, W5 ໄດ້ກາຍເປັນລົດ EV ທໍາອິດທີ່ຈີນອອກແບບ ແລະ ສ້າງຢ່າງເຕັມຕົວ ທີ່ມີຍອດຂາຍຫຼາຍກວ່າ 30.000 ຄັນ ໃນປີ 2019 ແລະ ປີ 2020 ທີ່ ສປ ຈີນ.