ຜູ້ທີ່ກຳລັງຊອກວຽກໄປງານນີ້ ງານນັດພົບແຮງງານ 2022 ຈັດຂຶ້ນທີ່ ພະແນກ ຮສສ.ນວ ຮອດ 20 ພະຈິກນີ້

73

ຜູ້ທີ່ກຳລັງຊອກຫາວຽກ ຢ່າພາດໄປງານນີ້ ງານນັດພົບແຮງງານປະຈໍາປີ 2022 ເປີດຂຶ້ນຢ່າງເປັນທາງການທີ່ ພະແນກ ຮສສ.ນວ ເຊິ່ງມີຫຼາຍສິບຫົວໜ່ວຍທຸລະກິດເປີດຮັບສະໝັກພະນັກງານ, ມີຄວາມຕ້ອງການແຮງງານລວມ 11.000 ຕໍາແໜ່ງ, ຄາດຈະມີກໍາລັງແຮງງານທີ່ພວມຊອກວຽກເຮັດ ແລະ ນັກຮຽນ-ນັກສຶກສາທີ່ຈົບໃໝ່ເຂົ້າຮ່ວມຫຼາຍກວ່າ 3.000 ຄົນ

ພິທີເປີດງານນັດພົບແຮງງານ ຫຼື Job fair 2022 ຈັດຂຶ້ນວັນທີ 17 ພະຈິກ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ.ນວ) ໂດຍພາຍການເຂົ້າຮ່ວມຂອງທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສາລະພິດ ສູນວໍລະວົງ ຫົວໜ້ພະແນກ ຮສສ.ນວ, ບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ.

ໃນພິທີເປີດ ທ່ານ ພູຂົງ ບັນນາວົງ ກ່າວວ່າ: ງານນັດພົບແຮງງານໃນຄັ້ງນີ້ ແມ່ນການສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງນະຄອນຫຼວງວຽງຈັນ ເພື່ອບັນລຸຄາດໝາຍດ້ານແຮງງານ ແນໃສ່ເຮັດໃຫ້ອັດຕາການວ່າງງານຫຼຸດລົງ ທັງເປັນການສົ່ງເສີມການມີວຽກເຮັດງານທຳໃຫ້ຊາວໜຸ່ມທັງເປັນການແກ້ໄຂບັນຫາຄວາມທຸກຍາກໃຫ້ແກ່ປະຊາຊົນ.
ງານນັດພົບແຮງງານ ປະຈໍາປີ 2022 ໄດ້ມີການຕັ້ງໂຕະຮັບສະໝັກງານຂອງຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດ, ການບໍລິການ ແລະ ບໍລິສັດຈັດຫາງານ ເພື່ອໃຫ້ຄຳແນະນຳກ່ຽວກັບຂັ້ນຕອນສະໝັກງານ, ການຈັດຈ້າງງານ ໂດຍມີບັນດາສູນຝຶກວິຊາຊີບ, ວິທະຍາໄລມາສາທິດການຝຶກວິຊາຊີບ, ການແຂ່ງຂັນສີມືແຮງງານ ແລະ ແນະນໍາສາຂາວິຊາອາຊີບຮຽນ, ມີບັນດາການຈັດຕັ້ງຈາກພາກລັດ ທີ່ກ່ຽວ ຂ້ອງກັບວຽກແຮງງານ ມາແນະນໍາໃຫ້ຄວາມຮູ້ກ່ຽວກັບກົດໝາຍແຮງງານ, ລະບຽບການອອກແຮງງານ, ດ້ານສະຫວັດດີການສັງຄົມ ເພື່ອໃຫ້ຊາວຜູ້ອອກແຮງງານໄດ້ຮັບຜົນປະໂຫຍດອັນສູງສຸດໃນການອອກແຮງງານ.

ງານຄັ້ງນີ້, ມີບໍລິສັດ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆໄດ້ຮ່ວມຕັ້ງບູດເປີດຮັບພະນັກງານ ເຊິ່ງມີຄວາມຕ້ອງການແຮງງານເຖິງ 11.000 ຕໍາແໜ່ງ ທີ່ລໍຖ້າຮັບສະໝັກ, ຄາດຄະເນວ່າຈະມີກໍາລັງແຮງງານທີ່ພວມຊອກວຽກເຮັດ, ຜູ້ວ່າງງານ, ຜູ້ຕ້ອງການປ່ຽນວຽກໃໝ່ ແລະ ນັກຮຽນ-ນັກສຶກສາທີ່ຮຽນຈົບຈາກສະຖາບັນການສຶກສາແຫ່ງຕ່າງໆ ຈະເຂົ້າຮ່ວມຫຼາຍກວ່າ 3.000 ຄົນ ແລະ ຄາດວ່າຈະມີຜູ້ໄດ້ບັນຈຸເຂົ້າເຮັດວຽກເຖິງ 1.000 ກວ່າຄົນ. ນອກຈາກນັ້ນສັງຄົມຈະໄດ້ເຂົ້າເຖິງຂໍ້ມູນຂ່າວສານຄວາມຕ້ອງການຂອງຕະຫຼາດແຮງງານເປັນຈຳນວນຫຼາຍ.

ງານນັດພົບແຮງງານຄັ້ງນີ້ ແມ່ນຈັດຂຶ້ນເປັນ ຄັ້ງທີ 5 ແລະ ຈະດໍາເນີນເປັນເວລາ 4 ວັນ ລະຫວ່ງວັນທີ 17 ຫາ 20 ພະຈິກ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານໜອງໄຮ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຮູບຈາກ: ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ