ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຮ່ວມມືກັບ ເມືອງວັນໂດ ສ.ເກົາຫຼີ ແລກປ່ຽນຊື້-ຂາຍສິນຄ້າຮ່ວມກັນ

133

ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ເຊັນ MOU ກັບ ເມືອງວັນໂດ (Wando) ສ.ເກົາຫຼີ ໃນການແລກປ່ຽນ ຊື້-ຂາຍ ສິນຄ້າຮ່ວມກັນ ເຊິ່ງເມືອງດັ່ງກ່າວ ມີສິນຄ້າຈຸເດັ່ນແມ່ນອາຫານທະເລ, ສາລ່າຍ ແລະ ອື່ນໆ.

ພິທີເຊັນ MOU ດັ່ງກ່າວຈັດຂຶ້ນເມື່ອວັນທີ 13 ພະຈິກ 2022 ທີ່ຫ້ອງການບໍລິຫານຕະຫລາດລາວ ຂາຍຍົກ-ຂາຍຍ່ອຍ, ນະຄອນຫຼວງວຽງຈັນ ໂດຍຕາງໜ້າ ຕະຫຼາດລາວ ລົງນາມໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ບໍລິຫານ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ແລະ ຕ່າງໜ້າເມືອງວັນໂດ ລົງນາມໂດຍ ທ່ານ ວູ ຈູນຊິນ ເຈົ້າເມືອງໆວັນໂດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເຊຢັງໂອ ປະທານໃຫຍ່ກຸ່ມບໍລິສັດໂຄລາວ ແລະ ມີຄະນະຜູ້ບໍລິຫານລະດັບສູງຂອງກຸ່ມບໍລິສັດ ໂຄລາວ ແລະ ແຂກທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ບໍລິສັດ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ແມ່ນມີສິນຄ້າອຸປະໂພກ, ບໍລິໂພກເປັນຈຳນວນຫຼວງຫຼາຍເປັນອັນດັບຕົ້ນໆຂອງນະຄອນຫຼວງວຽງຈັນ ແລະ ເປັນສູນລວມການເຊື່ອມໂຍງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ເພື່ອກະຈາຍໃຫ້ແກ່ຕະຫຼາດຂາຍຍ່ອຍ, ຊຸບເປີມາກເກັດ, ຮ້ານອາຫານ, ໂຮງແຮມທົ່ວປະເທດ ແລະ ເພື່ອກ້າວໄປເຖິງການສົ່ງອອກໃນອານາຄົດ.

ສະນັ້ນ, ການເຊັນ MOU ລະຫວ່າງ ເມືອງວັນໂດ ແລະ ບໍລິສັດ ຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ໃນຄັ້ງນີ້ ຈະເນັ້ນຊຸກຍູ້ສົ່ງເສີມການພັດທະນາ, ເພື່ອເປັນການແລກປ່ຽນໃຫ້ເມືອງວັນໂດ ໄດ້ເຮັດການຄ້າທາງຜະລິດຕະພັນກະສິກຳ ແລະ ຜະລິດຕະພັນພິເສດຂອງເມືອງວັນໂດ ກັບ ຕະຫຼາດລາວ, ເພີ່ມທະວີການໂຄສະນາເຜີຍແຜ່, ສົ່ງເສີມວຽກງານແລກປ່ຽນການຮ່ວມມື, ສືບຕໍ່ຄ້າຂາຍສິນຄ້າຕ່າງໆ, ແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງໃຫ້ມີຄວາມຄ່ອງຕົວ. ພ້ອມດຽວກັນນີ້, ເມືອງວັນໂດ ສັນຍາວ່າຈະສະໜອງຜະລິດຕະພັນທີ່ດີທີ່ສຸດ ໃຫ້ກັບ ບໍລິສັດ ຕະຫຼາດລາວ ແລະ ບໍລິສັດ ຕະຫຼາດລາວ ກໍຈະສະໜັບສະໜູນຢ່າງຫ້າວຫັນ ກັບ ເມືອງວັນໂດ ເພື່ອເຊື່ອມໂຍງກັນ ລະຫວ່າງ ວັນໂດ ກັບ ລັດຖະບານລາວ.

ດ້ານຂໍ້ມູນກ່ຽວກັບເມືອງວັນໂດ ຂອງ ສ.ເກົາຫຼີ ແມ່ນປະກອບດ້ວຍເກາະດອນນ້ອຍໃຫຍ່ເຖິງ 265 ເກາະ, ແຄມຝັ່ງທະເລມີເນື້ອທີ່ທັງໝົດ 64,8 ກິໂລຕາແມັດ, ເກາະດອນໄດ້ດູດຊັບເອົາກາກບອນ ແລະ ປ່ອຍອົກຊີເຈນອອກມາ ເຮັດໃຫ້ນໍ້າມີຄວາມສະອາດ, ຫີນເອວວານໃນທະເລຍັງເປັນຫີນທີ່ມີທາດເຈີເມນ້ຽມສູງ ເຊິ່ງມີສ່ວນຊ່ວຍເຂົ້າໃນອຸດສາຫະກໍາທາງທະເລໃນ ສ.ເກົາຫລີ ແລະ 80% ຂອງການຜະລິດຫອຍເປົາຮື້ ໃນ ສ.ເກົາຫຼີ ແມ່ນຜະລິດຢູ່ເມືອງນີ້ ລວມເຖິງການຜະລິດສາລ່າຍ ກວມເຖິງ 60% ຂອງການຜະລິດທັງໝົດ.