ເສດຖະກິດມາເລເຊຍ ຂະຫຍາຍຕົວແຂງແຮງໃນໄຕມາດ 3

31

ສຳນັກຂ່າວຊິນຫົວລາຍງານວ່າ: ທະນາຄານກາງຂອງມາເລເຊຍ ເປີດເຜີຍວ່າ ໃນໄຕມາດ 3 ຂອງປີ 2022 ເສດຖະກິດຂອງມາເລເຊຍ ຂະຫຍາຍຕົວຢ່າງເຂັ້ມແຂງ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກໄດ້ແຮງຊຸກຍູ້ຈາກຄວາມຕ້ອງການພາຍໃນປະເທດເຂັ້ມແຂງຂຶ້ນ, ໃນຂະນະທີ່ຕະຫຼາດແຮງງານກັບມາຄຶກຄັກອີກຄັ້ງ ຫຼັງກິດຈະກຳທາງເສດຖະກິດກັບຄືນມາເປີດຢ່າງເຕັມຮູບແບບ ເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ.

May be an image of skyscraper

ນອກຈາກນີ້, ການສົ່ງອອກກໍເພີ່ມຂຶ້ນ ໂດຍໄດ້ແຮງຍູ້ຈາກຄວາມຕ້ອງການຂອງຕະຫຼາດຕ່າງປະເທດ ໂດຍສະເພາະພະລັງງານໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ. ສ່ວນການຟື້ນຕົວຂອງການທ່ອງທ່ຽວ ຊ່ວຍສະໜັບສະໜູນກິດຈະກຳທາງເສດຖະກິດເພີ່ມຕື່ມ. ໃນຂະນະທີ່ພາກບໍລິການ ແລະ ການຜະລິດຕ່າງໆ ຊ່ວຍຂັບເຄື່ອນການເຕີບໂຕຢ່າງຕໍ່ເນື່ອງ.

May be an image of sky and skyscraper