ອາທິດນີ້ ພາກເໜືອອາກາດໜາວ, ສ່ວນພາກໃຕ້ຮ້ອນ ແລະ ມີຝົນຕົກລະດັບຄ່ອຍ ຫາ ປານກາງ

73

ສະພາບອາກາດອາທິດນີ້ ຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ຢູ່ແຂວງພາກເໜືອ, ຂະນະທີ່ພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນກາເວັນ ພ້ອມມີຝົນຕົກຟ້າຮ້ອງຟ້າເຫຼືອມລະດັບຄ່ອຍ ຫາ ປານກາງ.

ກົມອຕຸຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1282/ກອຕທ, ລົງວັນທີ 14 ພະຈິກ 2022 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14 ຫາ 20 ພະຈິກ 2022 ວ່າ: ໄລຍະວັນທີ 14 ຫາ 20 ພະຈິກນີ້ ມວນອາກາດເຢັນຈະປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນອອກ – ຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສ່ວນພາກກາງ ແລະ ພາກໃຕ້ ອາກາດຈະຮ້ອນໂດຍສະເພາະໃນໄລຍະຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້ານເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 14-18 ອົງສາ ແລະ ສູງສຸດ 23-28 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້ານເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 16 – 21 ອົງສາ ແລະ ສູງສຸດ 29 – 33 ອົງສາ.

ພາກກາງ: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດເຢັນໃນຕອນເຊົ້າ ແລະ ຮ້ອນໃນໄລຍະຕອນກາງເວັນ, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 21 – 24 ອົງສາ ແລະ ສູງສຸດ 31 – 34 ອົງສາ. ສຳລັບແຂວງ ໄຊສົມບູນ: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້ານເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 12 – 15 ອົງສາ ແລະ ສູງສຸດ 26 – 29 ອົງສາ.
ພາກໃຕ້: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 20-25 ອົງສາ ແລະ ສູງສຸດ 33-36 ອົງສາ. ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13-16 ອົງສາ ແລະ ສູງສຸດ 25-28 ອົງສາ.

ນະຄອນຫຼວງວຽງຈັນ: ໄລຍະແຕ່ວັນທີ 14 ຫາ 20 ພະຈິກ ອາກາດເຢັນໃນຕອນເຊົ້າ ແລະ ຮ້ອນໃນໄລຍະຕອນກາງເວັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ