ທ່ານນາຍົກ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41 ແລະ ກອງປະຊຸມສຸດຍອດກ່ຽວຂ້ອງ ທີ່ປະເທດກຳປູເຈຍ

77

ວັນທີ 11 ພະຈິກ 2022 ທີ່ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່່ກ່ຽວຂ້ອງ ຢ່າງເປັນທາງການ ໂດຍການເປັນປະທານອາຊຽນຂອງກໍາປູເຈຍ ພາຍໃຕ້ຄໍາຂວັນ “ອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ”. ພາຍຫຼັງເຂົ້າຮ່ວມພິທີເປີດຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 25, ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 23 ແລະ ກອງປະຊຸມສຸດຍອດອາຊຽນ-ສປຊ ຄັ້ງທີ 12.

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, ຜູ້ນໍາອາຊຽນ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າໃນການສ້າງປະຊາຄົມອາຊຽນໃນໄລຍະ 1 ປີທີ່ຜ່ານມາ ເຊິ່ງໄດ້ຮັບໝາກຜົນທີ່ສຳຄັນໃນຫຼາຍດ້ານ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບູລິມະສິດຂອງປະທານອາຊຽນ ໃນປີ 2022, ຂໍ້ລິເລີ່ມເພື່ອຮັບມືກັບຜົນກະທົບຂອງພະຍາດໂຄວິດ-19, ການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄົງຄ້າງພາຍໃຕ້ແຜນແມ່ບົດ 2025 ກໍຄືໃນແຜນປະຕິບັດງານ ວ່າດ້ວຍການເຊື່ອມໂຍງອາຊຽນສະບັບທີ 4 ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, ການສ້າງຕົວເມືອງອັດສະລິຍະ ແລະ ອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະເຫນີໃຫ້ອາຊຽນສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ຂໍ້ລິເລີ່ມພາຍໃຕ້ແຜນຟື້ນຟູຮອບດ້ານອາຊຽນ ແນໃສ່ຫຼຸດຜ່ອນຜົນກະທົບ ແລະ ແກ້ໄຂຄວາມແຕກໂຕນດ້ານຕ່າງໆ ທີ່ເກີດຂຶ້ນໃໝ່ຈາກຜົນກະທົບຂອງພະຍາດລະບາດ ແລະ ສ້າງຄວາມເຂັ້ມແຂງຂອງພາກພື້ນ ເພື່ອໃຫ້ສາມາດຮັບມືກັບເຫດການສຸກເສີນດ້ານສາທາລະນະສຸກ ທີ່ອາດຈະເກີດຂຶ້ນໃນອະນາຄົດ; ແລະ ສືບຕໍ່ຮັດແໜ້ນການຮ່ວມມືດ້ານເສດຖະກິດດີຈິຕອນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວຫນ່ວຍທຸລະກິດ ລວມທັງການໝູນໃຊ້ດີຈິຕອນ ເຂົ້າໃນການດໍາເນີນທຸລະກິດ. ໃນຕອນທ້າຍ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ໄດ້ຮັບຮອງເອົາເອກະສານທີ່ສຳຄັນຫຼາຍສະບັບ ເປັນຕົ້ນແມ່ນ: ຖະແຫຼງການວິໄສທັດຜູ້ນຳອາຊຽນ ວ່າດ້ວຍອາຊຽນ: ຮ່ວມກັນແກ້ໄຂບັນດາສິ່ງທ້າທາຍ, ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍການສ້າງຕັ້ງອາຊຽນຄົບຮອບ 55 ປີ, ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການສະຫມັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍເລສເຕ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ທ່ານ ກາວ ກິມ ຮຸນ ຈາກປະເທດ ກຳປູເຈຍ ເປັນເລຂາທິການໃຫຍ່ອາຊຽນຄົນໃໝ່ ສໍາລັບສົກປີ 2023-2027.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 41 ໄດ້ທົບທວນຄືນການຮ່ວມມືລະຫວ່າງອາຊຽນ ກັບ ຄູ່ເຈລະຈາ, ໃນນັ້ນຜູ້ນໍາອາຊຽນໄດ້ຕີລາສູງຕໍ່ບົດບາດສໍາຄັນຂອງອາຊຽນໃນເວທີພາກພື້ນ ແລະ ສາກົນ ຊຶ່ງເຫັນວ່າໄດ້ຮັບຄວາມສົນໃຈຈາກຄູ່ຮ່ວມມືພາຍນອກຫລາຍຂື້ນ. ນອກນັ້ນ, ຜູ້ນໍາອາຊຽນ ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີີ ໄດ້ເນັ້ນໜັກໃຫ້ອາຊຽນ ສືບຕໍ່ຍຶດໝັ້ນຄວາມເປັນແກນກາງ ແລະ ຫຼັກການໃນການພົວພັນຮ່ວມມືກັບພາຍນອກ ທີ່ກໍານົດໄວ້ໃນກົດບັດອາຊຽນ ໂດຍສະເພາະຫຼັກການເປີດກວ້າງ, ກວມລວມ ແລະ ບໍ່ຈຳແນກ ໃນການພົວພັນຮ່ວມມືກັບພາຍນອກ; ແລະ ສືບຕໍ່ບົດບາດສໍາຄັນ ໂດຍການນໍາໃຊ້ກົນໄກຂອງອາຊຽນ ໃນການສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈ ຊຶ່ງກັນ ແລະ ກັນ ເພື່ອພາລະກິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ກອງປະຊຸມສຸດຍອດອາຊຽນ-ສປ ຈີນ ຄັ້ງທີ 25 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ສປ ຈີນ (2021-2025). ພ້ອມນີ້, ກອງປະຊຸມ ໄດ້ຮັບຮອງເອົາເອກະສານຜົນຂອງກອງປະຊຸມເຊັ່ນ: ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການພັດທະນາຮ່ວມກັນ, ຖະແຫຼງການຮ່ວມຜູ້ນໍາອາຊຽນ-ຈີນ ເພື່ອສະເຫຼີມສະຫຼອງ ຄົບຮອບ 20 ປີ ຂອງຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ແລະ ຖະແຫຼງການຮ່ວມອາຊຽນ-ຈີນ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງດ້ານສະບຽງອາຫານ.

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ ຄັ້ງທີ 23 ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະ ຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ສ.ເກົາຫຼີ (2021-2025) ແລະ ການພົວພັນຮ່ວມມືອາຊຽນ-ສ.ເກົາຫຼີ ຕະ ຫຼອດໄລຍະ 1 ປີທີ່ຜ່ານມາ. ໃນນີ້, ອາຊຽນ ແລະ ສ.ເກົາຫຼີ ຈະສືບຕໍ່ຮ່ວມມືກັນໃນຂະແໜງການທີ່ສອງຝ່າຍມີຄວາມສົນໃນຮ່ວມກັນເປັນຕົ້ນແມ່ນ: ການຄ້າ ແລະ ການລົງທຶນ, ການສຶກສາ, ການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ, ການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງໄພພິບັດທາງທໍາມະຊາດ ແລະ ອື່ນໆ.

ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 12 ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການພາຍໃຕ້ຂອບການຮ່ວມມືວ່າດ້ວຍການເສີມສ້າງເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາເປົ້າໝາຍເພື່ອການພັດທະນາແບບຍືນຍົງ ສປຊ 2030, ທັງໝົດນີ້ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍເຫຼືອເພື່ອການພັດທະນາຢູ່ພາກພື້ນ ກໍຄືໃນໂລກ. ກອງປະຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນສໍາຄັນຂອງ ສປຊ ໃນຖານະເປັນອົງການຈັດຕັ້ງຫຼາຍຝ່າຍ ເພື່ອສືບຕໍ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.