ຂ່າວດີຕ້ອນຮັບ 2023! ສປປ ລາວ ໜຶ່ງດຽວໃນອາຊຽນຕິດອັນດັບສະຖານທີ່ທ່ອງທ່ຽວຊັ້ນນຳຂອງໂລກ

88

The National Geographic ວາລະສານທີ່ມີຄົນອ່ານຫຼາຍທີ່ສຸດໃນໂລກ ໄດ້ເລືອກ ສປປ ລາວ ໃຫ້ເປັນ 1 ໃນ 25 ຈຸດໝາຍປາຍທາງການທ່ອງທ່ຽວຊັ້ນນຳໃນປີ 2023 ໂດຍ ສປປ ລາວເປັນປະເທດໜຶ່ງດຽວໃນພູມີພາກອາຊຽນທີ່ມີຊື່ຢູ່ໃນການຈັດອັນດັບສະຖານທີ່ທ່ອງທ່ຽວ ແລະປະສົບການທີ່ໜ້າຕື່ນຕາຕື່ນໃຈທີ່ສຸດໃນປີໜ້ານີ້.

ທັງນີ້ລາຍຊື່ຈຸດໝາຍປາຍທາງການທ່ອງທ່ຽວທີ່ໂດດເດັ່ນປະຈຳປີ 2023 ໄດ້ຈັດໝວດໝູ່ໃຫ້ຫຼາກຫຼາຍຂຶ້ນ ໂດຍໄດ້ເອົາໝວດໝູ່ຊຸມຊົນມາແທນໝວດຄວາມຄວາມຍືນຍົງ ແລະ ສປປ ລາວເຮົາແມ່ນຖືກຈັດຢູ່ໃນໝວດດັ່ງກ່າວ ໃນຖານະເປັນສະຖານທີ່ທີ່ມີການອະນຸລັກທີ່ເປັນປະໂຫຍດຕໍ່ທຸກໆຄົນ.

ວາລະສານ The National Geographic ລະບຸວ່າ ສປປ ລາວແມ່ນຂຶ້ນຊື່ເລື່ອງທີວທັດສີຂຽວມໍລະດົກຂອງແມ່ນ້ຳຂອງຕອນເທິງ ມີການເດີນທາງພາຍໃນປະເທດເພີ່ມຂຶ້ນ ເປັນຜົນພວງມາຈາກການເປີດເສັ້ນທາງລົດໄຟລາວ-ຈີນໃນເດືອນທັນວາປີ 2021 ເຊື່ອມໄປຍັງເມືອງຫຼວງຂອງ ສປປ ລາວກັບຊາຍແດນຈີນ.


ໂດຍລົດໄຟຄວາມໄວສູງສາຍໃໝ່ນີ້ໄດ້ເຮັດໃຫ້ບັນດານັກທ່ອງທ່ຽວສາມາດເຂົ້າເຖິງພູມີພາກຕ່າງໆຂອງ ສປປ ລາວທີ່ຍັງບໍ່ທັນເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະນຳໂອກາດທາງເສດຖະກິດຕ່າງໆໄປສູ່ທ້ອງຖິ່ນໄດ້ຫຼາຍຂຶ້ນ ສິ່ງທີ່ສັງເກດໄດ້ຊັດເຈນຄື ເສັ້ນທາງລົດໄຟຫົວກະສູນນີ້ໄດ້ແລ່ນຜ່ານອຸບມຸງ 75 ແຫ່ງ ແລະຂົວ 167 ແຫ່ງຕະຫຼອດເສັ້ນທາງທີ່ເປັນພູສູງຊັນ ເຮັດໃຫ້ປະຢັດເວລາໃນການເດີນທາງ ແລະຍັງຊ່ວຍໃຫ້ນັກທ່ອງທ່ຽວສາມາດສຳຫຼວດສະຖານທີ່ສຳຄັນທີ່ຫຼາກຫຼາຍຂອງປະເທດໄດ້ຢ່າງງ່າຍດາຍ ລວມເຖິງເມືອງຫຼວງເກົ່າຢ່າງຫຼວງພະບາງ ເຊິ່ງກາຍເປັນມໍລະດົກໂລກຂອງຢູເນສໂກນຳ.


ທ່ານ Amy Alipio ບັນນາທິການອາວຸໂສ ຂອງ National Geographic Travel ໄດ້ເປີດເຜີຍເຖິງການຂະຫຍາຍຈຸດສົນໃຈທີ່ໃຫ້ຜູ້ຄົນມຸ້ງໝັ້ນສູ່ຈຸດໝາຍປາຍທາງຢ່າງຍືນຍົງນັ້ນກໍ່ຍ້ອນວ່າ ຈະຊ່ວຍສະໜັບສະໜູນບັນດາທຸລະກິດທ້ອງຖິ່ນໃຫ້ເຕີບໂຕໄດ້.


ສຳລັບຈຸດໝາຍປາຍທາງການທ່ອງທ່ຽວອື່ນໆທີ່ຢູ່ໃນໝວດດຽວກັນກັບລາວໄດ້ແກ່ ສປປ ລາວ, ໝູ່ເກາະໂຄເຄຄະນິດ ຂອງເກຣັກ, ປະເທດການາ, ເມືອງມິວວໍກິ ລັດວິສຄອນຊິນ ສະຫະລັດອາເມລິກາ ແລະລັດອັນເບີຕາ ການາດາ ນອກນັ້ນຍັງມີໝວດການພະຈົນໄພ, ໝວດທຳມະຊາດ, ໝວດຄອບຄົວ, ໝວດວັດທະນະທຳຕື່ມອີກ.


ຂໍ້ມູນທັງໝົດນີ້ຖືເປັນຂ່າວດີຂອງປະເທດເຮົາ ໃຫ້ປະຊາຊົນ, ຜູ້ປະກອບການໄດ້ກຽມພ້ອມເປັນເຈົ້າພາບທີ່ດີໃນການຕ້ອນຮັບຂັບສູ່ແຂກຄົນທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວໃນປີໜ້ານີ້ໃຫ້ເກີດຄວາມປະທັບໃຈ ແລະດຶງດູດນັກທ່ອງທ່ຽວເຂົ້າມາປະເທດເຮົາໃຫ້ຫຼາຍຂຶ້ນໃນອະນາຄົດ.

sourse: nationalgeographic.com