ຂ່າວຮ້ອນ! ດຳເນີນມາດຕະການຕໍ່ຜູ້ລະເມີດການແຫ່ຜາສາດເຜິ້ງບໍ່ໄດ້ຮັບອະນຸຍາດ ຂໍຂະມາພະທາດຫຼວງວຽງຈັນ

272

ຫຼັງຈາກໄດ້ເກີດມີການຈຳລອງແຫ່ຜາສາດເຜິ້ງຢູ່ບຸນນະມັດສະການພະທາດຫຼວງວຽງຈັນໃນຄັ້ງວັນທີ 6 ພະຈິກ 2022 ໃນນັ້ນ ແມ່ນມີຊາວໜຸ່ມຍິງ-ຊາຍແຕ່ງຊຸດລາວ ແລະມີສາວງາມຂີ່ສະຫຼຽງ ແລ້ວແຫ່ເຂົ້າໄປໃນກົມມະລຽນ ເຮັດໃຫ້ຖືກຕຳໜິຢ່າງຫຼວງຫຼາຍຈາກມະຫາຊົນຜູ້ໄດ້ພົບເຫັນ ເນື່ອງຈາກການປະຕິພຶດປະຕິບັດໃນລັກສະນະນີ້ແມ່ນບໍ່ເຄີຍມີມາກ່ອນໃນງານບຸນທາດຫຼວງ.

ດັ່ງນັ້ນ, ເພື່ອເປັນການເຕືອນສະຕິສັງຄົມ ທັງເປັນຢ້ຳເຕືອນຄະນະຜູ້ຈັດງານດັ່ງກ່າວນັ້ນຂຶ້ນ ຄະນະກຳມະການຮັບຜິດຊອບຈັດງານບຸນນະມັດ ສະການພະທາດຫຼວງວຽງຈັນ ປະຈຳປີ 2022 ໄດ້ມີມະຕິຕົກລົງ ເລກທີ 043/ນຊ.ນວ ລົງວັນທີ 7 ພະຈິກ 2022 ວ່າດ້ວຍການດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງໂດຍບໍາໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງວຽງຈັນ.

ໃນນີ້ ດ້ານສາສະໜາ ແມ່ນ ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມໃນຂະບວນແຫ່ທັງໝົດທຸກຄົນໃຫ້ເຮັດພິທີສົມມາຄາລະວະພະທາດຫຼວງ ໃນວັນທີ 7 ພະຈິກ 2022 ປະກອບມີ: ຜາສາດເຜິ້ງ 4 ຜາສາດ, ໝາກເບັງ 4 ຄູ່, ຂັນຫ້າ ແລະ ຂັນແປດຢ່າງລະ 4 ຂັນ, ເງິນບູຊາຈຳນວນໜຶ່ງ ໂດຍເຮັດພິທີໄຫວ້ຢູ່ຫໍໄຫວ້ທັງ 4 ດ້ານ; ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມແຫ່ ສົມມາຄາລະວະພະສົງຂັ້ນ ອພສ ສູນກາງ ແຫ່ງ ສປປ ລາວ.


ມາດຕະການດ້ານກົດໝາຍ: ມອບໃຫ້ເຈົ້າໜ້າທີ່ ປກສ-ປກຊ ນຳຄະນະຮັບຜິດຊອບຈັດຂະບວນແຫ່ດັ່ງກ່າວມາສືບສວນ-ສອບສວນຕາມລະບຽບກົດໝາຍ.

ໃນລະຫວ່າງການຄົບງັນບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ຈັດພິທີແຫ່ຜາສາດເຜິ້ງ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງໃນຂະບວນແຫ່ໄດ້ມີການແຫ່ນາງສາວອ້ອມພະທາດຫຼວງດ້ານໃນ, ເຮັດໃຫ້ສັງຄົມ ໂດຍສະເພາະຜູ້ທີ່ມີໃຈສັດທາເຫຼື້ອມໃສຕໍ່ພະທາດຫຼວງວຽງຈັນ ກໍຄືຊາວພຸດທັງຫຼາຍ ເກີດຄວາມບໍ່ພໍໃຈ ວ່າ ເປັນການລົບຫຼູ່ ແລະ ບໍ່ສົມຄວນ ແລະ ບໍ່ເຄີຍມີການແຫ່ແບບນີ້ມາກ່ອນໃນງານບຸນທາດຫຼວງ ເຊິ່ງຜິດຕໍ່ຮີດຄອງປະເພນີອັນດີງາມຂອງລາວເຮົາ.


ໃນວັນທີ 8 ພະຈິກຜ່ານມາ, ທາງຜູ້ຮັບຜິດຊອບຈັດພິທີແຫ່ທີ່ບໍ່ໄດ້ຮັບອະນຸຍາດນັ້ນ ໄດ້ໂພສຂໍ້ຄວາມທາງເຟສບຸກສ່ວນຕົວ ໂດຍໄດ້ກ່າວຂໍໂທດຕໍ່ສັງຄົມ ແລະ ໄດ້ເຮັດພິທີສົມມາຄາລະວະພະທາດຫຼວງວຽງຈັນ ແລະ ຄູບາອາຈານໄປແລ້ວໃນຕອນແລງຂອງວັນທີ 7 ພະຈິກ 2022.