ຕັດສິນໃຈມາປະກວດ ເພື່ອພິສູດໂຕເອງ ແລະ ພ້ອມເຮັດສຸດຄວາມສາມາດໃນເວທີ MGL 2022

108

ທຸກຄົນເຄີຍໄດ້ຍິນບໍວ່າ ເສັ້ນໄຊ ມີໄວ້ໃຫ້ກັບຄົນຂະຫຍັນ ເຊິ່ງໜຸ່ມຄົນນີ້ “ວິຊຽນ ພູລະວົງ” ຫຼື ອາຊຽນ ຜູ້ທີ່ສັນຍາກັບຕົນເອງວ່າຈະເຮັດໃຫ້ສູດຄວາມສາມາດໃນເວທີ Mister Global Laos 2022 ເມື່ອເຂົ້າມາຮອດທັອບ 12 ແລ້ວກໍ່ຕ້ອງເດີນໜ້າຕໍ່ຢ່າງຄວາມຕັ້ງໃຈ ເພາະຖືວ່າໂອກາດບໍ່ໄດ້ມີມາງ່າຍໆ ດັ່ງນັ້ນ ເມື່ອໃກ້ເສັ້ນຫົວໃຈກໍ່ຕ້ອງພ້ອມເຕັມຮ້ອຍ.

.

ສໍາລັບໜຸ່ມອາຊຽນ ປັດຈຸບັນອາຍຸ 23 ປີ ຫມາຍເລກ MGL02 ໜຸ່ມນະຄອນຫຼວງວຽງຈັນທີ່ມັກຮັກໃນການເຕັ້ນ ແລະ ມີຄວາມສາມາດພິເສດຄືສື່ສານພາສາມືລາວເພື່ອຊ່ວຍເຫຼືອຄົນຫູໜວກໄດ້ ເຊິ່ງຕອນນີ້ວິຊຽນກໍາລັງສົນໃຈ ແລະ ສຶກສາເພີ່ມອີກ ຄວາມມຸ່ງຫວັງໃນອະນາຄົດຢາກເປັນອາຈານສອນພາສາລາວມືລາວໃຫ້ຄົນທີ່ຢາກຮຽນໄດ້ຮຽນຟຣີ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍຫຍັງ.


.

ອາຊຽນເຄີຍບອກວ່າເຖິງແມ່ນຕົນເອງຂ້ອນຂ້າງຈະເປັນຄົນຂີ້ອາຍ ບໍ່ກ້າສະແດງອອກ ແລະ ເວລາຕື່ນເຕັ້ນຈະມັກເວົ້າມັກເວົ້າຕິດອ່າງ ກໍຕາມ ແຕ່ຢ່າລືມໄປປວ່າຄົນເຮົາທຸກຄົນລ້ວນແລ້ວແຕ່ເຝິກຝົນກັນໄດ້ ແລະ ແນວໃດກໍ່ຝາກເຊຍສຳລັບການປະກວດ ເຊິ່ງຮອບຕັດສິນກໍ່ໃກ້ເຂົ້າມາແລ້ວ. ນອກຈາກນີ້ແລ້ວ ອາຊຽນ ຖືເປັນຄົນຕັ້ງໃຈຫຼາຍ ເພາະໜຸ່ມຄົນນີ້ໄດ້ເບິ່ງການປະກວດຂອງປີທີ່ແລ້ວກໍເລີຍ ກະຕຸ້ນໃຫ້ໂຕນ້ອງໃຫ້ຢາກມາປະກວດ ( ເຮັດການບ້ານມາດີ ) ຫລັງຈາກນັ້ນກໍເລີ່ມກຽມໂຕໃຫ້ພ້ອມໂດຍການອອກກຳລັງກາຍດູແລຜິວພັນໃຫ້ດີ ແລະ ຊ້ອມຍ່າງ ຊ້ອມໂພສທ່າຢູ່ບ້ານ

.

ໜຸ່ມອາຊຽນຍັງບອກວ່າ: ສຳລັບຈຸດດີ ແມ່ນຕົນເອງເປັນຄົນຕະຫລົກເຮຮາ ຂີ້ຫລິ້ນ ຢາກເຮັດໃຫ້ຄົນອ້ອມຂ້າງຫົວ ສ່ວນຈຸດອ່ອນບາງເທື່ອກໍຫລິ້ນຫລາຍເກີນໄປປານເດັກນ້ອຍ ກໍເລີຍຢາກປັບປຸງໂຕເອງໃນເລື່ອງນີ້. ສຳລັບຄວາມໝັ້ນໃຈ ໜຸ່ມຄົນນີ້ບອກວ່າ: ຕອນແລກທີ່ມາບໍ່ມີຄວາມຫມັ້ນໃຈຈັກເປີເຊັນເລີຍວ່າຈະໄດ້ເປັນ 1 ໃນ 12 ຄົນ ເພາະເບິ່ງໃຜກໍມີແຕ່ຜູ້ຫນ້າຕາດີມີຄວາມສາມາດຫຼາຍຢ່າງ ແຕ່ພໍເປັນ 1 ໃນ 12 ຄົນແລ້ວກໍເລີ່ມມີຄວາມຫມັ້ນໃຈມາເທື່ອລະໜ້ອຍ ພໍໄດ້ຜ່ານການຖ່າຍຮູບສຳພາດຕ່າງໆມາ ກໍເລີຍເລີ່ມມີຄວາມຫມັ້ນໃຈຫຼາຍ ແລະ ພ້ອມຈະເຮັດສຸດຄວາມສາມາດ. ຕັດສິນໃຈມາປະກວດເພື່ອພິສູດຕົນເອງ ແລະ ກ້າວຂ້າມຄວາມບໍ່ໝັ້ນໃຈ.

ແລະ ອີກມຸມໜຶ່ງທີ່ຄວນຮູ້ກັບໜຸ່ມຄົນນີ້ຄື ເວລາວ່າງແມ່ນມັກຈະຂັບລົດເລາະໄປບ່ອນງຽບໆ ນັ່ງອ່ານຫນັງສື ແລະ ໄປຖ່າຍຮູບທຳມະຊາດ ແລະ ທີ່ສຳຄັນຄືເຮັດອາຫານໄດ້ ເຕັ້ນເກັ່ງ ຖ້າບໍ່ເຊື່ອມາລອງເຕັ້ນແຂ່ງກັນເບິ່ງເດີ້( ວ່າຊັ້ນນນທຸກຄົນນນ)