ສຶກສາເບື້ອງເລິກເບື້ອງຫຼັງກິລາຕີຄີ ທີ່ທ່ານອາດບໍ່ເຄີຍຮູ້

165

ປະຕິບັດຕາມຮີດເຄົ້າຄອງເດີມ ໃນມື້ຂຶ້ນ 15 ຄໍ່າເດືອນສິບສອງລາວຂອງທຸກໆປີ ແລະ ປີນີ້ກົງກັບອັງຄານວັນທີ 8 ພະຈິກ 2022 ເປັນມື້ສຸດທ້າຍຂອງບຸນນະມັດສະການທາດຫຼວງ ຫຼັງຈາກທີ່ໄດ້ຈັດຫຼາຍກິດຈະກຳຜ່ານໄປ ມື້ນີ້ ແມ່ນການຕີຄີ ຊຶ່ງເປັນກິລາພື້ນບ້ານ ພື້ນເມືອງທີ່ຂາດບໍໄດ້ໃນງານບຸນທາດຫຼວງ.

ກ່ອນຈະມີການແຂ່ງຂັນຕີຄີແຕ່ລະປີນັ້ນ ແມ່ນບັນດາເຖົ້າແກ່ແນວໂຮມ, ອາຍາ ອາຈານ ຈະໄດ້ພ້ອມພາກັນຈັດໃຫ້ມີພິທີອັນເຊີນເອົາລູກຄີລົງມາແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ຈາກນັ້ນຈິ່ງເລີ່ມການແຂ່ງຂັນຕີຄີ ເມື່ອແຂ່ງຂັນສຳເລັດແລ້ວກໍ່ໃຫ້ພາກັນແຫ່ລູກຄີກັບຄືນ ແລະອັນເຊີນໄປໄວ້ຢູ່ບ່ອນເກົ່າ ເຊິ່ງເປັນການບົ່ງບອກກເຖິງຄວາມສັກສິດຂອງລູກຄີຕາມຄວາມເຊື່ອຖືມາແຕ່ບູຮານ.


ການແຂ່ງຂັນຕີຄີນີ້ຕາມຄວາມເຊື່ອແມ່ນເພື່ອທຳນາຍຊາຕາຂອງຊາດບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າລືສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດລະບາດ.

ແຕ່ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າບໍ່ອຶດປາ ຈະມີເຂົ້າເຕັມນາປາເຕັມໜອງ ເສດຖະກິດຈະເລີນຮຸ່ງເຮືອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ຄວາມລາບລື່ນ ບ້ານເມືອງມີແຕ່ຄວາມຈະເລີນສີວິໄລຂຶ້ນໄປ.


ສຳລັບປີນີ້ໃຜຈະໄດ້ຊະນະນັ້ນ ເຮົາມາຕິດຕາມພ້ອມໆກັນກັບໄລສົດຂອງທີມຂ່າວພວກເຮົາ ໃນເວລາ 13:00 ໂມງເປັນຕົ້ນໄປ ໃນນັ້ນຈະມີການນໍາ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.