ຄຳມ່ວນ ຈະສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ 3 ເດືອນທ້າຍປີ ໃຫ້ບັນລຸ 129,73 ລ້ານໂດລາ

207

ໃນ 3 ເດືອນທ້າຍປີ 2022 ແຂວງຄຳມ່ວນ ສູ້ຊົນຊຸກຍູ້ສົ່ງເສີມສ້າງມູນຄ່າຜະລິດຕະພັນອຸດສາຫະກໍາປຸງແຕ່ງ ໃຫ້ໄດ້ 531,18 ຕື້ກີບ ແລະ ການຈໍາໜ່າຍ 432,47 ຕື້ກີບ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ໃຫ້ຮູ້ວ່າ: ສະເພາະຂະແໜງອຸດສາຫະກຳ ໃນ 3 ເດືອນທ້າຍປີ 2022 ແຂວງຄຳມ່ວນ ສູ້ຊົນຊຸກຍູ້ສົ່ງເສີມສ້າງມູນຄ່າຜະລິດຕະພັນອຸດສາຫະກໍາປຸງແຕ່ງ ໃຫ້ໄດ້ 531,18 ຕື້ກີບ ແລະ ການຈໍາໜ່າຍ 432,47 ຕື້ກີບ; ສູ້ຊົນເຮັດໃຫ້ມູນຄ່າການຜະລິດແຮ່ທາດ ໃຫ້ໄດ້ 85,41 ລ້ານໂດລາສະຫະລັດ, ຈຳໜ່າຍຜະລິດຕະພັນແຮ່ທາດ ໃຫ້ໄດ້ 91,83 ລ້ານໂດລາສະຫະລັດ; ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງງານ, ບັນດາໂຄງການ ທີ່ກຳລັງຈັດຕັ້ງປະຕິບັດທີ່ຍັງບໍ່ທັນສຳເລັດ ແລະ ມີການຕໍ່ເນື່ອງເປັນຕົ້ນ: ບັນດາໂຄງການກໍ່ສ້າງ, ການນຳເຂົ້າງົບປະມານສູນກາງ ແລະ ຂັ້ນທ້ອງຖີ່ນ. ທັງນີ້, ເພື່ອປະກອບສ້າງໃຫ້ບັນລຸຕາມແຜນການພັດທະນາບັນດາພື້ນຖານໂຄງໃນການຂະຫຍາຍຕາຂ່າຍໄຟຟ້າຂອງຈຳນວນບ້ານທັງໝົດ ແຕ່ນີ້ຮອດປີ 2025 ໃຫ້ໄດ້ 100% ແລະ ບັນລຸຄອບຄົວທັງໝົດໃຫ້ໄດ້ 98% ໃຫ້ໄດ້ຊົມໃຊ້ ໄຟຟ້າຖາວອນ.

ຂະແໜງການບໍລິການ: ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸໄດ້ 129,73 ລ້ານໂດລາສະຫະລັດ. ໃນນີ້: ມູນຄ່າການສົ່ງອອກ 64,99 ລ້ານໂດລາສະຫະລັດ ແລະ ມູນຄ່ານຳເຂົ້າ 64,73 ລ້ານໂດລາສະຫະລັດ; ສູ້ຊົນເຮັດໃຫ້ມູນຄ່າສິນຄ້າຜ່ານແດນ ແລະ ສົ່ງອອກຕໍ່ ໃຫ້ໄດ້ 245,01 ລ້ານໂດລາສະຫະລັດ; ຊົນເຮັດໃຫ້ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ) ໃຫ້ໄດ້ (1.075,48 ຕື້ກີບ)ບໍລິມາດການຂົນສົ່ງສິນຄ້າ ແລະ ໂດຍສານ ເພີ່ມຂຶ້ນໃນລະດັບ 10%; ສືບຕໍ່ໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນແຂວງໃຫ້ໄດ້ 270.999 ຄົນຂຶ້ນໄປ ຄາດວ່າຈະສ້າງລາຍຮັບສະເລ່ຍສຳພັດໄດ້ຫຼາຍກວ່າ 191 ຕື້ກີບ.

ຂະນະທີ່ 9 ເດືອນຕົ້ນປີ 2022 ຜ່ານມາ ແຂວງຄຳມ່ວນ ສາມາດປະຕິບັດຂະແໜງອຸດສາຫະກຳ: ມູນຄ່າການຜະລິດ: ອຸດສາຫະກຳປຸງແຕ່ງພາຍໃນແຂວງ ປະຕິບັດໄດ້ 1.619,14 ຕື້ກີບ, ເທົ່າກັບ 103,42% ຂອງ (ມະຕິສະພາ 1.565,66 ຕື້ກີບ), ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ້ມຂຶ້ນ 9,98%; ມູນຄ່າການຈຳໜ່າຍປະຕິບັດໄດ້ 1.522,04 ຕື້ກີບ, ເທົ່າກັບ 78,45% ຂອງ (ມະຕິສະພາ 1.940,05 ຕື້ກີບ ), ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ້ມຂຶ້ນ 6,84%.
+ການຜະລິດແຮ່ທາດ: ປະຕິບັດໄດ້ 269,34 ລ້ານໂດລາ ເທົ່າກັບ 152,21% ຂອງ (ມະຕິສະພາ 176,95 ລ້ານໂດລາ), ສາມາດຈຳໜ່າຍຜະລິດຕະພັນແຮ່ທາດ (ພາຍໃນ ແລະ ຕ່າງປະເທດ) ໄດ້ທັງໝົດ 296,96 ລ້ານໂດລາ ເທົ່າກັບ 155,56% ຂອງ (ມະຕິສະພາ 190,90 ລ້ານໂດລາ). ໃນນັ້ນ: ຈຳໜ່າຍພາຍໃນ ມູນຄ່າ: 4,02 ລ້ານໂດລາລະ ຈໍາໜ່າຍຕ່າງປະເທດທັງໝົດມີມູນຄ່າ: 292,94 ລ້ານໂດລາ.

ຂະແໜງການບໍລິການ: ມູນຄ່າການຄ້າລະຫວ່າງປະເທດ ບັນລຸໄດ້ 541,34 ລ້ານໂດລາ ເທົ່າກັບ 80,67% ຂອງ ( ແຜນປີ 671,06 ລ້ານໂດລາ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂື້ນ 9,41%; ໃນນີ້: ການສົ່ງອອກສິນຄ້າມີມູນຄ່າ 363,80 ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 84,84 % (ແຜນການ 428,79 ລ້ານໂດລາ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 24,35% ສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ປະກອບມີ: ເກືອກາລີ, ຢາງພາລາ, ເກືອໂບມ ແລະ ແຮ່ເຫຼັກບົດ ແລະ ອື່ນໆ; ການນຳເຂົ້າສິນຄ້າມີມູນຄ່າ: 177,54 ລ້ານໂດລາສະຫະລັດ ທຽບໃສ່ແຜນການປີປະຕິບັດໄດ້ 73,28% (ແຜນການ 242,27 ລ້ານໂດລາ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 12,21 %, ສິນຄ້າທີ່ນຳເຂົ້າຫຼາຍກວ່າໝູ່ປະກອບມີ: ໝວດສິນຄ້າອຸດສາຫະກຳ, ໝວດວັດສະດຸກໍ່ສ້າງ, ໜວດເຄື່ອງໃຊ້ໄຟຟ້າ ແລະ ໝວດສະບຽງອາຫານ ແລະ ອື່ນໆ.

ມູນຄ່າສິນຄ້າຜ່ານແດນ: ສາມາດປະຕິບັດໄດ້ 815,44 ລ້ານໂດລາ, ເທົ່າກັບ 76,9% ຂອງ (ມະຕິສະພາ 1.060,45 ລ້ານໂດລາ), ທຽບໃສ່ປີດຽວກັນ ຫລຸດລົງ 51,54%. ສາເຫດຍ້ອນ: ມີການປ່ຽນແປງເສັ້ນທາງໃນການຂົນສົ່ງສິນຄ້າແຜ່ນແດນ (ສິນຄ້າປະເພດ ໝວດສະບຽງອາຫານໝາກໄມ້, ພືດຜັກ ແລະ ອື່ນໆ) ຈາກແຕ່ກ່ອນແມ່ນນໍາໃຊ້ເສັ້ນທາງເລກ 8 ໂດຍໄດ້ຜ່ານດ່ານ ຂົວມິດຕະພາບ 3 ແຕ່ປະຈຸບັນພາຍຫຼັງທີ່ມີການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເຮັດໃຫ້ສີນຄ້າດັ່ງກ່າວ ແມ່ນມີການຫັນປ່ຽນມາໄຊ້ເສັ້ນທາງລົດໄຟແທນ ເຊິ່ງມັນສາມາດຫຼຸດຕົ້ນທຶນການຂົນສົ່ງ ແລະ ປະຍັດເວລາໄດ້ຫຼາຍກ່ວາເກົ່າ. ມູນຄ່າການຈໍລະຈອນສິນຄ້າ ( ຂາຍຍົກ-ຂາຍຍ່ອຍ) ບັນລຸໄດ້ 2.321,25 ຕື້ກີບ, ເທົ່າກັບ 186,33% ຂອງ (ມະຕິສະພາ 1.245,78 ຕື້ກີບ), ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 90,35%.