ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນຕຸລາ ສືບຕໍ່ເພີ່ມຂຶ້ນສູງ ຢູ່ໃນລະດັບ 36,7%

163

ໃນເດືອນຕຸລາຄ່າສະເລ່ຍອັດຕາເງິນເຟີ້ຍັງສືບຕໍ່ເພີ່ມຂຶ້ນ ຢູ່ໃນລະດັບ 36,7%, ຂະນະທີ່ເດືອນກັນຍາຢູ່ທີ່ 34,5% ໂດຍປັດໄຈຫຼັກຂອງອັດຕາເງິນເຟີ້ ມາຈາກການເພີ່ມສູງຂຶຶ້ນຂອງທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ, ເຄື່ອງດື່ມບໍ່ແມ່ນເຫຼົ້າ ແລະ ລາຄານໍ້າມັນເຊື້ອໄຟທີ່ຍັງສືບຕໍ່ປັບຂຶ້ນ.

ຮູບປະກອບຂ່າວ

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານອັດຕາເງິນເຟີ້ ປະຈຳເດືອນຕຸລາ 2022 ວ່າ: ອັດຕາເງິນເຟີ້ລວມ ເດືອນຕຸລາ 2022 ທຽບປີຕໍ່ປີ ຫຼື ທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 36,7% (ເດືອນກັນຍາ 2022 ແມ່ນ 34,5). ເນື່ອງຈາກການເພີ່ມສູງຂຶ້ນທຸກໝວດສິນຄ້າ ເປັນຕົ້ນແມ່ນ: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶຶ້ນ 38,8% ໂດຍມາຈາກການເພີ່ມສູງຂຶຶ້ນຂອງ ລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະ ເພາະແມ່ນຊີ້ນໝູ, ສັດປີກ, ປາ ແລະ ອາຫານທະເລ, ໄຂ່, ນໍ້າມັນພືດ, ໝາກໄມ້, ຜັກສົດ ເປັນຕົ້ນ; ໝວດຄົມມະນາຄົມ ແລະ ຂົນສົໍ່ງ ເພີ່ມຂຶຶ້ນ 58,1% ໂດຍສະເພາະລາຄານໍ້າມັນເຊືີ້ອໄຟ ເພີ່ມຂຶຶ້ນເຖິງ 95,0%, ໃນນັ້ນ, ປັບຂືຶ້ນ-ລົງ 4 ຄັ້ງ, ແອັດຊັງທໍາມະດາ ປັບຂຶຶ້ນ 2 ຄັ້ງ, ລົງ 2 ຄັ້ງ, ກາຊວນ ປັບຂືຶ້ນ 3 ຄັ້ງ ປັບລົງ 1 ຄັ້ງ, ສະເລ່ຍ ລາຄານໍ້າມັນແອັດຊັງທໍາມະດາ 20.289 ກີບ/ລິດ, ກາຊວນ 19.983 ກີບ/ລິດ. ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ຍັງມີທ່າອ່ຽງເພີ່ມຂຶຶ້ນເຊັ່ນດຽວກັນ ເຊັ່ນ: ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ອຸປະກອນການແພດ ແລະ ຢາ.

ຮູບປະກອບຂ່າວ

ປັດໄຈ ແລະ ສາເຫດຂອງອັດຕາເງິນເຟີ້ ເດືອນຕຸລາ 2022 ເພີ່ມສູງຂຶຶ້ນແມ່ນມາຈາກບາງປັດໄຈດັ່ງນີ້: + ປັດໃຈພາຍນອກ: ແມ່ນຍັງສືບຕໍ່ມາຈາກເດືອນຜ່ານມາ ເຊັ່ນ: ຜົນກະທົບການແຜ່ລະບາດ ຂອງ ໂຄວິດ-19; ສະພາບການຂອງພາກພືີ້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ເຊິ່ງຈະສົໍ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສະພາບ ເສດຖະກິດ.
+ ປັດໃຈພາຍໃນ: ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດແມ່ນຍັງອ່ອນຄ່າລົງ ສົໍ່ງຜົນໃຫ້ລາຄາສິນຄ້າປະເພດນໍາເຂົ້າມີລາຄາສູງຂຶ້ນ; ລາຄານໍ້າມັນເຊື້ອໄຟ ຍັງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ ສົໍ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ການບໍລິການເພີ່ມຂຶຶ້ນ; ປັດໃຈອື່ນໆ ເຊັ່ນ: ການຜະລິດກະສິກໍາ ແມ່ນຢູ່ໃນຊ່ວງລະດູການທີ່ຜົນຜະລິດພົບບັນຫາຈາກໄພທໍາມະຊາດ ແລະ ລາຄາຕົ້ນທຶນຂອງການຜະລິດກໍເພີ່ມຂຶຶ້ນເຊັ່ນດຽວກັນ ໄດ້ແກ່: ຝຸ່ນວິທະຍາສາດ, ຢາຂ້າສັດຕູພືດ, ແນວພັນ, ຫົວອາຫານສັດ.

ຮູບປະກອບຂ່າວ

ການປ່ຽນແປງ ປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມ ຂອງ ສປປ ລາວ ເດືອນຕຸລາ 2022 ທຽບກັບເດືອນດຽວກັນ ຂອງ ປີຜ່ານມາ ເພີ່ມຂຶຶ້ນ 36,7% ເຊິ່ງມີການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການຄື: ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶຶ້ນ 38,8% ໃນນີ້ລາຄາ ເຂົ້າສານເພີ່ມຂຶ້ນ 48,1%, ຊີ້ນເພີ່ມຂຶ້ນ 29,0%, ປາ ແລະ ອາຫານທະເລ ເພີ່ມຂຶຶ້ນ 31,3%, ນົມ, ເນີຍ ແລະ ໄຂ່ ເພີ່ມຂຶ້ນ 43,5%, ນໍ້າມັນພືດ ເພີ່ມຂຶ້ນ 95,0%, ໝາກໄມ້ເພີ່ມຂຶ້ນ 41,7%, ຜັກສົດ ເພີ່ມຂຶຶ້ນ 43,0%, ນໍ້າຕານ, ນໍ້າຫວານ ເພີ່ມຂຶຶ້ນ 40,0%, ເຄື່ອງປຸງແຕ່ງອາຫານ ເພີ່ມຂຶຶ້ນ 46,7%; ໝວດເຫຼົ້າ ແລະ ຢາສູບ: ເພີ່ມຂຶຶ້ນ 18,9%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ: ເພີ່ມຂຶຶ້ນ 25,6%;

ຮູບປະກອບຂ່າວ

ໝວດໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລ ະເຊືີ້ອເພີງຫຸງຕົ້ມ: ເພີ່ມຂຶີ້ນ 24,1%; ໝວດເຄື່ອງໃຊ້ໃນເຮືອນ: ເພີ່ມຂຶຶ້ນ 29,1%; ໝວດຮັກສາສຸຂະພາບ ແລະ ຢາ: ເພີ່ມຂຶຶ້ນ 43,1%; ໝວດຄົມມະນາຄົມ ແລະ ຂົນສົໍ່ງ: ເພີ່ມຂຶຶ້ນ 58,1% ໃນນີ້ ລາຄາພາຫະນະຂົນສົໍ່ງ ເພີ່ມຂຶຶ້ນ 61,6%, ລົດໃຫຍ່ ເພີ່ມຂຶຶ້ນ 66,1%, ລົດຈັກເພີ່ມຂຶຶ້ນ 38,8%, ລົດຖີບ ເພີ່ມຂຶຶ້ນ 20,7%; ອຸປະກອນການຂົນສົໍ່ງ ເພີ່ມຂຶຶ້ນ 62,4%; ໝວດໄປສະນີ ແລະໂທລະຄົມມະນາຄົມ: ເພີ່ມຂຶຶ້ນ 11,7%; ໝວດການບັນເທີງ ແລະ ການພັກຜ່ອນ: ເພີ່ມຂຶ້ນ 17,9%; ໝວດການສຶກສາ: ເພີ່ມຂຶຶ້ນ 12,3%; ໝວດຮ້ານອາຫານ ແລະໂຮງແຮມ: ເພີ່ມຂຶີ້ນ 28,4%; ປະເພດເຮືອນພັກ ແລະໂຮງແຮມ ເພີ່ມຂຶຶ້ນ 16,3%; ໝວດສິນຄ້າ ແລະບໍລິການອື່ນໆ: ເພີ່ມຂຶຶ້ນ 27,8% ໃນນີ້ລາຄາເຄື່ອງໃຊ້ປະຈໍາວັນ ເພີ່ມຂຶຶ້ນ 40,2%, ປະເພດວັດຖຸມີຄ່າ ແລະ ເຄື່ອງປະດັບ ເພີ່ມຂຶຶ້ນ 53,9%.