ສປປ ລາວ ໄດ້ຮັບວັກຊີນໄຟເຊີກັນໂຄວິດ-19 ສຳລັບເດັກ 2 ແສນກວ່າໂດສ໌

53

ສປປ ລາວ ໄດ້ຮັບວັກຊີນໄຟເຊີປ້ອງກັນພະຍາດໂຄວິດ-19 ສຳລັບເດັກ ຈໍານວນ 201.600 ໂດສ໌ ຈາກການຊ່ວຍເຫຼືອຂອງສະຫະລັດອາເມລິກາ ຈັດສົ່ງຜ່ານໂຄງການ ຜ່ານ COVAX Facility.

ພິທີມອບ-ຮັບວັກຊີນດັ່ງກ່າວຈັດຂຶ້ນທີ່ກະຊວງສາທານະສຸກ ໃນວັນທີ 4 ພະຈິກ 2022, ຕາງໜ້າກ່າວມອບໂດຍ ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີ ທ່ານ ນາງ ຍິງ-ຮູ ເຈັກກະລີນ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ປະຈໍາ ສປປ ລາວ, ທ່ານ ນາງ ເພຍ ເຣເບັນໂລ ບຣິດໂຕ ຜູ້ຕາງໜ້າອົງການ ຢູນິເຊັບ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປີເຕີ ເຮມອນ ກ່າວວ່າ: ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນໄຟເຊີ ກັນພະຍາດໂຄວິດ-19 ສຳລັບເດັກ ຈໍານວນ 201.600 ໂດສ໌ ໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ໂດຍຜ່ານ COVAX Facility ເພື່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ. ການປະກອບສ່ວນວັກຊີນໃນຄັ້ງນີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງ COVAX Facility ໃນການຮັບປະກັນການເຂົ້າເຖິງວັກຊີນຢ່າງເທົ່າທຽມໃນທົ່ວໂລກ ແລະ ໃນການຟື້ນຟູເສດຖະກິດ ແລະ ສັງຄົມຈາກຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19.

ທ່ານ ດຣ. ສະໜອງ ທອງຊະນະ ກ່າວວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ຕາງໜ້າໃຫ້ລັດຖະບານ, ຄະນະສະເພາະເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ກະຊວງສາທາລະນະສຸກ ກໍຄືປະຊາຊົນລາວທີ່ໄດ້ເຂົ້າຮ່ວມໃນພິທີມອບ-ຮັບ ວັກຊີນໄຟເຊີ ກັນພະຍາດໂຄວິດ-19 ຈໍານວນ 201.600 ໂດສ ສໍາລັບເດັກ ໂດຍການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ຜ່ານ ໂຄງການ COVAX ທີ່ໄດ້ຈັດຂື້ນໃນມື້ນີ້. ລັດຖະບານລາວ ຂໍຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ໃນການສືບຕໍ່ໃຫ້ໃນການຊ່ວຍເຫຼືອໃນຄັ້ງນີ້, ຊຶ່ງເປັນການຢັ້ງຢືນໃຫ້ເຫັນເຖິງຄວາມເປັນຫວ່ງເປັນໃຍ ຂອງລັດຖະບານສະຫະລັດອາເມລິກາ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນປ້ອງກັນພະຍາດໂຄວິດ-19 ຂອງເດັກນ້ອຍ ຢູ່ ສປປ ລາວ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ການໄດ້ຮັບວັກຊິນໄຟເຊີ ສຳລັບເດັກນ້ອຍ ໃນມື້ນີ້ ຈະເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການບັນລຸເປົ້າໝາຍການສັກວັກຊີນປ້ອງກັນພະຍາດທີ່ວາງໄວ້. ພວກເຮົາຈະນໍາເອົາວັກຊີນດັ່ງກ່າວ ໄປນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃຫ້ເຖິງກຸ່ມຄົນເປົ້າໝາຍໃນການຮັບວັກຊີນຢ່າງທົ່ວເຖິງ ແນໃສ່ບັນລຸເປົ້າຫມາຍໃນການສັກວັກຊິນກັນໂຄວິດ-19 ໃຫ້ເດັກນ້ອຍ ໃນຂອບເຂດທົ່ວປະເທດ ແລະ ເປັນການປະກອບສ່ວນ ເປົ້າໝາຍໃຫ້ໄດ້ 80% ຂອງ ປະຊາກອນຢ່າງໜ້ອຍສອງເຂັ້ມ ໃນປີ 2022.