ເປີດງານຫ້ອງເສື້ອ ເດິ ນໍແມນ ເຮົ້າສ໌ (The norman haus) ບໍລິການຕັດຊຸດສູດ ຍິງ-ຊາຍ

334

ເພື່ອຕອບສະໜອງຄວາມຕ້ອງ ແລະ ເປັນທາງເລືອກໃໝ່ໃຫ້ແກ່ສັງຄົມ ໃນຍຸກປັດຈຸບັນ, ທ່ານ ຄໍາໝັ້ນ ຫຼວງລາດ ເຈົ້າຂອງຮ້ານ ເດິ ນໍແມນ ເຮົ້າສ໌ The norman haus ໄດ້ເປີດຫ້ອງເສື້ອ ເດິ ນໍແມນ ເຮົ້າສ໌ ຂຶ້ນຢ່າງເປັນທາງການ ທີ່ບ້ານໂພນເຄັງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ພິທີເປີດຫ້ອງເສື້ອ ເດິ ນໍແມນ ເຮົ້າສ໌ ຈັດຂຶ້ນວັນທີ 2 ພະຈິກ 2022 ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຈັນ ດວງສົມພອນ ຮອງຫົວໜ້າສັນຕິບານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ທ່ານ ຈໍາປາ ພັນທະຈັກ ອາດີດດຮອງປະທານສານນະຄອນຫຼວງວຽງຈັນ,

ທ່ານ ນາງ ອ໋ອກ ອັກຄະສິຣິພົງພັນ ປະທານບໍລິສັດ ພິຊິດໂຊກທີ່ປຶກສາທາງດ້ານກົດໝາຍ, ທ່ານ ຄໍາໝັ້ນ ຫຼວງລາດ ເຈົ້າຂອງຮ້ານ The Norman Haus, ທ່ານ ນາງ ຫງວຽນ ທູຢາງ ປະທານບໍລິສັດ King of Queen Group, ທ່ານ ນາງ ຖຸ່ຍຢູງ ຜູ້ອໍານວຍການບໍລິສັດ King of Queen Group, ທ່ານ Nguyen minh van (ຫງວຽນ ມິງ ວັນ), ທ່ານ Nguyen van hung(ຫງວຽນ ວັນ ຮຶງ) ພ້ອມດ້ວຍບັນດາລູກຄ້າເຂົ້າຮ່ວມ.

ຫ້ອງເສື້ອ ເດິ ນໍແມນ ເຮົ້າສ໌ ຮັບອອກແບບເສື້ອຜ້າ, ເກີບ, ຜ້າພັນຄໍ, ຜ້າພັນຄໍຂອງ ຍິງ-ຊາຍ ລູກຂ້າສົນໃຈສາມາດຕິດຕໍ່ໄດ້ທີ່ເບີ: 020 58 988 896.
Của hàng quần áo Norman House được thiết kế dành cho quần áo,giày dép, Khăn quàng cổ,Khăn quàng cổ của phụ nữ và nam giới.các bạn quan tâm có thể liên hệ để biết thông tin Theo số: 020 58 988 896