ສະຕາບັກຊ໌ ນຳເອົາ ອີກສະຖານທີ່ໜຶ່ງທີ່ໜ້າຢູ່ ມາສູ່ປະເທດລາວ ດ້ວຍການເປີດຕົວຮ້ານສາຂາທຳອິດທີ່ ນະຄອນຫຼວງວຽງຈັນ

218

ການກ້າວເຂົ້າມາປະເທດລາວຂອງ ສະຕາບັກຊ໌ ເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງບໍລິສັດ ສຳລັບການເຕີບໂຕຢ່າງຕໍ່ເນື່ອງ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼ້າສຸດວັນທີ 3 ເດືອນພະຈິກ 2022, ເພື່ອເປັນສ່ວນໜື່ງໃນການຂະຫຍາຍຕົວຢ່າງຕໍ່ເນື່ອງ ຂອງ ສະຕາບັກຊ໌ ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ Maxim’s Caterers ຈຳກັດ, ໄດ້ເປີດຕົວຮ້ານສາຂາທຳອິດ ໃນປະເທດລາວຢ່າງເປັນທາງການ, ເຊິ່ງປະເທດລາວເປັນປະເທດທີ 15 ໃນຂົງເຂດອາຊີ-ປາຊີຟິກ ແລະ ເປັນປະເທດທີ 84 ສຳລັບ ສະຕາບັກຊ໌ ໃນທົ່ວໂລກ, ໂດຍຮ້ານດັ່ງກ່າວແມ່ນຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ. ການເຂົ້າມາປະເທດລາວຂອງ ສະຕາບັກຊ໌ ຖືເປັນການຢືນຢັນຄວາມມຸ່ງໝັ້ນໄລຍະຍາວຂອງ ສະຕາບັກຊ໌ ໃນການຂະຫຍາຍໂຕຢ່າງຕໍ່ເນື່ອງ ໃນທົ່ວທະວີບອາຊີ ກັບຮ້ານກາເຟທີ່ມີຫຼາຍກວ່າ 12,000 ສາຂາໃນທົ່ວພາກພື້ນ.

ທ່ານນາງ Emmy Kan, ຮອງປະທານອາວຸໂສ ແລະ ປະທານບໍລິຫານ ສະຕາບັກຊ໌ ອາຊີປາຊີຟິກ ກ່າວວ່າ: “ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ຈະເຮັດໃຫ້ເປົ້າໝາຍທີ່ວາງໄວ້ສູງ ຕໍ່ກັບການເປີດຮ້ານສາຂາທຳອິດໃນປະເທດລາວນັ້ນ ປະສົບຜົນສຳເລັດ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ: “ການທີ່ໄດ້ດຳເນີນກິດຈະການ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ຕະຫຼອດໄລຍະກວ່າ 25 ປີ ຜ່ານມານີ້, ພວກເຮົາຮູ້ສຶກເປັນກຽດທີ່ຈະໄດ້ຕ້ອນຮັບ ພະນັກງານໃໝ່ຫຼ້າສຸດຂອງເຮົາໃນປະເທດລາວ ເພື່ອຮ່ວມສ້າງ ປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ ໃຫ້ກັບລູກຄ້າໃນທ້ອງຖິ່ນ ຜ່ານການອອກແບບຮ້ານທີ່ເປັນເອກະລັກ, ເຄື່ອງດື່ມທີ່ຊົງດ້ວຍມື, ປະສົບການກາເຟທີ່ຮອບດ້ານ, ຕະຫຼອດເຖິງບັນຍາກາດທີ່ອົບອຸ່ນ.”

ຮ້ານ ສະຕາບັກຊ໌ ໃນປະເທດລາວຈະຖືກບໍລິຫານໂດຍ ບໍລິສັດ Coffee Concepts ຈຳກັດ, ເຊິ່ງເປັນຫຸ້ນສ່ວນທີ່ໄດ້ຮັບອະນຸຍາດ ແລະ ເປັນບໍລິສັດໃນເຄືອຂອງ Maxim’s Caterers ຈຳກັດ. ຜ່ານ ບໍລິສັດ Coffee Concepts ຈຳກັດ, ແບຣນ ສະຕາບັກຊ໌ ໄດ້ດຳເນີນກິດຈະການຫຼາຍກວ່າ 900 ສາຂາ ໃນ ຮົງກົງ ແລະ ມາເກົາ, ຫວຽດນາມ, ກຳປູເຈຍ, ສິງກະໂປ ແລະ ປະເທດໄທ.

ທ່ານ Michael Wu, ປະທານກຳມະການ ແລະ ກຳມະການຜູ້ຈັດການກຸ່ມບໍລິສັດ Maxim ຮົງກົງ, ໄດ້ກ່າວວ່າ: “ເພື່ອເປັນການສະເຫຼີມສະຫຼອງຮ້ານສາຂາທຳອິດໃນປະເທດລາວ, ພວກເຮົາໃຫ້ຄຳໝັ້ນສັນຍາວ່າ ຈະສົ່ງມອບປະສົບການທີ່ດີທີ່ສຸດໃຫ້ກັບບັນດາພະນັກງານໃໝ່ ລວມເຖິງລູກຄ້າ ໃນປະເທດລາວ.” ນອກຈາກນີ້, ທ່ານຍັງໄດ້ກ່າວຕື່ມວ່າ: “ພວກເຮົາຍັງຫວັງວ່າຈະສາມາດສ້າງໂອກາດທີ່ມີຄຸນຄ່າ ໃຫ້ກັບບັນດາພະນັກງານ ແລະ ສົ່ງເສີມເຊື່ອມຕໍ່ສາຍສຳພັນລະຫວ່າງພະນັກງານ ແລະ ລູກຄ້າ ໃນຂະນະທີ່ພວກເຮົາສືບຕໍ່ເຕີບໂຕໃນປະເທດລາວ.”

ດ້ວຍປະຫວັດສາດອັນຍາວນານໃນການຜະລິດກາເຟທີ່ເປັນທີ່ຮູ້ຈັກກັນດີ, ປະເທດລາວເປັນປະເທດໜຶ່ງທີ່ມີວັດທະນະທຳກາເຟທີ່ຄຶກຄື້ນ. ຮ້ານແຫ່ງໃໝ່ນີ້ປະກອບສ່ວນເຂົ້າໃນວັດທະນະທຳກາເຟທີ່ຄຶກຄື້ນດ້ວຍການມອບປະສົບການຮ້ານກາເຟທີ່ອົບອຸ່ນ ແລະ ຄຸ້ນເຄີຍ ຄຽງຄູ່ໄປກັບເຄື່ອງດື່ມທີ່ມີເອກະລັກສະເພາະຂອງ ສະຕາບັກຊ໌. ດ້ວຍແຮງບັນດານໃຈຈາກລວດລາຍທີ່ເປັນຊັ້ນ ແລະ ຄວາມສົມດຸນຂອງສະຖາປັດຕະຍະກຳລາວ, ຮ້ານແຫ່ງນີ້ໄດ້ຖືກອອກແບບມາເພື່ອນຳເອົາປະສົບການກາເຟ ແລະ ມໍລະດົກຂອງແບຣນພວກເຮົາໃຫ້ປະກົດຜົນເປັນຈິງ.

ລວດລາຍຂອງບ່ອນເປີດປະຕູທີ່ເຮັດດ້ວຍມື ຖືກອອກແບບມາເພື່ອຕ້ອນຮັບລູກຄ້າ ດ້ວຍສຳຜັດທີ່ແທ້ຈິງຕັ້ງແຕ່ຊ່ວງເວລາທຳອິດທີ່ກ້າວເຂົ້າມາໃນຮ້ານ. ເພດານທັງໝົດແມ່ນເຮັດດ້ວຍກະເບື້ອງໄມ້ທີ່ມີລັກສະນະຄືກັບນາງເງືອກ ເພື່ອໃຫ້ເຂົ້າກັບສັນຍາລັກຂອງແບຣນ ແລະ ສະຖາປັດຕະຍະກຳຂອງເຄຫາສະຖານບູຮານໃນປະເທດລາວ. ເພດານຖືກປະດັບດ້ວຍຫັດຖະກຳໄມ້ແບບບູຮານ ທີ່ໄດ້ຮັບແຮງບັນດານໃຈມາຈາກຕົ້ນກາເຟ ແລະ ທິວທັດທຳມະຊາດໃນປະເທດ, ສ້າງເປັນ Third Place ຫຼື ສະຖານທີ່ທີສາມ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ໃຫ້ຄວາມອົບອຸ່ນໜ້າຢູ່ ແລະ ບັນຍາກາດທີ່ຄຸ້ນເຄີຍສຳລັບລູກຄ້າ.

ຮ້ານແຫ່ງນີ້ຖືກສ້າງຂຶ້ນຈາກແນວທາງຂອງ ສະຕາບັກຊ໌ ເພື່ອສົ່ງມອບ ປະສົບການສະຕາບັກຊ໌ ໃຫ້ກັບພະນັກງານ ແລະ ລູກຄ້າດ້ວຍວິທີທີ່ຕິດພັນກັບທ້ອງຖິ່ນ, ພ້ອມເຊີດຊູມໍລະດົກ ແລະ ຄວາມສວຍສົດງົດງາມຂອງສິລະປະພື້ນເມືອງລາວເຮົາ. ດ້ວຍການຮ່ວມມືກັບສິລະປິນໃນທ້ອງຖິ່ນ, ຈຶ່ງເກີດມີພາບວາດທີ່ແຕ້ມດ້ວຍມືຂອງນາງເງືອກທີ່ກຳລັງຖືພວງກາເຟພ້ອມແນມໄປຂ້າງໜ້າຢ່າງກ້າຫານ. ບາກາເຟ ຕັ້ງຢູ່ບໍລິເວນໃຈກາງຂອງຮ້ານ, ເນື່ອງຈາກການເຊື່ອມຕໍ່ສາຍສຳພັນກັບລູກຄ້າຖືເປັນຫົວໃຈຫຼັກ ຂອງປະສົບການດັ່ງກ່າວ.


ເພື່ອເປັນການສະເຫຼີມສະຫຼອງການມາເຖິງຂອງ ສະຕາບັກຊ໌ ໃນປະເທດລາວ, ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດຟຣີທັນທີ ເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌, ເພື່ອເປັນການສົມມະນາຄຸນ.

ປະຈຸບັນ ສະຕາບັກຊ໌ ດຳເນີນກິດຈະການຢູ່ຫຼາຍກວ່າ 10,000 ສາຂາ ແລະ ມີພະນັກງານຜູ້ທີ່ພູມໃຈ ສວມໃສ່ຜ້າກັນເປື້ອນສີຂຽວ ຢູ່ຫຼາຍກວ່າ 149,000 ຄົນ ໃນຂົງເຂດອາຊີ, ລວມທັງ ປະເທດຈີນ ແລະ ຍີ່ປຸ່ນ.
________________________________________