ເຟດ ປັບຂຶ້ນອັດຕາດອກເບ້ຍ 0,75% ອີກຄັ້ງ

49

ສຳນັກຂ່າວເອພີ ລາຍງານໃນວັນທີ 3 ພະຈິກ 2022 ວ່າ: ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,75% ເປັນຄັ້ງທີ 4 ຕິດຕໍ່ກັນ ແລະ ເປັນຄັ້ງທີ 6 ໃນປີນີ້ ເຮັດໃຫ້ອັດຕາດອກເບ້ຍເພີ່ມຂຶ້ນເປັນ 3,75 – 4% ສູງສຸດໃນຮອບ 15 ປີ, ຫຼັງອັດຕາເງິນເຟີ້ຂອງສະຫະລັດຍັງຢູ່ໃນລະດັບສູງ.

May be an image of 1 person and standing

ທັງນີ້, ການປັບຂຶ້ນອັດຕາດອກເບ້ຍ 0,75% ເປັນຄັ້ງທີ 4 ຕິດຕໍ່ກັນ, ຫຼັງປັບຂຶ້ນໃນລະດັບດຽວກັນນີ້ໃນເດືອນມິຖຸນາ, ກໍລະກົດ ແລະ ເດືອນກັນຍາ, ໃນຂະນະທີ່ອັດຕາເງິນເຟີ້ຂອງສະຫະລັດຍັງຢູ່ລະດັບສູງ ແລະ ເປັນການປັບຂຶ້ນອັດຕາດອກເບ້ຍ ຄັ້ງທີ 6 ຂອງເຟດ ໃນຮອບ 9 ເດືອນຜ່ານມາ.

May be an image of 1 person and standing

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ ກ່າວວ່າ: ການປັບຂຶ້ນອັດຕາດອກເບ້ຍໃນຄັ້ງນີ້ ເພື່ອສະກັດອັດຕາເງິນເຟີ້ທີ່ຍັງຢູ່ລະດັບສູງ ແຕ່ການຄວບຄຸມອັດຕາເງິນເຟີ້ຕ້ອງໃຊ້ເວລາ ແລະ ການຕໍ່ສູ້ກັບອັດຕາເງິນເຟີ້ ຈະສົ່ງຜົນໃຫ້ການເຕີບໂຕດ້ານເສດຖະກິດຊະລໍຕົວລົງຢ່າງຫຼີກລ່ຽງບໍ່ໄດ້, ແນວໃດກໍຕາມ ເຟດຈະຜ່ອນ ຄວາມໄວລົງໃນການປັບຂຶ້ນອັດຕາດອກເບ້ຍ ໃນກອງປະຊຸມປະຈຳເດືອນທັນວາຈະເຖິງນີ້.