ພິທີເປີດໂຕສູນບໍລິການກລີລາວ ຢ່າງເປັນທາງການ ພ້ອມກັບເປີດໂຕລົດໃໝ່ສອງລຸ້ນ ກຣີ Emgrand ແລະ ລົດໄຟຟ້າ 100% Geometry C

53

ພິທີເປີດໂຕສູນບໍລິການກລີລາວຄົບວົງຈອນ ໄດ້ຈັດຂຶ້ນໃນວັນສຸກ ທີ 28 ຕຸລາ 2022 ຜ່ານມາ ທີ່ສູນກລີລາວ ບ້ານສີດຳດວນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍຖືເປັນກຽດເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະການຄ້າ.

ທ່ານ ສຸກສະໜອນ ສີຫາເທບ ປະທານກຸ່ມບໍລິສັດ ມະນີຍົມ ກຣຸບ ແລະ ກລີ ລາວ ແລະ ທ່ານນາງ ມະນີຍົມ ສີຫາເທບ ຮອງປະທານ ກຸ່ມບໍລິສັດມະນີຍົມ ກຣຸບ ແລະ ກລີ ລາວ ພ້ອມດ້ວຍຄະນະບໍລິຫານ ແລະ ແຂກຜູ້ມີກຽດ.

อาจเป็นรูปภาพของ 1 คน และ ดอกไม้

ພາຍຫຼັງເຊັນສັນຍາເປັນຕົວແທນຈຳໜ່າຍຢ່າງເປັນທາງການຂອງກລີ ໃນວັນທີ 18 ກຸມພາ 2021 ທີ່ຜ່ານມາ. ທາງບໍລິສັດ ມະນີຍົມ ກໍໄດ້ຮີບຮ້ອນລິເລີ່ມລົງມືກໍ່ສ້າງໂຊລູມ ແລະ ສູນບໍລິການ ລະດັບ Class A ມາດຕະຖານໃຫຍ່ສຸດຂອງກລີໃນທັນທີ ໂດຍໃຊ້ໄລຍະເວລາກໍ່ສ້າງ 1 ປີເຕັມ ໂຊລູມ ກລີ ໃໝ່ ຈຶ່ງໄດ້ສຳເລັດສົມບູນ ແລະ ພ້ອມຮັບໃຊ້ບໍລິການແລ້ວ ເຊິ່ງຜ່ານມາທາງ ມະນີຍົມໂອໂຕກຣຸບ ກໍຄື ກລີລາວ ກໍໄດ້ເປີດໂຕລົດກລີມາແລ້ວ 2 ລຸ້ນຄື: ລົດ Geely Coolray ແລະ Geely Azkarra ເຊິ່ງໄດ້ຮັບການຕອບຮັບຈາກສັງຄົມໄດ້ເປັນຢ່າງດີ ແລະ ໃນຄ່ຳຄືນດຽວກັນນັ້ນ ກໍຍັງມີພິທີເປີດໂຕແນະນຳລົດໃໝ່ທັງສອງລຸ້ນ Geely Emgrand ແລະ ລົດໄຟຟ້າ 100% Geometry C.

อาจเป็นรูปภาพของ 7 คน, ผู้คนกำลังยืน, สถานที่ในร่ม และ ข้อความพูดว่า "GEELY EMGRAND EMG GEELY GEOMETR LY RAN7 10 GEELY"

อาจเป็นรูปภาพของ 3 คน, ผู้คนกำลังยืน, รถยนต์ และ ข้อความพูดว่า "EMGRAND RAND ALL-NEW GEELY EMG RAND EMERANT GEELY"

ລຸ້ນທຳອິດນັ້ນກໍຄື: ລົດເກ໋ງ Geely Emgrand ເປັນລົດ Sedan-B ເໝາະສໍາລັບຄົນຮຸ່ນໃໝ່ທຸກເພດທຸກໄວທີ່ມາພ້ອມກັບເຕັກໂນໂລຊີຟັງຊັນທີ່ຫຼາກຫຼາຍ ແລະ ການຂັບຂີ່ທີ່ສະໝູດນຸ້ມນວນທຸກຈັງຫວະ ການອອກແບບມີຄວາມສວຍງາມ ແລະ ນຳໃຊ້ວັດສະດຸທີ່ມີຄຸນນະພາບສູງ ທັງພາຍນອກ ແລະ ພາຍໃນ ມາພ້ອມກັບເຄື່ອງຈັກ 1.5L 8 Speed CVT 102 ແຮງມ້າ ແລະ ຈຸດເດັ່ນອີກຫຼາກຫຼາຍຈຸດເຊັ່ນ: ພວງກຸນແຈອັດສະລິຍະ ຕິດຈັກຈາກໄລຍະໄກເຖິງ 100 ແມັດ, ໂຄງສ້າງໂຕລົດສະຖາປັດຕະຍະກຳ BMA ຫຼື B-segment Modular Architecture ນັ້ນ ພວກເຮົາໄດ້ໃຊ້ເວລາຫຼາຍກວ່າ 4 ປີ ໃນການຮ່ວມພັດທະນາວາງ layout ກັບ Volvo, ໂຕລົດມີຂະໜາດກວ້າງກວ່າລຸ້ນດຽວກັນ, ມີໜ້າຈໍສຳຜັດຂະໜາດ 8 ນິ້ວ ພ້ອມເຊື່ອມຕໍ່ WIFI ກັບໂທລະສັບຂຶ້ນໜ້າຈໍໂດຍບໍ່ຕ້ອງໃຊ້ສາຍ, ມີກ້ອງຖອຍລະດັບຄວາມຄົມຊັດ HD, ເຊັນເຊີຫຼັງ, ຖົງລົມນິລະໄພ 6 ຈຸດ, ຕາໄຟທ້າຍ ມີຮູບແບບການກະພິບ 3 ຮູບແບບສວຍງາມ. ພິເສດໄປກວ່ານັ້ນ, ສະເພາະລົດລຸ້ນນີ້ ປະຕູຫຼັງສາມາດເປີດໂອໂຕ ເມື່ອໄປຢືນໃກ້ໆ 3 ວິ ປະຕູຫຼັງກໍຈະເປີດຂຶ້ນເອງທັນທີ.

อาจเป็นรูปภาพของ 2 คน, ผู้คนกำลังยืน, ดอกไม้ และ สถานที่ในร่ม

อาจเป็นรูปภาพของ 9 คน, ผู้คนกำลังยืน, รถยนต์ และ สถานที่ในร่ม

ລຸ້ນທີ 2 ແມ່ນລົດໄຟຟ້າ Geometry C ຈະເປັນລົດພະລັງງານໄຟຟ້າ 100% ສາກເຕັມໜຶ່ງຄັ້ງໄປໄດ້ 550Km ມາດຕະຖານ NEDC. Geometry C ມີນິຍາມທີ່ສືບທອດແຟຊັນ ແລະ ເຕັກໂນໂລຊີທີ່ເນັ້ນການອອກແບບຕາມຫຼັກເລຂາຄະນິດ, ມາພ້ອມກັບນະວັດຕະກຳທີ່ທັນສະໄໝ ແລະ ຟັງຊັນຄວາມປອດໄພລະດັບສູງສຸດ ບໍ່ວ່າຈະເປັນລະບົບກູ້ດຶງພະລັງງານກັບມາໃຊ້ງານຄືນ ຫຼື ໂໝດຂັບຂີ່ສຸກເສີນ Eco+ ທີ່ຈະຊ່ວຍໃຫ້ເພີ່ມໄລຍະທາງໄປໄດ້ໄກຂຶ້ນອີກ 8% ແລະ ອື່ນໆ. ນອກນັ້ນ, ຍັງມີອັອບຊັນພິເສດທີ່ຫຼາກຫຼາຍ ເຊັ່ນ: HUD ສະແດງຄວາມໄວທີ່ແກ້ວແວ່ນໜ້າ, ລະບົບຄວາມປອດໄພຫຼ້າສຸດ ເວີຊັນ 9.3 ESP ( TCS ປ້ອງການການມື່ນໄຫຼ, VDC ຄວບຄຸມການຊົງໂຕຂອງລົດແບບແປຜັນ, HBA ລະບົບຊ່ວຍເບກໄຮໂດຣລິກ, HBB ເພີ່ມປະສິດທິພາບເບກດ້ວຍໄຮໂດຣລິກ, HBC ໄຮໂດຣລິກພາວເວີເບກຊົດເຊີຍເບກມີຄວາມຜິດປົກກະຕິ, HHC ປ້ອງກັນການໄຫຼກໍລະນີຢູ່ທາງຄ້ອຍຊັນ, CDP ລະບົບຊ່ວຍເບກແປຜັນ, CRBS ໂຕຊ່ວຍຄວບຄຸມການເບກ ແລະ ກູ້ພະລັງງານຄືນ ), ລະບົບໂຕຊ່ວຍອັດສະລິຍະ 14 ຈຸດ ກ້ອງມູມມອງຮອບໂຕລົດ + ເຊັນເຊີ ຮອບໂຕລົດ ແລະ Redar ດ້ານໜ້າ,

อาจเป็นรูปภาพของ 14 คน, ผู้คนกำลังยืน และ สถานที่ในร่ม

ຟັງຊັນ Full ACC adaptive Cruise Function: ລົດຈະແລ່ນດ້ວຍຄວາມໄວທີ່ຕັ້ງໄວ້ ໂດຍບໍ່ຕຳເປັນຢຽບຄັນເລັງ ເວລາເປີດໃຊ້ງານ ລົດຈະແລ່ນຕາມຄວາມໄວທີ່ຕັ້ງໄວ ເມື່ອມີລົດດ້ານໜ້າ ຄວາມໄວຈະຫຼຸດຕາມ ຫຼື ເມື່ອລົດດ້ານໜ້າຈອດລົດຈະເບກຈອດນຳ ແລະ ເມື່ອລົດດ້ານໜ້າແລ່ນຕໍ່ໄປລົດຈະແລ່ນຕາມ ແລະ ປອດໄພສູງສຸດ, Redar ດ້ານໜ້າ ລຸ້ນຫຼ້າສຸດ 77GHz ກວດຈັບໄດ້ໄກ ລົດ ຫຼື ຄົນໄດ້ເຖິງ 40 ເປົ້າໝາຍ, BSD ແຈ້ງເຕືອນມູມອັບສາຍຕາຢູ່ແວ່ນຂ້າງ, LKA + LDW ໂຕຊ່ວຍຄວບຄຸມລົດໃຫ້ຢູ່ໃນເລນແລ່ນລົດ, IHBC ຕາໄຟສູງ ເປີດ – ປິດອັດຕະໂນມັດ ກໍລະນີມີລົດດ້ານໜ້າ ຕາສູງຈະມອດລົດໂອໂຕ ແລະ ເມື່ອບໍ່ມີລົດ ຕາສູງຈະເປີດໂອໂຕ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

ສໍາລັບລົດ GEELY ແມ່ນລົດສັນຊາດຈີນ ທີ່ໄດ້ປະສົມປະສານ ແລະ ຖ່າຍທອດເຕັກໂນໂລຊີ ຈາກລົດຍີ່ຫໍ້ Volvo ທີ່ມີຊື່ສຽງໃນລະດັບໂລກ ( ຈາກປະເທດສະວີເດັນ ) ຕັ້ງແຕ່ປີ 2010 ແລະ ເປັນລົດສັດຊາດຈີນລຸ້ນທຳອິດ ແລະ ລຸ້ນດຽວທີ່ບັນລຸຍອດຂາຍທົ່ວໂລກໄດ້ຫຼາຍກວ່າ 10 ລ້ານຄັນ ໃນປີ 2020 ( ຍອດຂາຍສະເພາະປີ 2020 ແມ່ນຈຳນວນ 1,32 ລ້ານຄັນ ) ແລະ ຕັ້ງເປົ້າຄາດໝາຍ 1,53 ລ້ານຄັນ ໃນປີ 2021 ແລະ ໃນປີ 2022 ເອງກໍເປັນບາດກ້າວທີ່ສຳຄັນທີ່ສຸດ.

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

อาจเป็นรูปภาพของ 8 คน, ผู้คนกำลังยืน และ สถานที่ในร่ม

ກຸ່ມບໍລິສັດ Manignom Group ຍັງນໍາເຂົ້າລົດຈາກ General Motor ເຊັ່ນ: Chevrolet ແລະ Cadillac ນັບແຕ່ປີ 2012. ນອກຈາກນັ້ນ, ຍັງມີອຸປະກອນໜັກ ແລະ ລົດບັນທຸກປະເພດຕ່າງໆ ( Heavy Equipment & Truck ) ຫຼາຍຍີ່ຫໍ້ຈາກ ສ.ເກົາຫຼີ ເຊັ່ນ: Hyundai, Daewoo, Soosan ແລະ ຈາກ ສປ ຈີນ ເຊັ່ນ: Shantui, Tongly, Shacman ແລະ ອື່ນໆເປັນຕົ້ນ…

อาจเป็นรูปภาพของ 5 คน, ผู้คนกำลังยืน และ หน้าจอ
ທ່ານປະທານ ສຸກສະໝອນ ສີຫາເທບ ຍັງໄດ້ກ່າວຕື່ມວ່າ: ພວກເຮົາມີຄວາມໝັ້ນໃຈເປັນຢ່າງຍິ່ງວ່າລົດທັງ 2 ລຸ້ນ ທີ່ເປີດໂຕໃໝ່ໃນຄັ້ງນີ້ ແລະ ໂຊລູມ – ສູນບໍລິການກລີ ລາວ ຈະສາມາດຕອບສະໜອງຄວາມຕ້ອງການ ແລະ ໃຫ້ທ່ານໄດ້ພົບກັບປະສົບການທີ່ເກີນຄວາມຄາດຫວັງຂອງທ່ານ ເພື່ອອຳນວຍຄວາມສະດວກແກ່ລູກຄ້າແບບຄົບວົງຈອນດ້ວຍມາດຕະຖານດຽວກັນໃນທົ່ວປະເທດ, ກລີ ລາວ ມີແຜນທີ່ຈະຂະຫຍາຍສາຂາໄປທາງພາກໃຕ້ໃນໄວໆນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນຳເອົາຜະລິດຕະພັນທີ່ດີທີ່ສຸດ ແລະ ເປັນທີ່ເໝາະສົມກັບສະພາບປະເທດເຮົາຫຼາຍທີ່ສຸດ ມາໃຫ້ກັບພີ່ນ້ອງຊາວລາວທຸກໆທ່ານ ຂໍໃຫ້ທ່ານເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນກລີລາວ.