ສ້າງຄວາມເຂັ້ມແຂງ ແລະ ຄວາມສາມາດຂອງສັນຍາການຄ້າ ດ້ານການບໍລິການຢູ່ ສປປ ລາວ

68

ຂະແໜງບໍລິການມີບົດບາດສຳຄັນໃນດ້ານການຜະລິດ ແລະ ການຊົມໃຊ້, ການສ້າງມູນຄ່າທີ່ເດັ່ນໃນການຊຸກຍູ້ເສດຖະກິດ, ນອກນັ້ນ, ຂະແໜງບໍລິການເຊັ່ນ: ອຸດສາຫະກຳການທ່ອງທ່ຽວ ຍັງມີບົດບາດສົ່ງເສີມໃຫ້ຂະແໜງການອື່ນໆກ້າວໄປເຖິງລະບົບຕ່ອງໂສ້ມູນຄ່າ, ເພື່ອເພີ່ມຊ່ອງທາງໃຫ້ແກ່ການສົ່ງອອກ ແລະ ການເຕີບໂຕຢ່າງກວ້າງຂວາງ.

ໃນລະຫວ່າງວັນທີ 1-2 ພະຈິກ 2022, ທີ່ ໂຮງແຮມລາວພລາຊາ, ໂຄງການ ARISE Plus ແລະ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານຝຶກອົບຮົມ “ການສ້າງຄວາມເຂັ້ມແຂງໃຫ້ແກ່ນັກເຈລະຈາການຄ້າ ແລະ ການຈັດຕັ້ງປະຕິບັດ ສັນຍາການຄ້າດ້ານບໍລິການຂອງ ສປປ ລາວ” ໂດຍການເຂົ້າຮ່ວມຂອງທ່ານ ອິດທິດລິດ ຍັງນຸວົງ ຮອງກົມນະໂຍບາຍການຄ້າຕາງປະເທດ ຕາງຫນ້າຈາກກົມນະໂຍບາຍການຄ້າຕ່າງປະເທດ, ມີຜູ້ຕາງໜ້າຈາກຂະແໜງການບໍລິການທີ່ກ່ຽວຂ້ອງປະມານ 30 ທ່ານເຂົ້າຮ່ວມ.

ການເພີ່ມທະວີຄວາມສາມາດ ແລະ ເພີ່ມທະວີຄວາມເຂົ້າໃຈຂອງນັກເຈລະຈາທາງດ້ານການຄ້າຈາກຂະແໜງການທີ່ກ່ຽວຂ້ອງ ແລະ ພາກສ່ວນທີ່ເຂົ້າຮ່ວມການເຈລະຈາດ້ານການຄ້າດ້ານການບໍລິການແມ່ນມີຄວາມຈຳເປັນ. ໂດຍສະເພາະແມ່ນການປະຕິບັດຕາມຄໍາໝັ້ນສັນຍາທາງດ້ານການຄ້າ ທີ່ ສປປ ລາວ ຮັບຮອງເອົາເຊັ່ນ: ອົງການການຄ້າໂລກ (World Trade Organization-WTO), ສັນຍາການຄ້າດ້ານການບໍລິການຂອງອາຊຽນ (ASEAN Trade in Service-ATISA) ແລະ ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership-RCEP) ເປັນຕົ້ນ.

ການຝຶກອົບຮົມໃນໄລຍະ 2 ມື້ ໄດ້ກວມເອົາຫົວຂໍ້ ແລະ ການສົນທະນາທີ່ຫຼາກຫຼາຍ ເຊັ່ນ: ຄວາມເຂົ້າໃຈກ່ຽວກັບການຄ້າທາງດ້ານການບໍລິການ; ຫຼັກການໃນຂໍ້ຕົກລົງຂອງຫຼາຍຝ່າຍ ແລະ ສັນຍາພາກພື້ນກ່ຽວກັບການຄ້າດ້ານການບໍລິການ; ລະບຽບພາຍໃນກ່ຽວກັບການບໍລິການ; ປະຕິບັດຕາມຄໍາໝັ້ນສັນຍາລະດັບພາກພື້ນ, ແລະ ຫົວຂໍ້ອື່ນໆທີ່. ຄຽງຄູ່ກັນນັ້ນ, ການເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມອາດສາມາດ ຈະປະກອບສ່ວນເຂົ້າໃນການປະຕິບັດບັນດາຄຳໝັ້ນສັນຍາດ້ານການຄ້າການບໍລິການຢ່າງເປັນລະບົບ ແລະ ມີປະສິດທິຜົນໃນລະຫວ່າງ ແລະ ພາຍຫຼັງການເຈລະຈາ.

ທ່ານ ອິດທິດລິດ ຍັງນຸວົງ ຮອງກົມນະໂຍບາຍການຄ້າຕາງປະເທດ ຕາງຫນ້າຈາກກົມນະໂຍບາຍການຄ້າຕ່າງປະເທດ ໄດ້ກ່າວບາງຕອນວ່າ: ພວກເຮົາເຫັນໄດ້ເຖິງຄວາມສຳຄັນ ແລະ ຄຸນຄ່າຂອງການຝຶກອົບຮົມຄັ້ງນີ້, ທີມງານກົມນະໂຍບາຍການຄ້າຕ່າງປະເທດ ແມ່ນເຮັດວຽກຢ່າງໃກ້ຊິດກັບທີມງານໂຄງການ Arise Plus ປະຈຳ ສປປ ລາວ ແລະ ໄດ້ຮັບທຶນສະໜັບສະໜຸນຈາກສະຫະພາບເອີຣົບ ເພື່ອຈັດການຝຶກອົບຮົມຄັ້ງນີ້. ພວກເຮົາຫວັງວ່າບັນດາຜູ້ເຂົ້າຮ່ວມທຸກທ່ານຈະນຳໃຊ້ ແລະ ນຳເອົາຄວາມຮູ້ ແລະ ບົດຮຽນຈາກການຝຶກອົບຮົມຄັ້ງນີ້ໄປໃຊ້ໃນວຽກງານຢ່າງມີປະສິດທິຜົນ.

ການຝຶກອົບຮົມຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກໂຄງການ Arise Plus ປະຈຳ ສປປ ລາວ ທີ່ໄດ້ຮັບທຶນສະໜັບສະໜຸນຈາກສະຫະພາບເອີຣົບ. ໂຄງການດັ່ງກ່າວມີຈຸດປະສົງໃນການ ປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດຂອງລາວ ໂດຍການສະໜັບສະໜູນການເສີມສ້າງຄວາມສາມາດຂອງເຈົ້າໜ້າທີ່ການຄ້າ, ສ້າງຄວາມເຂັ້ມແຂງໃຫ້ພາກລັດ ແລະ ຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍ, ພ້ອມດຽວກັນນັ້ນກໍ່ໃຫ້ພາກເອກະຊົນມີທັກສະໃນການຜະລິດທີ່ມີມູນຄ່າເພີ່ມສູງ, ເພື່ອສົ່ງອອກຜະລິດຕະພັນ.