9 ເດືອນຕົ້ນປີນີ້ ການສົ່ງອອກຂອງຣັດເຊຍ ເພີ່ມຂຶ້ນກວ່າ 25%

29

ສຳນັກຂ່າວຊິນຫົວລາຍງານ ໃນວັນທີ 25 ຕຸລາ 2022 ວ່າ: ສຳນັກງານພາສີຂອງຣັດເຊຍເປີດເຜີຍວ່າ ໃນ 9 ເດືອນຕົ້ນປີ 2022 ການສົ່ງອອກຂອງຣັດເຊຍ ເພີ່ມຂຶ້ນ 25,4% ຈຸລະດັບ 381 ຕື້ໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າຫຼຸດລົງ 15,7% ຢູທີ່ລະດັບ 180 ຕື້ໂດລາສະຫະລັດ, ສົ່ງຜົນໃຫ້ຍອດເກີນດຸນການຄ້າສູງເປັນປະຫວັດການຢູ່ທີ່ 251 ຕື້ໂດລາສະຫະລັດ ເຊິ່ງສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາ ເຖິງ 2 ເທົ່າ.

May be an image of nature, sky and ocean

ລາຍງານລະບຸວ່າ ຍອດມູນຄ່າການຄ້າລະຫວ່າງປະເທດຂອງຣັດເຊຍ ໃນໄລຍະ 3 ໄຕມາດທຳອິດຂອງປີ 2022 ຢູ່ທີ່ 611 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 9,6% ເມື່ອທຽບປີຕໍ່ປີ.

May be an image of sky

ແນວໃດກໍຕາມ, ຫຼັງຈາກທີ່ຣັດເຊຍ ເປີດປະຕິບັດການທາງທະຫານພິເສດຕໍ່ອູແກຣນ ເມື່ອເດືອນກຸມພາ 2022 ໄດ້ເຮັດໃຫ້ຫຼາຍປະເທດ ໂດຍສະເພາະບັນດາປະເທດຕາເວັນຕົກ ໄດ້ປະກາດຂວ້ຳບາດຕໍ່ຣັດເຊຍ, ໃນຂະນະດຽວກັນ ຣັດເຊຍ ກໍຫຼຸດເພິ່ງພາການສົ່ງອອກໄປຍັງປະເທດເຫຼົ່ານັ້ນ ແລະ ປ່ຽນທິດທາງສົ່ງອອກໄປຕະຫຼາດໃໝ່ໃນປະເທດອື່ນ ເພື່ອເປັນທາງເລືອກໃໝ່ແທນຕະຫຼາດເອີຣົບ ແລະ ຕາເວັນຕົກ.