ສປປ ລາວ ເປັນປະທານກອງປະຊຸມ ສົນທະນາດ້ານສາທາລະນະສຸກໃນຂັ້ນພາກພື້ນ ຈັດຂຶ້ນທີ່ປະເທດຟີລິບປິນ

37

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມປະຈຳປີ ຄະນະກຳມະການຂັ້ນພາກພື້ນຂອງອົງການອະນາໄມໂລກ (WHO) ປະຈໍາພາກພື້ນປາຊີຟິກຕາເວັນຕົກ ໃນວັນທີ 20 ຕຸລາ 2022 ຢູ່ນະຄອນຫຼວງມະນີລາ, ປະເທດຟິລິບປິນ, ກອງປະຊຸມຄັ້ງນີ້ ມີ ທ່ານ ດຣ Tedros Adhanom Ghebreyesus ຜູ້ອໍານວຍການສໍານັກງານໃຫຍ່ ອົງການອະນາໄມໂລກ, ມີບັນດາລັດຖະມົນຕີສາທາລະນະສຸກ ແລະ ພະນັກງານຂັ້ນອາວຸໂສ ຈາກປະເທດຕ່າງໆເຂົ້າຮ່ວມ ໄດ້ຍົກໃຫ້ເຫັນບັນດາບັນຫາດ້ານສາທາລະນະສຸກທີ່ສຳຄັນ ແລະ ເປັນບູລິມະສິດສຳຫຼັບ 37 ປະເທດ ແລະ ບັນດາປະເທດໃນຂົງເຂດ.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ກ່າວວ່າ: ກອງປະຊຸມຄະນະກຳມະການຂັ້ນພາກພື້ນຄັ້ງນີ້ ແມ່ນເປັນໂອກາດທີ່ສຳຄັນທີ່ພວກເຮົາສາມາດແລກປ່ຽນປະສົບການຮ່ວມກັບບັນດາປະເທດອື່ນໆ ແລະ ສາມາດຮຽນຮູ້ວິທີການຕ່າງໆ ວ່າເຂົາເຈົ້າໄດ້ແກ້ໄຂບັນດາສິ່ງທ້າທາຍທີ່ມີຄວາມຄ້າຍຄືກັນກັບສິ່ງທີ່ພວກເຮົາພວມປະເຊີນຢູ່ໃນປັດຈຸບັນນັ້ນໄດ້ຄືແນວໃດ, ຕະຫຼອດຈົນຮອດການກໍານົດວິທີແນວທາງການຊ່ວຍເຫຼືອຈາກອົງການອະນາໄມໂລກ ໃຫ້ແກ່ວຽກງານສາທາລະນະສຸກ ໃນການຮັບມືກັບສິ່ງທ້າທາຍເຫຼົ່ານີ້ໃຫ້ໄດ້ຮັບໝາກຜົນດີທີ່ສຸດ ແລະ ຍັງເປັນການລະດົມການຊ່ວຍເຫຼືອ ຫຼື ການສະໜັບສະໜູນຈາກສາກົນອີກດ້ວຍ.”

ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນຄວາມຄືບໜ້າດ້ານສາທາລະນະສຸກ ໃນ ສປປ ລາວ ລວມທັງການປົກປ້ອງປະຊາກອນທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການສັກຢາກັນພະຍາດໂຄວິດ-19 ແລະ ການກ້າວໄປສູ່ການກໍາຈັດພະຍາດມາລາເລຍ, ການປັບປຸງການຕອບໂຕ້ພາວະສຸກເສີນດ້ານສາທາລະນະສຸກ, ການສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ. ນອກຈາກນີ້, ທ່ານຍັງໄດ້ກ່າວເຖິງຄວາມທ້າທາຍໃນການຮັບປະກັນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນສິ່ງກີດຂວາງຄວາມຄືບໜ້າຂອງວຽກງານ ໂດຍສະເພາະຕໍ່ວຽກງານສັກຢາກັນພະຍາດຮອບປົກກະຕິ, ການເຂົ້າເຖິງຢາ, ພະຍາດໄຂ້ເລືອດອອກ, ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ຂອງປະເທດ.

ນອກຈາກນີ້, ທ່ານລັດຖະມົນຕີ ທ່ານ ດຣ ບຸນແຝງ ພູມມະໄລສິດ ຍັງໄດ້ສະແດງຄວາມຂອບໃຈມາຍັງ ອົງການອະນາໄມໂລກ ທີ່ໄດ້ໃຫ້ການສະໜັບສະໜູນ ແກ່ ສປປ ລາວ ຢ່າງຕໍ່ເນື່ອງຕະຫລອດຫລາຍປີທີ່ຜ່ານມາ ຈົນເຮັດໃຫ້ພວກເຮົາສາມາດກ້າວເຂົ້າສູ່ “ການດຳລົງຊີວິດຢູ່ຮ່ວມກັບ ແລະ ສະກັດກັ້ນ” ພະຍາດໂຄວິດ-19 ໄດ້.