ຄັ້ງປະຫວັດສາດລອຍນ້ຳດ້ວຍຕົວເປົ່າຂ້າມນ້ຳຂອງ ໂຕໂນ່ ເພື່ອລະດົມທຶນຊື້ອຸປະກອນການແພດໃຫ້ກັບໂຮງໝໍ

117

ຄືດັ່ງທີ່ທີມຂ່າວເສດຖະກິດ-ການຄ້າ ໄດ້ລາຍງານຂ່າວມາຢ່າງຕໍ່ເນື່ອງກ່ຽວກັບການລອຍນ້ຳດ້ວຍຕົວເປົ່າຄັ້ງປະຫວັດສາດ ຂອງດາລານັກຮ້ອງ, ນັກສະແດງ ໂຕໂນ່ ພາຄິນ ຄຳວິໄລສັກ ເພື່ອລະດົມທຶນຈັດຊື້ອຸປະກອນການແພດໃຫ້ກັບໂຮງໝໍ ນະຄອນພະນົມຂອງໄທ ແລະ ໂຮງໝໍແຂວງຄຳມ່ວນ ສປປ ລາວ ເຊິ່ງວັນທີ 22 ຕຸລາ 2022 ນີ້ ໜຸ່ມ ໂຕໂນ່ ແລະ ທີມງານແມ່ນໄດ້ລອຍຂ້າມມາຍັງຝັ່ງ ສປປ ລາວ ຕາມທີ່ໄດ້ນັດໝາຍໄວ້.

ໃນການເດີນທາງມາຂອງ ໜຸ່ມ ໂຕໂນ່ ນັ້ນ ແມ່ນມີຄະນະຮ່ວມລອຍມາ ຈຳນວນ 4 ຄົນ ລວມກັບ ໂຕໂນ່ ເປັນ 5 ຄົນ, ນອກນັ້ນແມ່ນຄະນະຂີ່ເຮືອ ແລະ ແຈັດສະກີ ເພື່ອດູແລຮັກສາຄວາມປອດໄພ ໂດຍຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍແຂວງ ພ້ອມພໍ່ແມ່ປະຊາຊົນອອກມາຕ້ອນຮັບຢ່າງຄັບຄາໜາແໜ້ນ.

ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆ ຄໍາມ່ວນ ຕາງຫນ້າໃຫ້ການນໍາແຂວງ ແລະ ພໍ່ ແມ່ພີ່ນ້ອງຊາວແຂວງຄໍາມ່ວນ ສະແດງການຕ້ອນຮັບອັນອົບອຸ່ນ ດ້ວຍໄມຕີຈິດ ຕໍ່ທຸກທ່ານ ທີ່ເຂົ້າຮ່ວມໃນການຈັດກິດຈະກໍາ ONE MAN AND THE RIVER ຫນຶ່ງຄົນລອຍ ຫລາຍຄົນໃຫ້ ໂດຍມີຈຸດປະສົງ ເພື່ອລະດົມທຶນບໍລິຈາກໃນການຈັດຊື້ອຸປະກອນທາງການແພດ ໃຫ້ກັບ ໂຮງຫມໍຈັງຫວັດນະຄອນພະນົມ ແລະ ໂຮງຫມໍແຂວງຄໍາມ່ວນ ທີ່ມີຄວາມຕ້ອງການເຄື່ອງມືອຸປະກອນທາງການແພດ ປະກອບເຂົ້າໃນການປິ່ນ ປົວຮັກສາຜູ້ເຈັບປ່ວຍ ໃຫ້ມີປະສິດທິພາບ-ປະສິດທິຜົນສູງ.

ໃນກິດຈະກໍານີ້ ທ່ານ ພາຄິນ ຄໍາວິໄລສັກ (ໂຕ ໂນ່) ໄດ້ເປັນບຸກຄົນສໍາຄັນໜຶ່ງທີ່ມີມານະຈິດ, ມີຈິດເມດຕາສ້າງແຮງບັນດານໃຈໃຫ້ແກ່ສັງຄົມ ແລະ ເປັນຜູ້ ທໍາອິດໃນປະຫວັດສາດໃນການສ້າງກິດຈະກໍລອຍນໍ້າໄປກັບຂ້າມແມ່ນໍ້າຂອງ ລະຫວ່າງ ຝັ່ງອໍາເພີເມືອງນະຄອນພະນົມ ແລະ ເມືອງທ່າແຂກ ແຂວງຄຳມ່ວນ.

ກິດຈະກໍາໃນຄັ້ງນີ້ ແມ່ນເປັນໂອກາດທີ່ດີໃນການໂຄສະນາປະຊາສໍາພັນສົ່ງເສີມການທ່ອງທ່ຽວລາວ-ໄທ, ກໍ່ຄື ການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ທັງເປັນການສົ່ງເສີມ ທາງດ້ານການກິລາກາຍຍະກໍາ, ການສ້າງທ່າແຮງໃຫ້ແກ່ໂຮງຫມໍ ແລະ ຍັງເປັນການສ້າງຄວາມສໍາພັນມິດຕະ ພາບທີ່ດີແກ່ສອງປະເທດ ລາວ-ໄທ ເວົ້າລວມ, ເວົ້າສະເພາະ ຄໍາມ່ວນ ແລະ ຈັງຫວັດນະຄອນພະນົມ.

ໃນນັ້ນຂາມາແມ່ນໂຕໂນ່ແມ່ນໄດ້ລອຍສະຫຼຽງມາຕາມແລວນ້ຳເພື່ອຂ້າມຝັ່ງຂອງ ຈາກນະຄອນພະນົມມາຂຶ້ນຝັ່ງລາວທີ່ພະທາດສີໂຄດຕະບອງ ເພື່ອສັກກາລະບູຊາພະທາດສີໂຄດລວມໄລຍະທາງ 10 ກິໂລແມັດ ກ່ອນຈະເດີນທາງໄປຢ້ຽມຢາມໂຮງໝໍແຂວງຄຳມ່ວນ ແລ້ວໄປພັກຜ່ອນທີ່ໂຮງແຮມຣີເວີເຣຍ ພ້ອມນີ້ຍັງໄດ້ຈັດມິນິຄອນເສີດ ຮ້ອງເພງຮ່ວມກັບທີມງານ ແລະພົບປະພໍ່ແມ່ປະຊາຊົນທີ່ມາລໍຖ້າຮັບດ້ວຍຄວາມເປັນກັນເອງ. ຈາກນັ້ນ, ຈິ່ງເດີນທາງດ້ວຍລົດໄປລົງຢູ່ຫາດບ້ານນາເມືອງ ເມືອງທ່າແຂກ ເພື່ອລອຍນ້ຳກັບສູ່ຈຸດເລີ່ມຕົ້ນ ໄລຍະທາງປະມານ 5 ກິໂລແມັດ

ກ່ຽວກັບຍອດບໍລິຈາກມາຮອດເວລາ 19:30 ໂມງ ແມ່ນມີຍອດລວມ 58.329.913 ບາດ, ສ່ວນຝັ່ງລາວຍັງບໍ່ມີລາຍງານເປັນທາງການ ແຕ່ຄາດວ່າໄດ້ປະມານ 300 ກວ່າລ້ານກີບ ເຊິ່ງການບໍລິຈາກແມ່ນຍັງຈະດຳເນີນໄປເລື້ອຍໆຈົນເຖິງທ້າຍເດືອນນີ້ ຈຶ່ງຂໍເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ແລະຊາວໄທຮ່ວມແຮງຮ່ວມໃຈກັນບໍລິຈາກຊ່ວຍກັນ ແລະຊ່ວຍອະນາໄມໃຫ້ນ້ຳຂອງສະອາດປອດໄພປາສະຈາກຂີ້ເຫຍື້ອ.