ສະຖາບັນເລືອດແຫ່ງຊາດ ໄດ້ຮັບເຄື່ອງຊ່ວຍເຫຼືອໃນວຽກງານປຸກລະດົມການບໍລິຈາກເລືອດ ຈາກບໍລິສັດເບຍລາວ

58

ສະຖາບັນເລືອດແຫ່ງຊາດ ໄດ້ຮັບເຄື່ອງຊ່ວຍເຫຼືອເພື່ອປະກອບສ່ວນເຂົ້າໃນວຽກງານປຸກລະດົມຂົນຂວາຍການບໍລິຈາກເລືຶອດ ແລະ ການສະໜອງເລືອດທີ່ປອດໄພ ຈາກບໍລິສັດ ເບຍລາວ ຈໍາກັດ ລວມມູນຄ່າ 74 ກວ່າລ້ານກີບ.

ວັນທີ 21 ຕຸລາ 2022, ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຈໍານວນໜຶ່ງໃຫ້ກັບ ສະຖາບັນເລືອດແຫ່ງຊາດ, ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານປຸກລະດົມຂົນ ຂວາຍການບໍລິຈາກເລືຶອດ ແລະ ການສະໜອງເລືອດທີ່ປອດໄພ ໃນຫົວຂໍ້ “ໃຫ້ເລືອໃຫ້ຊີວິດ”,ເຊິ່ງປະກອບມີນຳ້ດື່ມ,ນຳ້ຫວານ,ເຂົ້າຫນຸ່ມ ແລະ ອື່ນໆ ລວມມູນຄ່າ 74 ລ້ານກວ່າກີບ. ໂດຍການກ່າວມອບຂອງ ທ່ານ ສິດທິໄຊ ເຈດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ບໍລິສັດ ເບຍລາວ ຈໍາກັດ ແລະ ກ່າວຮັບຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ.

ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ກັບພາກ ສ່ວນດັ່ງກ່າວ ທີ່ໄດ້ເຫັນເຖິງຄວາມສໍາຄັນໃນວຽກງານ ການຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນວຽກງານປຸກລະດົມຂົນຂວາຍການບໍລິຈາກເລືຶອດ ແລະ ການສະໜອງເລືອດທີ່ປອດໄພ ຢູ່ໃນ ສປປລາວ

ເຊິ່ງທາງສະຖາບັນເລືອດແຫ່ງຊາດ ກໍຈະນໍາເອົາເຄື່ອງດັ່ງກ່າວໄວ້ມອບ ແລະ ແຈກຢາຍໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ມາບໍລິຈາກເລືອດຢູ່ສະຖາບັນເລືອດແຫ່ງຊາດ, ພ້ອມດຽວກັນນັ້ນ ທ່ານປະທານອົງານກາແດງແຫ່ງຊາດລາວ ກໍໄດ້ມອບໃບກຽດຕິຄຸນໃຫ້ກັບ ບໍລິສັດ ແລະ ຍ່າງຊົມໃຫ້ກຳລັງໃຈຜູ້ທີ່ມາຮ່ວມບໍລິຈາກເລືອດໃນຄັ້ງນີ້.