ບໍລິສັດ ກ໊ອກ ກ໊ອກ ຈັບມືກັບ ສະມາຄົມໂປຣແກຣມເມີໄທ ພັດທະນາຄວາມຮູ້ທາງດ້ານຊອບແວ ແລະ ຮາດແວ

264

ໃນວັນທີ 21 ຕຸລາ 2022 ນີ້ ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທິເຊັນສັນຍາຮ່ວມມືລະຫວ່າງ ບໍລິສັດ ກ໊ອກ ກ໊ອກ ຈຳກັດຜູ້ດຽວ ແລະ ສະມາຄົມໂປຣແກຣມເມີໄທ ເພື່ອພັດທະນາຄວາມຮູ້ທາງດ້ານຊອບແວ ແລະ ຮາດແວ ຕາງໜ້າລົງນາມເຊັນສັນຍາໂດຍ ທ່ານ ອານຸສິດ ກຸລະວົງ ຜູ້ອຳນວຍການ ບໍລິສັດ ກ໊ອກ ກ໊ອກ ຈຳກັດຜູ້ດຽວ ແລະ ທ່ານ ໄພບູນ ພານຸບໍດີ ນາຍຍົກສາມາຄົມ ສະມາຄົມໂປຣແກຣມເມີໄທ, ມີ ທ່ານ ສີປະເສີດ ວົງຖາວອນ ຜູ້ອຳນວຍການ ຝ່າຍເທັກໂນໂລຢີ ບໍລິສັດ ກ໊ອກ ກ໊ອກ, ທ່ານ ອະພິນັນ ວໍລະຕະກູນ ກຳມະການສະມາຄົມ ໂປຣແກຣມເມີໄທ ເຊັນໃນນາມເປັນພິຍານ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການເຊັນສັນຍາຮ່ວມມືໃນຄັ້ງນີ້ ແມ່ນເພື່ອພັດທະນາຄວາມຮູ້ທາງດ້ານຊອບແວ ແລະ ຮາດແວ, ເພື່ອຈັດກິດຈະກຳສົ່ງເສີມຄວາມຮູ້ທາງດ້ານຊອບແວ ແລະ ຮາດແວ, ແລກປ່ຽນຄວາມຮູ້ລະຫວ່າງບຸກຄະລາກອນຂອງບໍລິສັດພາຍໃນ ແລະ ພາຍນອກ. ສະນັ້ນດ້ວຍເຫດນີ້, ທັງສອງຝ່າຍຈຶ່ງ ຕົກລົງເຊັນສັນຍາຮ່ວມມືກັນ ເພື່ອພັດທະນາສັກກະຍາພາບບຸກຄະລາກອນ ແລະ ການສຶກສາ.

ບໍລິສັດ ກ໊ອກກ໊ອກ ຈຳກັດຜູ້ດຽວ ກໍ່ຕັ້ງຂຶ້ນໃນວັນທີ 17 ກໍລະກົດ 2022 ເປັນບໍລິສັດ ສ້າງ ແລະ ພັດທະນາ ຊອບແວ (software), ຮາດແວ (Hardware) ແລະ ສາມາຄົມໂປຣແກຣມເມີໄທ ກໍ່ຕັ້ງຂຶ້ນໃນວັນທີ 20 ພະຈິກ 2015 ໂດຍໄດ້ສ້າງເຄື່ອຂ່າຍຂອງໂປຣແກຣມເມີ ເພື່ອໂອ້ລົມປະຊາສໍາພັນງານອີເວັນ ແລະ ແລກປ່ຽນຄວາມຮູ້ກ່ຽວກັບໂປຣແກຣມມິ່ງ ເຊິ່ງທາງບໍລິສັດເລັ່ງເຫັນວ່າ ບຸກຄະລາກອນ ແລະ ອຸປະກອນມີຄວາມສຳຄັນທີ່ຈະເຮັດໃຫ້ທຸລະກິດທາງດ້ານເທັກໂນໂລຊີ ມີການພັດທະນາ ແລະ ຈະເລີນກ້າວໜ້າ ຈຶ່ງເປັນທີ່ມາຂອງການເຊັນສັນຍາໃນຄັ້ງນີ້.